ຫລວງພະບາງເມືອງມໍລະດົກໂລກທີ່​ແຝງ​ໄປດ້ວຍ​ຄວາມ​ອັດສະ​ຈັນ

SA Game

ຂປລ

ຄວາມດັ້ງເດີມຂອງເມືອງມໍລະດົກໂລກ ຫລວງພະບາງ ສິ່ງມະຫັດຈັນ ທີ່ຫລາຍຄົນບໍ່ອາດເຄີຍສໍາຜັດ

​ຫລວງ​ພະ​ບາງ ຍັງ​ຄົງ​ມີ​ວິ​ຖີ່​ຊິ​ວິດ​ທີ່​ຍັງ​ມີ​ການ​ອະ​ນຸ​ລັກ​ໄວ້​ຢູ່, ຕາມເຂດບໍລິເວນຂົວນໍ້າຄານນັ້ນ ບໍ່ໄດ້ບົງບອກພຽງຄວາມເກົ່າແກ່ຂອງເທົ່ານັ້ນ ຫາກຍັງສະທ້ອນໃຫ້ເຫັນອາຄານ, ເຮືອນຊານບ້ານຊ່ອງ ແລະ ຜູ້ຄົນດໍາລົງຊີວິດຕາມ ແບບ ວິຖີດັ້ງເດີມຢ່າງຊ້າໆ ໂດຍບໍ່ໄດ້ຫລົງໄຝ່ຫາວັດຖຸນິຍົມເກີນໄປ ຕາມກະແສນິຍົມເສດຖະກິດຕະຫລາດ.

ຂົວເຫລັກເກົ່າແກ່ທີ່ປົກຫຸ້ມດ້ວຍໝ້ຽງເຫັລກຈົນກາຍເປັນສີນໍ້າຕານໄໝ້ກັບເຮືອນແບບດັ້ງເດີມນັ້ນ ໄດ້ເນລະມິດເປັນໃຫ້ເຂດດັ່ງກ່າວກາຍເປັນໜຶ່ງ ໃນຈໍານວນຫລາຍສະຖານພາຍໃນ ເມືອງມໍລະດົກໂລກມີຄວາມໂດດເດັ່ນ ແລະ ໜ້າປະທັບໃຈ ໃນແຂວງຫລວງພະບາງ ສໍາ ລັບນັກທ່ອງທ່ຽວນັ້ນເອງ, ປັດຈຸບັນນີ້ ຂົວດັ່ງກ່າວພວມໄດ້ຮັບ ການປັບປຸງກໍ່ສ້າງຄືນໃໝ່ ແຕ່ຍັງຮັກສາຮູບຊົງເດີມ ເປັນເຫລັກຕັ້ງພາດຜ່ານແມ່ນໍ້າທີ່ໄຫລ ຢ່າງງຽບສະຫງົບລົງປ່ອງໃສ່ແມ່ນໍ້າຂອງ.

ຄວາມຈິງຂົວເຫລັກ ແລະ ໄມ້ອັນເກົ່າແກ່ທີ່ເຫັນນັ້ນແມ່ນໄດ້ສ້າງຂຶ້ນໃນປີ 1920 ໂດຍຝຣັ່ງ ມາເຖິງປັດຈຸບັນ ກໍມີອາຍຸໄດ້ 100 ກວ່າປີແລ້ວ.ຈາກເມື່ອກ່ອນ, ຂົວແຫ່ງນີ້ເຄີຍເປັນພຽງທາງຜ່ານ ສໍາລັບຜູ້ເດີນທາງປະຈໍາວັນ ເຊິ່ງເຮັດໃຫ້ນັກເດີນທາງມີຄວາມຢ້ານ, ເນື່ອງຈາກ ວ່າ ເປັນຂົວເຫລັກປູດ້ວຍໄມ້ແປ້ນ ທີ່ເກົ່າແກ່ຜ່ານຮ້ອນຜ່ານໜາວຈົນໃຫ້ໄມ້ຜຸຟັງ ຕາມການເວລາຂອງມັນ, ດ້ວຍເຫດນັ້ນພື້ນຂົວຈິ່ງມີຄວາມເປ່ເພ, ເປັນປ່ອງເປັນຮູກວ້າງ ແລະ ແຄບແຕກຕ່າງກັນ.

