ຫລວງ​ນ້ຳ​ທາ​ສົ່ງ​ເສີມ​ການ​ປູກ​ຖົ່ວ​ເຫລືອງ​ເປັນ​ສິນ​ຄ້າ​ໃນ​ລະ​ດູ​ແລ້ງ

SA Game

ພາບ​: laoedaily.com

ເມືອງຫຼວງນໍ້າທາ ສະຫຼຸບໂຄງການທົດລອງສົ່ງເສີມການປູກຖົ່ວເຫຼືອງ ເປັນສິນຄ້າລະດູແລ້ງ.

ພະແນກກະສິກໍາ ແລະ ປ່າໄມ້ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມສະຫຼຸບໂຄງການທົດລອງສົ່ງເສີມການປູກຖົ່ວເຫຼືອງເປັນສິນຄ້າລະດູແລ້ງສົກ 2020 -2021 ຢູ່ເມືອງຫຼວງນໍ້າທາໃນວັນທີ 9 ກໍລະກົດ ປີ 2021 ​ທີ່​ຜ່ານ​ມາ.

ໂດຍການເປັນປະທານຂອງທ່ານ ພິມແກ້ວ ທຳລະສິນ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ເຂົ້າຮ່ວມມີທ່ານ ອາຈຽງ ຮອງປະທານບໍລິສັດເຖີງເຝີຍການຄ້າ ແລະ ສົ່ງເສີມກະສິກຳຈຳຈັດຜູ້ດ່ຽວ,ມີຫົວໜ້າຂະແໜງ,ຮອງຫົວໜ້າຂະແໜງ ,ນາຍບ້ານ ແລະ ພະນັກງານທັງສອງຝ່າຍເຂົ້າຮ່ວມ.

ທ່ານ ມານິດ ແສງທອງຮັກ ໄດ້ຜ່ານການຈັດຕັ້ງປະຕິບັດໂຄງການທົດລອງປູກຖົ່ວເຫຼືອງເປັນສິນຄ້າຮ່ວມກັບບໍລິສັດ ແລະ ອົງການປົກຄອງບ້ານແຕ່ລະບ້ານ ຈຳນວນ 9 ບ້ານ ມີ 696 ຄອບຄົວ, ມີເນື້ອທີ່ນາ 424 ເຮັກຕາ, ທາງໂຄງການໄດ້ເຮັດສັນຍາການເຊົ່າທີ່ດິນນານໍາຄອບຄົວປະຊາ ໃນລາຄາ 4 ລ້ານກີບຕໍ່ເຮັກຕາ ແລະ ໄດ້ມັດຈຳເງິນຈໍານວນ 25%ໄວ້ນໍາກອງທຶນແຕ່ລະບ້ານໃນເນື້ອທີ່ 424 ເຣັກຕາ.

SA Game
ພາບ​: laoedaily.com

ສະເພາະການທົດລອງລະດູທໍາອິດແມ່ນເພື່ອກໍ່ສ້າງພື້ນຖານໂຄ່ງລ່າງໂຮງງານລ້າງໝາກຖົ່ວເຫຼືຶອງ ແລະ ຄວາມສ່ຽງຕໍ່ການປ່ຽນແປງຂອງດິນຟ້າອາກາດ.ການປູກຖົ່ວເຫຼືອງໃນປີ້ນີ້ສາມາດສ້າງລາຍຮັບຈາກການສົ່ງໝາກຖົ່ວອອກ 267 ເຮັກຕາ,ຜົນຜະລິດ 3.200ໂຕນ ສ້າງລາຍຮັບ 25 ຕື້ 600ລ້ານກີບ, ໃນຕົ້ນທຶນການຜະລິດ 25ຕື້ 948 ລ້ານກີບ, ຖົ່ວບໍ່ໄດ້ສົ່ງອອກ157 ເຮັກຕາ, ຜົນຜະລິດ 1.888 ໂຕນ ມູນຄ່າ 15 ຕື້104 ລ້ານກີບ.

ການທົດລອງປູກໝາກຖົ່ວເຫຼືອງໃນປີນີ້ສາມາດສ້າງລາຍຮັບໃຫ້ພໍ່ແມ່ປະຊາຊົນສະເລ່ຍ 80.000ກີບ ຫາ100.000ກີບ ຕໍ່ຄົນຕໍ່ມື້, ກອງປະຊຸມຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາຫັນເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໃນການປູກຖົ່ວເຫຼືອງປີຕໍ່ໄປໃຫ້ໄປຕາມລະບຽບການແລະ ຖືກຕາມສັນຍາທີ່ໄດ້ກຳນົດໄວ້.

SA Game
ພາບ​: laoedaily.com

ສະເພາະລະດູແລ້ງສົກ 2020 -2021 ທາງໂຄງການຈະທົດລອງປູກຖົ່ວເຫຼືອງຕາມເຕັກນິກວິຊາການຂອງຈີນຖ້າຫາກໄດ້ຮັບຜົນດີໃນລະດູການຕໍ່ໄປແມ່ນຈະສົ່ງເສີມໃຫ້ປະຊາຊົນເປັນຜູ້ປູກ ແລະ ບໍລິສັດຈະລົງທຶນໃຫ້ໂດຍບໍ່ຫັກຕົ້ນທຶນ ແລະ ຈະເກັບຊື້ຜົນຜະລິດຄືນຈາກປະຊາຊົນກິໂລລະ 2.500 ກີບ ສະເລ່ຍຜົນຜະລິດ 12 ໂຕນຕໍ່ເຮັກຕາ (ໃຊ້ເວລາ 100 ວັນ).

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com