ສ້າງ​ອົງ​ປູ່​ພະ​ຍາ​ນານ ທີ​ວັດ​ບ້ານ​ດ່ານ ເມືອງ​ລະ​ມາມ ແຂວງ​ເຊກອງ

SA Game

ຂ​ປ​ລ.

ການກໍ່ສ້າງອົງປູ່ພະຍານາກ ວັດບ້ານດ່ານ ເມືອງລະມາມ ​ໃກ້​ຈະ​ສຳ​ເລັດ​ແລ​້ວ.

ຫາກ​ຈະເວົ້າເຖິງເລື່ອງຄວາມເຊື່ອໃນ​ພະ​ຍາ​ຍາກ​ແນ​ນອນ​ປະ​ຊາ​ຊົນ​ສອງ​ຝັ່ງ​ແມ່​ນ້ຳ​ຂອງ​ລາວ-ໄທ ແມ່ນ​ມີ​ຄວາມ​ເຊືອ​ໃນ​ພະ​ຍາ​ນາກ​ນີ້​ມາ​ແຕ່​ດົນ​ນານ, ແລະ ຄວາມ​ເຊືອ​ຂອງທຸກຄົນມີສັດທາທີ່ແຕກຕ່າງກັນ ແລະ ແນ່ນອນວ່່າບໍ່ມີໃຜຖືກບໍ່ມີໃຜຜິດ, ບໍ່ມີໃຜສາມາດຕັດສິນໄດ້ວ່າສິ່ງໃດຄວນເຊື່ອຖື ຫຼື ບໍ່ຄວນເຊື່ອຖື ແລະ ທີ່ສໍາຄັນກໍ່ບໍ່ມີໃຜສາມາດພິສູດ ຫຼື ຢືນຢັນໄດ້ແນ່ນອນວ່າສິ່ງໃດມີຈິງ ສິ່ງໃດບໍ່ມີຈິງ.

 ​ຈາກແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ການກໍ່ສ້າງຮູບປັ້ນອົງປູ່ພະຍານາກ ທີ່ວັດບ້ານດ່ານ ເມືອງລະມາມແຂວງເຊກອງ ທີ່ມີມູນຄ່າການກໍ່ສ້າງທັງໝົດ 45 ລ້ານກີບ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 9 ກັນຍາ 2021 ມາຮອດປັດຈຸບັນ ສຳເລັດແລ້ວກວ່າ 90% ແລະ ຄາດວ່າຈະສໍາເລັດ 100% ໃນທ້າຍເດືອນທັນວາ ທີ່ຈະມາເຖິງນີ້.

SA Game
ຂ​ປ​ລ.

ພະອາຈານ ກໍລະກັນ ເຊື້ອໂຊດ ຄະນະບໍລິຫານງານປະຈໍາການ ອພສ ເມືອງ, ຮອງເຈົ້າອະທິການວັດບ້ານດ່ານ ເມືອງລະມາມ ໃຫ້ຮູ້ວ່າ: ຈຸດປະສົງຫລັກໃນການກໍ່ສ້າງອົງປູ່ພະຍານາກມີ 4 ຈຸດປະສົງຄື: ເພື່ອເປັນບ່ອນສັກກາລະບູຊາ ແລະ ສິນລະປະທາງດ້ານວັດທະນະທໍາແຫ່ງໃໝ່ຂອງແຂວງເຊກອງ; ເພື່ອຮັກສາຕາມຄວາມເຊື່ອແຕ່ບູຮານນະການ ກ່ຽວກັບພະຍານາກ; ເພື່ອຈໍາລອງສິ່ງທີ່ຄົນເຊື່ອຖືໃຫ້ອອກມາເປັນຮູບປະທໍາ ແລະ ເພື່ອປະດັບສາສະໜາສະຖານໃຫ້ມີຄວາມສວຍງາມ.

SA Game
ຂ​ປ​ລ.

ໂອກາດດຽວກັນ, ທ່ານ ຄໍາຊອ່ງ ຄໍາຊາຍືນ ນາຍບ້ານ ບ້ານດ່ານ ກໍໄດ້ກ່າວວ່າ: ການກໍ່ສ້າງຮູບປັ້ນອົງປູ່ພະຍານາກ ແມ່ນສ້າງຂຶ້ນຕອບສະໜອງຕາມຄວາມຮຽກຮ້ອງຕ້ອງ ການຂອງ ປະຊາຊົນບັນດາເຜົ່າພາຍໃນບ້ານດ່ານ ກໍຄື ບ້ານໃກ້ຄຽງ ໂດຍທຶນການກໍ່ສ້າງແມ່ນໄດ້ຈາກ ການໂມທະນາທານຈາກພຸດທະບໍລິສັດ, ອົງການຈັດຕັ້ງພັກ-ລັດ, ບຸກຄົນ-ນິຕິບຸກຄົນ ຕະຫລອດຮອດປະຊາຊົນບັນດາເຜົ່າທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈິດ ໃຈເຫລື້ອມໃສສັດທາໃນພຸດທະສາດສະໜາ ເພື່ອເປັນພຸດທະບູຊາ ແລະ ສິລະປະທາງດ້ານວັດທະນາທຳແຫ່ງໃໝ່ຂອງເມືອງລະມາມ ກໍຄື ແຂວງເຊກອງ ເພາະອົງປູ່ພະຍານາກ ແມ່ນມີເລື່ອງເລົ່າໃນຕໍານານຄວາມເຊື່ອຂອງປະຊາຊົນເຂດດັ່ງກ່າວ ມາແຕ່ດົນນານ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ.