ສ​ປ​ປ ລາວ ຈະ​ເປັນຕະຫລາດມັນ​ຕົ້ນ​ສຳ​ລັບ​ເພື່ອ​ປ້ອນ​ຕະ​ຫລາດ​ອາ​ຊຽນ-ຈີນ.

SA Game

ພາບ: kpl.com.la

ຕະຫລາດມັນ​ຕົ້ນ​ສຳ​ລັບ ອາຊຽນ-ຈີນ! ລາວຈະສ້າງໂຮງງານຜະລິດມັນຕົ້ນທີ່ໃຫຍ່ທີ່ສຸດສົ່ງ​ອອກ.

ສປປ ລາວ ຈະ​ສ້າງ​ໂຮງ​ງານ​ມັນ​ຕົ້ນ​ທີ່​ໃຫຍ່​ທີ່​ສຸດ​ເພື່ອ​ສົ່ງ​ອອກ ສປ ຈີນ ແລະ ປະ​ເທດ​ອາ​ຊຽນ, ເນື່ອງ​ຈາກຄວາມ ຕ້ອງການຕະຫລາດ ຂອງປະເທດ ເຫລົ່ານັ້ນເພີ່ມຂຶ້ນທຸກໆປີ ຂະນະ ທີ່ບັນດາແຂວງຕ່າງໆຄື: ໄຊຍະບູລີ, ຈໍາປາສັກ, ສາລະວັນ, ເຊກອງ, ອັດຕະປື, ສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ວຽງຈັນ ແລະ ອື່ນໆ ພວມຫັນທິດນໍາໃຊ້ພື້ນທີ່ ຜະລິດກະສິກໍາທີ່ໄດ້ຮັບ ຜົນຕອບແທນ ໜ້ອຍ ແລະ ປະສິດທິຜົນບໍ່ສູງແລ້ວ ມາປັບປ່ຽນເປັນສວນມັນຕົ້ນ ຢ່າງກວ້າງຂວາງ ເພື່ອປ້ອນຕະຫລາດອາຊຽນ ແລະ ສປ ຈີນ.

​ດັ່ງນັ້ນ, ນັກວິຊາການຫລາຍທ່ານ ກໍ່ໃຫ້ເຫດຜົນວ່າການປູກມັນຕົ້ນ ເປັນສິ່ງທີ່ດີສາມາດສ້າງລາຍໄດ້, ສ້າງວຽກເຮັດງານທໍາ ແລະ ຄໍ້າປະກັນສະບຽງ ອາຫານໄດ້ວ່ອງໄວ ແຕ່ຄວນສຶກສາ ແລະ ໃຫ້ເບິ່ງບົດຮຽນທີ່ເຄີຍເຈັບແສບ ໃນເມື່ອກ່ອນມາເປັນຮາກຖານ ການດໍາເນີນຊີວິດ ເພື່ອຮັບປະກັນບໍ່ໃຫ້ ຜູ້ປູກເສຍຜົນປະໂຫຍດຕົວ ຢ່າງທຸກຂັ້ນຕອນຄວນສຶກສາ ເລື່ອງຕະຫລາດໃຫ້ໝັ້ນຄົງ, ການຮັບປະກັນ ເລື່ອງຄາລາ ເມື່ອພົບບັນຫາເອົາລັດເອົາປຽບ, ມັນຕົ້ນເປັນພືດທີ່ໝັ້ນຄົງແທ້ ຫລື ບໍ?

SA Game
ພາບ: kpl.gov.la

ການສະໜອງຂໍ້ມູນຂ່າວສານ ແລະ ວິຊາການຄວນເຮັດເຖິງກົກເຖິງຮາກ ໂດຍຮັບປະກັນບໍ່ໃຫ້ຜູ້ປູກພົບ ບັນຫາດ້ານເຕັກນິກ ວິຊາການ ປູກທີ່ຖືກຕ້ອງ, ການໃຫ້ເງິນກູ້ຕໍ່ຜູ້ ປູກຄວນ ອັດຕາດອກເບ້ຍເໝາະສົມ ເພື່ອສົ່ງເສີມໃຫ້ປະຊາຊົນມີລາຍໄດ້ ແລະ ກ້າວໄປຫາການແກ້ໄຂ ຄວາມທຸກຍາກແລະອື່ນໆ.

ຫລ້າສຸດໃນວັນທີ 26 ສິງຫາ ຜ່ານມານີ້, ແຂວງຈໍາປາສັກ ໄດ້ສໍາເລັດກອງປະຊຸມສະຫລຸບ ແລະ ຕີລາຜົນການຈັດຕັ້ງປະຕິບັດ ໂຄງການກະສິກໍາຂອງບໍລິສັດ ເອໄອດີຊີການຄ້າ ຈໍາກັດຜູ້ດຽວໂດຍການ ເປັນປະທານຮ່ວມມີ ທ່ານ ຄໍາແພງ ໄຊສົມແພງ, ລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ແລະ ໃນນາມເປັນສັກຄີພິຍານ

ໃນພິທີເຊັນສັນ ຍາການຮ່ວມມື ການລິເລີ່ມໂຄງການສ້າງຕັ້ງ ໂຮງງານຜະລິດແປ້ງມັນຕົ້ນ ຢູ່ເມືອງບາຈຽງຈະເລີນສຸກ ແລະ ລານສິນຄ້າກະສິກຳ ພາຍໃນແຂວງຈຳປາສັກ ລະຫວ່າງບໍລິສັດ ເອໄອດີຊີ ການຄ້າຈຳກັດຜູ້ດຽວ ແລະ ພະແນກ ອຄ ແຂວງຈຳປາສັກ.

ກອງປະຊຸມຄັ້ງນີ້ໄດ້ມີການລາຍງານ ບາງບັນຫາວ່າ:

ການສ້າງໂຮງງານຜະລິດ ແປ້ງມັນຕົ້ນດັ່ງກ່າວ ແມ່ນມີມູນຄ່າປະມານ 70 ລ້ານ ໂດລາສະຫະລັດ ໃນເນື້ອທີ່ 250 ເຮັກຕາ ແລະ ຈະກາຍເປັນໂຮງງານ ໃຫຍ່ທີ່ສຸດໃນ ສປປ ລາວ ໃນນັ້ນແຂວງຈໍາປາສັກ ໄດ້ລົງນາມເຊັນສັນຍາ ກັບພາກທຸລະກິດສ້າງ ໂຮງງານແປ້ງມັນຕົ້ນ ມູນຄ່າປະມານ70 ລ້ານໂດລາສະຫະລັດ ໃນເນື້ອທີ່ 250 ເຮັກຕາ ເຊິ່ງຈະກາຍເປັນ ໂຮງງານ ແປ້ງມັນຕົ້ນໃຫຍ່ທີ່ສຸດໃນ ສປປ ລາວ ແມ່ນຕັ້ງຢູ່ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ.

ທ່ານ ຄໍາແພງ ໄຊສົມແພງ ໃຫ້ຄໍາເຫັນວ່າ:

ໃນນາມຕາງໜ້າກະຊວງ ອຄ, ພ້ອມດ້ວຍຄະນະກົມ ຈາກກະຊວງ, ຂະແໜງການ ອຄ ຂັ້ນແຂວງ, ຂ້າພະເຈົ້າມີຄວາມພາກພູມໃຈ ເປັນຢ່າງຍິ່ງທີ່ໄດ້ຮັບກຽດ ໃຫ້ຄຳເຫັນໃນພິທີເຊັນສັນຍາ ການຮ່ວມມືການລິເລີ່ມໂຄງການ ສ້າງຕັ້ງໂຮງງານຜະລິດແປ້ງມັນຕົ້ນ ຢູ່ເມືອງບາຈຽງຈະເລີນສຸກໃນຄັ້ງນີ້ ແລະ ຂໍສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນສຳເລັດ ຂອງທີມງານທຸກ ຂັ້ນ ແລະ ທຸກພາກສ່ວນທີ່ປະກອບສ່ວນ

ໃນການຄົ້ນຄວ້າ ແລະ ສ້າງແຜນງານສົ່ງເສີມ ການປຸງແຕ່ງແປ້ງມັນຕົ້ນ ໃຫ້ເປັນສິນຄ້າທີ່ມີເປົ້າໝາຍ ໃນການສົ່ງອອກ ແລະ ເພື່ອສ້າງໃຫ້ສິນຄ້າດັ່ງກ່າວກາຍ ເປັນ ສ່ວນໜຶ່ງ ໃນການສະໜັບສະໜູນ ໃຫ້ຍຸດທະສາດການພັດທະນາ ເສດຖະກິດສັງຄົມຂອງແຂວງ.

ໃນໄລຍະ5 ປີ ຜ່ານມາ (ແຕ່ ປີ2016-2020).

ການສົ່ງອອກມັນຕົ້ນ ບັນລຸມູນຄ່າສະເລ່ຍທັງໝົດ ແມ່ນ 585 ລ້ານໂລດາສະຫະລັດ ໃນນັ້ນ ປີ2016 ເຖິງ2020 ຕາມລໍາດັບຄື:

ມູນຄ່າສົ່ງອອກປະມານ 81 ລ້ານໂດລາສະຫະລັດ, 97 ລ້ານ ໂດລາສະຫະລັດ, 86 ລ້ານ ໂດລາສະຫະລັດ, 111 ລ້ານໂດ ລາສະຫະລັດ ແລະ 210 ລ້ານໂດລາສະຫະລັດ. ສໍາລັບປະເທດທີ່ ນໍາເຂົ້າມັນຕົ້ນຈາກ ສປປ ລາວ ຫລາຍ ສຸດຄື: ປະເທດໄທ ມີມູນຄ່າ ທັງໝົດ183 ລ້ານໂດລາສະຫະລັດ, ຫວຽດນາມ ມີມູນຄ່າ ປະມານ21 ລ້ານໂດລາສະຫະລັດ ແລະ ຈີນ ມີມູນຄ່າປະມານ 6 ລ້ານໂດລາສະຫະລັດ.

ແຕ່ແນວໃດກໍ ຄາດວ່າການສົ່ງ ອອກມັນຕົ້ນຍັງຈະສືບຕໍ່ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໃນອະນາຄົດຖ້າຫາກພື້ນຖານໂຄງລ່າງຂອງ ສປປ ລາວ ສາມາດເຊື່ອມຈອດ ກັບປະ ເທດເພື່ອນມິດໄກ້ຄຽງ

ຕົວຢ່າງ ເສັ້ນ ທາງລົດໄຟ ລາວ-ຈີນ ຈະເປີດນໍາໃຊ້ທ້າຍປີນີ້ (2021) ແລະ ສປປ ລາວ ຈະກາຍເປັນປະຕູອອກສູ່ອາຊຽນ ເຊິ່ງຈະເຮັດໃຫ້ການ ຂົນສົ່ງສິນຄ້າສະດວກສະບາຍ, ປະຢັດເວລາ, ບັນທຸກໄດ້ຫລາຍ, ຄ່າຂົນ ສົ່ງຈະຖືກ ແລະ ອື່ນໆ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: kpl.gov.la