SA Game
ຂປລ

ນັບຈາກນີ້ໄປ, ຫລາຍທ່ານອາດບໍ່ໄດ້ເຫັນພາບຂົວທີ່ປູດ້ວຍໄມ້ແລ້ວ ເພາະມັນໄດ້ຖືແທນທີ່ດ້ວຍແຜ່ນເຫລັກໜາທົນທານ ຕໍ່ສິ່ງແວດລ້ອມແດດຝົນ ແລະ ສາມາດຮັບນໍ້າໄດ້ຫລາຍ.

ແຕ່ແນວໃດກໍດີ ຄວາມເປັນມໍລະດົກໂລກຫລວງພະບາງນັ້ນຈະບໍ່ເປັນພຽງໄປເບິ່ງວັດວາອາຮາມ, ຂຶ້ນຈອມພູສີຕົວເມືອງ ແລະ ຕາເວັນຕົກດິນ, ຮ່ວມກິດຈະກໍາຕັກບາດ, ໄປຢ້ຽມຕະຫລາດກາງຄືນເທົ່ານັ້ນ ຫາກມັນອາດນໍາພາທ່ານໄປພົບຜູ້ຄົນທ້ອງຖິ່ນ ທີ່ເຕັມໄປດ້ວຍຊົນ ເຜົ່າຕ່າງໆ ທີ່ດໍາລົງຊີວິດລຽບຕາມແຄມນໍ້າຄານ ແລະ ນໍ້າຂອງບັນຈົບພົບພໍ້ກັນ ເຊິ່ງສອງແມ່ນໍ້າດັ່ງກ່າວ ໄດ້ເນລະມິດໂອບອ້ອມເອົາເມືອງມໍລະໂລກ ຄ້າຍເກາະດອນໜຶ່ງທີ່ເອີ້ນວ່າ: ສະຫວັນເທິງດິນກໍວ່າໄດ້.

ສະນັ້ນຖ້າທ່ານຕ້ອງການເດີນທາງອອກຈາກຕົວເມືອງອັນວຸ້ນວາຍ, ກໍມີກິດຈະກໍາຫລາຍຢ່າງໃຫ້ເລືອກ ບໍ່ວ່າຈະລົງມືເຮັດດ້ວຍຕົນເອງ ຫລື ພຽງນັ່ງຊົມໃນບັນຍາກາດ ທີ່ແຕກຕ່າງກັນກໍໜ້າຈະພຽງພໍ ກັບຄວາມປະທັບໃຈ ແລະ ມີຄວາມສຸກທີ່ບໍ່ຄືໃຜ, ພຽງແຕ່ຍ່າງຫລິ້ນກິນ ລົມຊົມວິວເທິງຂົວນໍ້າຄານ, ຖ່າຍຮູບຕາເວັນໄກ້ຕົກດິນພາດຜ່ານຂົວ, ນັ່ງເບິ່ງຄົນຫາປາ ແລະ ຊາວບ້ານເຮັດການຜະລິດກະສິກໍາ ລຽບຕາມແຄມນໍ້ານັ້ນ ອາດເປັນສິ່ງມະຫັດຈັນ ທີ່ຫລາຍຄົນບໍ່ເຄີຍສໍາຜັດຄື ທ່ານເພື່ອຜ່ອນຄາຍ ແລະ ພັກຜ່ອນຢ່ອນອາລົມແບບບ້ານໆ.

ພາກກົງກັນຂ້າມຂອງແມ່ນໍ້ານັ້ນອາດພາທ່ານເດີນທາງໄປເຖິງໝູ່ບ້ານ ທີ່ມີຮ້ານຂາຍເຄື່ອງຕ່າງໆຫລາຍຢ່າງ ເປັນຕົ້ນແມ່ນ ກະຕິບເຂົ້າ, ໄຄແຜ່ນ, ຂາຍນໍ້າມັນແອັດຊັງທີ່ບັນຈຸໃສ່ ໃນຂວດແກ້ວຄ້າຍກັບໃນອະດີດ, ເວົ້າໄດ້ວ່າຊີວິດ ໃນເຂດນັ້ນແມ່ນຮຽບງ່າຍ ແລະ ແຕກຕ່າງ ຈາກຊີວິດໃນເມືອງ ຢ່າງເຫັນໄດ້ຊັດເຈນ, ພ້ອມກັນນັ້ນ ທ່ານຍັງຈະເຫັນຄົນຂາຍກະແລັມພື້ນບ້ານ ທີ່ຂີ່ລົດຖີບເພື່ອໄປຂາຍໃຫ້ກຸ່ມເດັກນ້ອຍ, ແລະ ຍັງຈະເຫັນຫູກຕໍ່າຜ້າແພ ທີ່ຕັ້ງຕາມຈຸດຕ່າງໆ ຂອງລະບຽງເຮືອນຫລາຍຫລັງ ພ້ອມກັບສຽງໄກ່ຂັນເປັນແຕ່ລະໄລຍະ.

ຖ້າທ່ານຍ່າງອອກຈາກບ່ອນພັກຕັ້ງແຕ່ຕອນເຊົ້າໆ ທ່ານອາດຈະເຫັນພະສົງສາມະເນນຫລາຍອົງ ທີ່ກໍາລັງຍ່າງບິນທະບາດຂ້າມຂົວ ເຊິ່ງເປັນໂອກາດດີ ທີ່ຈະຈັບກ້ອງຂຶ້ນມາບັນທຶກພາບອັນໜ້າອັດສະຈັນນັ້ນໄວ້.

SA Game
ຂປລ

ສີ່ແຍກຢູ່ຫລັງຂຶ້ນຈາກຂົວແລ້ວລ້ຽວຊ້າຍເພື່ອສືບຕໍ່ໄປທ່ຽວຊົມຕະຫລາດສົດ ຂະໜາດນ້ອຍແຕ່ເປັນທີ່ນິຍົມໃນຊຸມຊົນ ເຊິ່ງສະແດງວ່າທ່ານມາຖືກທາງແລ້ວ ເພາະທີ່ນັ້ນມີພືດຜັກນາໆຊະນິດ ບໍ່ວ່າຈະເປັນໝາກໄມ້, ຜັກສົດ, ເຄື່ອງເທດ, ປາສົດ, ແລະ ຜະລິດຕະພັນເຄື່ອງ ປ່າຂອງດົງ ເຊັ່ນ ໜໍ່ໄມ້, ສະໝຸນໄພຈາກປ່າທີ່ນໍາມາວາງຂາຍເທິງໂຕະ. ທ່ານຍັງສາມາດຊອກຊື້ເຂົ້າ ແລະ ໝາກເຜັດແຫ້ງ ໄດ້ຫລາຍປະເພດ ພ້ອມກັບຊິມນໍ້າອ້ອຍສົດໆ.

ເມື່ອທ່ານເດີນທາງຕາມຖະໜົນທີ່ເຊື່ອມຜ່ານໂຮງແຮມ ດິ ອັບສະລາ ຣີຟ ດຣົວ (The Apsara Rive Droite) ຢ່າລືມສໍາຫລວດເບິ່ງຊາກສະລັກຫັກພັງ ຂອງວັດເກົ່າແກ່ທີ່ຕັ້ງຢູ່ເບື້ອງຂວາມື ເຊິ່ງໄດ້ສ້າງຂຶ້ນໃນປີ 1880.

ຖັດໄປອີກເສັ້ນທາງໜຶ່ງກໍແມ່ນວັດຊຽງເຫລັກ ເຊິ່ງເປັນຊຸມຊົນທີ່ມີສະເໜ່ ແລະ ຜູ້ຄົນກໍມີຄວາມເປັນກັນເອງ, ວັດແຫ່ງນີ້ມີພະສົງສາມະເນນ ພຽງສາມອົງເທົ່ານັ້ນທີ່ອາໄສຢູ່ໃນວັດ ຕັ້ງແຕ່ອາຍຸ 14 ປີ ແລະ ໄດ້ຮັບການຂະໜານນາມວ່າ ເປັນຜູ້ເຫັນແຈ້ງ ແຫ່ງການທໍານາຍ ໂຊກຊະຕາ. ຖ້າທ່ານສົນໃຈກ່ຽວກັບສະຖາປັດຕະຍະກໍາຂອງວັດ ສາມາດບອກໄດ້ເລີຍວ່າ ການເດີນທາງທ່ອງທ່ຽວ ມາຍັງສະຖານທີ່ແຫ່ງນີ້ ຈະສາມາດຕອບໂຈດໄດ້ຢ່າງໜ້າສົນໃຈ ເນື່ອງຈາກມີວັດວາອາຮາມໃຫ້ທ່ຽວຊົມຫລາຍ 10 ແຫ່ງ ທີ່ຕັ້ງຢູ່ໃນບໍລິເວນໃກ້ຄຽງກັນ.

