ສົ່ງ​ເສີມ​ພາຍ​ໃນ! ຮອງນາຍົກລັດຖະມົນຕີ ລົງຊຸກຍູ້ສົ່ງເສີມ ການຜະລິດໄມ້ອັດ

SA Game

ຂ​ປ​ລ

ຊຸກຍູ້ສົ່ງເສີມ ການຜະລິດໄມ້ອັດ ຢູ່ບໍລິສັດ ບົວລະພາກະສິກຳປ່າໄມ້ ຈຳກັດ ຢູ່ເມືອງຫີນເຫີບ ແຂວງວຽງຈັນ

ຮອງນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ໂຮງງານຜະລິດໄມ້ອັດ ຈາກໄມ້ທີ່ປູກເອງ ບໍລິສັດບົວລະພາ ກະສິກຳປ່າໄມ້ ຈຳກັດ ຢູ່ເມືອງຫີນເຫີບ ແຂວງວຽງຈັນໃນວັນທີ 3 ພຶດສະພາ 2022 ນີ້,

ເພື່ອຊຸກຍູ້, ສົ່ງເສີມ ການຜະລິດໄມ້ແປຮູບ (ໄມ້ອັດ) ຂອງບໍລິສັດ ດັ່ງກ່າວ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ຜະລິດສິນຄ້າ ໃຫ້ໄດ້ຄຸນນະພາບ, ໄດ້ມາດຕະຖານ ແລະ ສາມາດຕອບສະໜອງ ຕາມຄວາມຕ້ອງການຂອງສັງຄົມ ທັງພາຍໃນ ແລະ ຕ່າງປະເທດ.

ໂອກາດດັ່ງກ່າວ, ທ່ານນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອໍານວຍການ ບໍລິສັດບົວລະພາ ກະສິກໍາປ່າໄມ້ ຈໍາກັດ ໄກ້ລາຍງານໃຫ້ຮູ້ວ່າ: ບໍລິສັດບົວລະພາ ກໍຄື ໂຮງງານຜະລິດໄມ້ອັດ ຈາກໄມ້ທີ່ປູກ ຂອງບໍລິສັດບົວລະພາ ກະສິກຳປ່າໄມ້ ຈຳກັດ ໂດຍນຳໃຊ້ກົນຈັກຕ່າງໆທີ່ທັນສະໄໝ ແລະ ໄດ້ມາດຕະຖານມານຳໃຊ້ ເຂົ້າໃນຂະບວນການຜະລິດ ເຊິ່ງນັບແຕ່ເລີ່ມຕົ້ນຜະລິດ ໃນວັນທີ 1 ມິຖຸນາ 2021 ເປັນຕົ້ນມາ (ແລ່ນເຄື່ອງ 60%)

SA Game
ຂ​ປ​ລ

ສາມາດຜະລິດໄມ້ອັດ ໄດ້ 200 ແມັດກ້ອນຕໍ່ມື (70 ພັນກວ່າແມັດກ້ອນຕໍ່ປີ), ມາຮອດປັດຈຸບັນ ສາມາດສົ່ງອອກ ໄດ້ທັງໝົດ 122 ຕູ້, 3 ລ້ານກວ່າແມັດກ້ອນ, ໃນນັ້ນ ສົ່ງອອກໄປຕະຫລາດ ອົດສະຕຣາລີ, ອິນເດຍ, ໄທ, ອາເມລິກາ, ຢູໂຣບ ແລະ ການາດາ ເຊິ່ງຜະລິດຕະພັນ 90% ແມ່ນສົ່ງອອກ ແລະ 10% ແມ່ນຈຳໜ່າຍຢູ່ພາຍໃນປະເທດ.

ທ່ານນາງ ສຸໄພວັນ ທ່ຽງຈັນໄຊ ຍັງໃຫ້ຮູ້ອີກວ່າ: ໄມ້ທີ່ນຳມາຜະລິດ ແມ່ນໄດ້ມາຈາກສ່ວນຂອງບໍລິສັດ 100%, ເຊິ່ງບໍລິສັດ ມີຄວາມຕ້ອງການໄມ້ ເຂົ້າໂຮງງານ 130.000-185.000 ແມັດກ້ອນຕໍ່ປີ

ໃນປີນີ້ ບໍລິສັດມີແຜນຈະປູກໄມ້ ໃຫ້ໄດ້ 700 ເຮັກຕາ ແລະ ຈະແຈກຢາຍເບ້ຍໄມ້ໃຫ້ ປະຊາຊົນໃຫ້ໄດ້ 50-60 ພັນເບ້ຍ ແນ ໃສ່ສະໜອງໄມ້ເຂົ້າໂຮງງານ ໃຫ້ພຽງພໍກັບການຜະລິດ ໃນແຕ່ລະປີ,

SA Game
ຂ​ປ​ລ

ທັງແນໃສ່ສ້າງວຽກເຮັດງານທຳ ໃຫ້ປະຊາຊົນພາຍໃນເມືອງຫີນເຫີບ ແຂວງວຽງຈັນ ໂດຍຄາດວ່າບໍລິສັດ ຈະສ້າງວຽກເຮັດງານທຳ ໃຫ້ປະຊາຊົນ ກໍຄື ແຮງງານປິ່ນອ້ອມ ເປັນຕົ້ນ ແຮງງານປູກໄມ້, ຕັດໄມ້ ແລະ ອື່ນໆ ໃຫ້ໄດ້ 3 ພັນຄົນຕໍ່ປີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ.