ສ. ເກົາຫຼີ ຊ່ວຍ​ເຫລືອ​ອຸ​ປະ​ກອນ​ການ​ແພດ ໃຫ້​ແກ່​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ

SA Game

ພາບ​: laoedaily.com

ແກ່ກະຊວງສາທາລະນະສຸກໄດ້​ຮັບ ນໍ້າຢາເຄມີ ແລະ ອຸປະກອນການແພດຈາກ​ການ​ຊ່ວຍ​ເຫລືອ​ຂອງ ສ. ເກົາຫຼີ .

ກະຊວງສາທາລະນະສຸກ ລາວໄດ້​ຮັບ ນໍ້າຢາເຄມີ ແລະ ອຸປະກອນການແພດ ສຳລັບການກວດວິເຄາະພະຍາດໂຄວິດ-19 ​ຈາກ ສ​. ເກົາ​ຫຼີ ໃນວັນທີ 5 ກໍລະກົດ 2021 ຜ່ານ​ມາ, ຕາງໜ້າເອກອັກຄະລັດຖະທູດ ປະເທດ ສ. ເກົາຫຼີ, ໂດຍຕາງໜ້າຮັບໂດຍທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ອິມ ໂມຮົງ (Moohong IM)ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳລາວ, ພ້ອມມີບັນດາພາກສ່ວນກ່ຽວຂ້ອງທັງ 2 ຝ່າຍເຂົ້າຮ່ວມ, ທີ່ຫ້ອງຮັບແຂກຊັ້ນ 2 ກະຊວງສາທາ ຕຶກໃໝ່.

ທ່ານ ອິມ ໂມຮົງ (Moohong IM)ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳລາວໄດ້ກ່າວວ່າ:

ສໍາລັບ ຢູ່ເກົາຫຼີ ປະຈຸບັນ ກໍ່ກໍາລັງດໍາເນີນການສັກຢາວັກຊິນ ຢ່າງຂຸ້ນຂ້ຽວ ໃນແຕ່ລະວັນເພື່ອໃຫ້ຍອດສັກຢາວັກຊິນ ບັນລຸ 70%ຂອງປະຊາກອນທັງໝົດ ພາຍໃນເດືອນພະຈິກຂອງ ປີນີ້, ມາຮອດປະຈຸບັນ ອັດຕາສັກຢາວັກຊິນ ເຂັມທີ່1 ໃນ ສ.ເກົາຫຼີ ໄດ້ບັນລຸແລ້ວ 30% ຂອງພົນລະເມືອງທັງໝົດ, ໂດຍນັບແຕ່ມື້ອື່ນ ເປັນຕົ້ນໄປ ຜູ້ທີ່ເດີນທາງເຂົ້າປະເທດເກົາຫຼີ ທີ່ໄດ້ສັກຢາວັກຊິນປ້ອງກັນໂຄວິດ ຄົບສອງເຂັ້ມ ຢູ່ຕ່າງປະເທດແລ້ວ ແມ່ນສາມາດເດີນທາງເຂົ້າໄປຢ້ຽມຢາມຄອບຄົວ ຫຼື ຍາດຕິພີ່ນ້ອງໄດ້ ໂດຍບໍ່ຈໍາເປັນຕ້ອງຈຳກັດຕົນເອງ ເປັນເວລາ 14 ວັນ ຄືກັບເມື່ອກ່ອນ.

SA Game
ພາບ​: laoedaily.com

ກ່ອນໜ້ານີ້ ທີ່ບໍ່ທັນມີການລະບາດຂອງພະຍາດໂຄວິດ19, ໃນປີ 2010 ຜ່ານມາ ມີນັກທ່ອງທ່ຽວຊາວເກົາຫຼີ ຈຳນວນ ແສນກວ່າຄົນ ໄດ້ເດີນທາງມາທ່ອງທ່ຽວ ຢູ່ສປປ ລາວ ຕົວເດັ່ນຂຶ້ນ ຢ່າງຕໍ່ເນື່ອງ.

ຊຶ່ງໄດ້ປະກອບສ່ວນຊຸກຍູ້ສາຍພົວພັນຮ່ວມມືຂອງສອງປະເທດ ໃຫ້ມີບາດກ້າວຂະຫຍາຍພາຍໃຕ້ການຖອດຖອນບົດຮຽນການຕອບໂຕ້ພະຍາດໂຄວິດ ທີ່ໄດ້ຮັບຜົນສຳເລັດ ຢູ່ໃນ ສ.ເກົາຫຼີ ບວກໃສ່ກັບການເພີ່ມທະວີສັກຢາວັກຊິນປ້ອງກັນໂຄວິດ-19 ເປັນວົງກວ້າງ ແກ່ປະຊາຊົນ ຢູ່ສອງປະເທດ.

ຂ້າພະເຈົ້າຫວັງວ່າ ໃນອະນາຄົດບໍ່ດົນຕໍ່ໜ້ານີ້ ປະຊາຊົນສອງຊາດລາວ-ເກົາຫຼີ ຈະສາມາດກັບຄືນມາຢ້ຽມຢາມຊ້ອງໜ້າ ເຊິ່ງກັນ ແລະ ກັນໄດ້ຄືກັນເມື່ອກ່ອນ ຊຶ່ງຈະປະກອບສ່ວນ ເຂົ້າໃນການສ້າງຄວາມຈະເລີນຮຸ່ງເຮືອງ ແກ່ສອງປະເທດ.