ບ້ານຊ່າງຄ້ອງ ແລະ ບ້ານຊຽງເຫລັກ ມີຊື່ສຽງໃນນາມໝູ່ບ້ານທີ່ມີອາຊີບຊ່າງຫັດຖະກໍາ, ໂດຍສະເພາະກໍແມ່ນຊື່ສຽງ ໃນດ້ານການຕໍ່າຫູກທໍໄໝ ແລະ ການຜະລິດເຈ້ຍດ້ວຍປໍສາ, ເມື່ອໄດ້ມາທ່ຽວຊົມໝູ່ບ້ານແຫ່ງນີ້ ທ່ານຈະພົບເຫັນຖາດຫລາຍໃບທີ່ບັນຈຸປໍສາ ໂຮຍໜ້າ ດ້ວຍກີບດອກເຈ້ຍສີບົວອ່ອນ ຕາກພື່ງໄວ້ເພື່ອລໍຖ້າໃຫ້ພວກມັນແຫ້ງ, ເຊິ່ງເປັນການຜະລິດເຈ້ຍປໍສາທີ່ມີຊື່ສຽງ.

SA Game
ຂປລ

ເນື່ອງຈາກເສັ້ນໃຍຂອງປໍສາ ມີຄວາມຍາວພໍສົມຄວນ, ຈິ່ງເຮັດໃຫ້ເຈ້ຍມີຄວາມທົນທານ ໜຽວແໜ້ນ ເຊິ່ງສາມາດນໍາໄປເຮັດໂຄມໄຟ, ປຶ້ມບັນທຶກ, ແລະ ໃຊ້ ແຕ້ມຮູບລະບາຍສີເປັນຕົ້ນ. ປະຊາຊົນທ້ອງຖິ່ນອາໄສ ການທ່ອງທ່ຽວເປັນແຫລ່ງສ້າງລາຍຮັບ ໃຫ້ຄອບຄົວ, ເນື່ອງຈາກພວກເຂົາເຈົ້າດໍາລົງຊີວິດ ຢູ່ເຂດນອກຕົວເມືອງ ຈິ່ງມີຄວາມຫຍຸ້ງຍາກໃນການຫາລ້ຽງຊີບ. ນັກທ່ອງທ່ຽວສາມາດຊອກຊື້ ງານແກະສະຫລັກໄມ້, ເຄື່ອງ ປະດັບງາມໆ, ແລະ ຜ້າແພທີ່ຜະລິດໃນທ້ອງຖິ່ນ ແລະ ຈໍາໜ່າຍໃນໝູ່ບ້ານນີ້.

ດັ່ງທີ່ຮູ້ນໍາກັນ, ການເດີນທາງໄປທ່ຽວເມືອງມໍລະດົກໂລກນັ້ນບໍ່ຄວນເບິ່ງມູມທີ່ແຄບ ໂດຍບໍ່ໄດ້ສຶກສາຂໍ້ມູນຢ່າງຮອບດ້ານ ຖ້າທ່ານຕ້ອງການຈະທ່ອງທ່ຽວ ໃນມູມທີ່ທ່ານຕ້ອງການຢາກໄປກໍບໍ່ວ່າກັນ ແຕ່ຖ້າຕ້ອງການຢາກເຫັນ ຫລາຍມູມແຕກຕ່າງກັນ ແລະ ຊໍ້າແບບຂອງ ຄົນອື່ນນັ້ນ ຜູ້ຂຽນແນະນໍາໃຫ້ລອງກ້າວຂາອອກເດີນທາງ ໄປເບິ່ງດ້ວຍຕາ, ໃຊ້ເວລາ ແລະ ສໍາຜັດບັນຍາກາດຕົວກັບຊາວບ້ານ ຈິ່ງຈະໄດ້ລົດຊາດຂອງການທ່ອງທ່ຽວຢ່າງແທ້ຈິງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