ໂຊກດີທີ່ວ່າ ໃນປະຈຸບັນ ຍັງມີການບໍລິການຖ້ຽວບິນ ໄປມາ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ເດືອນລະ 2-3 ຖ້ຽວ ຈຶ່ງສາມາດຂົນສົ່ງບັນດາອຸປະກອນກວດຫາເຊື້ອໂຄວິດ-19 ແລະ ເຄື່ອງເກັບຕົວຢ່າງ ຈຳນວນ 58.000 ຊຸດຄັ້ງນີ້ ມາເຖິງ ສປປ ລາວ ໄດ້ຢ່າງໄວວາ. ຫວັງວ່າ ຈຳນວນອຸປະກອນເຫຼົ່ານີ້ ທີ່ ຈະຖືກນໍາໃຊ້ ຢ່າງເປັນປະໂຫຍດ ເຂົ້າໃນການກວດກາເຊື້ອຂອງກໍລະນີສົງໄສ ຢູ່ໃນສປປ ລາວ.

ຄວາມຈິງແລ້ວ, ລັດຖະບານ ແຫ່ງສາທາລະນະລັດເກົາຫຼີ ກຳລັງໃຫ້ການຊ່ວຍເຫຼືອ ສ້າງຂີດຄວາມສາມາດ ໃນການຕອບໂຕ້ພະຍາດໂຄວິດ19 ແກ່ບັນດາປະເທດອາຊຽນ ລວມທັງສປປ ລາວ ໂດຍຜ່ານກອງທຶນຮ່ວມມືເກົາຫຼີ-ອາຊຽນ, ໂດຍໃນເດືອນເດືອນ ກໍລະກົດຂອງປີຜ່ານມາ, ລັດຖະບານເກົາຫຼີ ໄດ້ຊ່ວຍເຫຼືອ ໃນມູນຄ່າ 5 ແສນໂດລາສະຫະລັດ ແກ່ ສປປ ລາວ.

ແນວໃດກໍ່ຕາມ, ການຊ່ວຍເຫຼືອຜ່ານກອງທຶນອາຊຽນ ແມ່ນຕ້ອງໄດ້ຜ່ານຫຼາຍຂັ້ນຕອນຊຶ່ງການກະກຽມອຸປະກອນຊ່ວຍເຫຼືອ ແມ່ນຂ້ອນຂ້າງໃຊ້ເວລາດົນ, ສະນັ້ນ ຈົນມາຮອດເດືອນມີນາຂອງປີນີ້ ຈິ່ງສາມາດຈັດສົ່ງເຄື່ອງສໍາລັບກວດຫາເຊື້ອໂຄວິດ ຈໍານວນ 23.000 ຊຸດ ມາເຖິງ ສປປ ລາວ, ສ່ວນການຈັດສົ່ງເຄື່ອງກວດຫາເຊື້ອປະເພດ RT PCR ລວມທັງເຄື່ອງກວດຫາເຊື້ອມາໃຫ້ ສປປ ລາວ ເພີ່ມອີກນັ້ນ ຄາດວ່າ ຊິມາຮອດ ພາຍໃນ ອີກ 2 ເດືອນຕໍ່ໜ້ານີ້.

ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ກໍ່ໄດ້ຂອບໃຈ ແລະ ຕີລາຄາການເຊ່ວຍເຫຼືອຈາກລັດຖະບານ ສ. ເກົາຫຼີ ຕະຫຼອດໄລຍະຜ່ານມາ ລວມທັງການຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງບັນດາເຄື່ອງທີ່ນຳມາຊ່ວຍເຫຼືອໃນຄັ້ງນີ້ແມ່ນໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຈຳເປັນໃນວຽກງານການກວດຫາເຊື້ອພະຍາດໂຄວິດ-19 ໃນລາວ.

ເຖິງແມ່ນວ່າຜູ້ຕິດເຊື້ອພາຍໃນຈະມີທ່າອ່ຽງຫຼຸດລົງ ແຕ່ກໍ່ຍັງມີຜູ້ຕິດເຊື້ອທີ່ເດີນທາງມາຈາກປະເທດອື່ນ ທີ່ມີຈຳນວນເພີ່ມຂຶ້ນ ພ້ອມທັງມີການນຳເຂົ້າເຊື້ອສາຍພັນໃໝ່ມາ ທີ່ເປັນເຊື້ອພະຍາດທີ່ຮ້າຍແຮງກວ່າເກົ່າທີ່ລະບາດໃນລາວ, ສະນັ້ນທາງແພດໝໍພວກເຮົາຈຶ່ງຈຳເປັນຕ້ອງໄດ້ກຽມພ້ອມທຸກຢ່າງໃຫ້ພຽງພໍບໍ່ວ່າເຄື່ອງມືອຸປະກອນກວດຫາເຊື້ອ, ດັ່ງນັ້ນການຊ່ວຍເຫຼືອຄັ້ງນີ້ມີຄວນຄ່າສູງ ແລະ ສາມາດນຳເຊົ້າໃນວຽກງານຕອບໂຕ້ ແລະ ປ້ອງກັນການລະບາດ ເຊື້ອໂຄວິດ-19 ໃນ ສປປ ລາວ ອີກດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com