ສົ່ງເສີມສິນລະປິນລາວໃນ​ງານວາງສະແດງສິລະປະຮ່ວມສະໄໝ XZY

SA Game

ອິນ​ໄຊ​ລາວ

ຮ່ວມ​ຊົມງານວາງສະແດງສິລະປະຮ່ວມສະໄໝ XZY ເພື່ອສົ່ງເສີມສິນລະປິນລາວ

ງານ​ສິນ​ລະ​ປະ​ຢູ່​ໃນ​ລາວ​ສ່ວນ​ຫລາຍ​ຍັງ​ເຫັນ​ວ່າ​ຄົນ​ລາວ​ບໍ່​ຄ່ອຍ​ມີ​ຫລາຍ​ຄົນ​ນິ​ຍົມ​ກັນ​ປານ​ໃດ, ແຕ່​ປະ​ຈຸ​ບັນ​ກໍ​ເລີມໆ​ມີ​ຄົນ​ໃຫ້ຄວາມ​ສົນ​ໃຈ​ຫລາຍ​ຂື້ນ, ​ສຳ​ລັບ​ຜູ້​ທີ່​ມີ​ໃຈ​ຮັກ​ໃນ​ງານ​ສິນ​ລະ​ປະ​ຂໍ​ເຊີນ​ຊວນ​ຊົມງານວາງສະແດງສິລະປະ The XYZ Contemporary Art Exhibition 2022 ຫຼື ເປັນຊື່ພາສາລາວຄື ການວາງສະແດງສິລະປະເດິເອັກວາຍແຊັດ ສຳລັບງານວາງສະແດງສິລະປະໄດ້ສຸມໃສ່ ສິນລະປີນທີ່ນອນຢູ່ໃນ 4 ຂະແໜງການຄື:

ຂະແໜງການແຕ້ມຮູບ, ຂະແໜງການຖ່າຍຮູບ, ຂະແໜງການແຜ່ນຜ້າ ແລະຂະແໜງສິລະປະແຫ່ງການຕິດຕັ້ງ, ເຊິ່ງໃນປີນີ້ໄດ້ຮັບການສະໜັບສະໜູນຈາກທາງ Luxemburg Aid & Development ຮ່ວມມືກັບຫ້າງ Parkson ແລະ ທະນາຄານ ການຄ້າຕ່າງປະເທດລາວມະຫາຊົນ, ການຈັດງານຄັ້ງນີ້ ກໍເພື່ອສົ່ງເສີມສິນລະປີນລາວ.

ສຳລັບງານວາງສະແດງ ສິລະປະໃນຄັ້ງນີ້ ແມ່ນມີເປົ້າໝາຍ ເພື່ອຍົກສູງ ແລະ ສົ່ງເສີ່ມສິນລະປິນ ທີ່ອາໄສຢູ່ປະເທດລາວ ໃຫ້ມີບົດບາດພົ້ນເດັ່ນ ແລະ ສາມາດປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.

SA Game
ອິນ​ໄຊ​ລາວ

ນອກຈາກນີ້ ຍັງມີເປົ້າໝາຍ ທີ່ຈະຈັດງານວາງສະແດງສິລະປະຂຶ້ນທຸກໆປີ ເພື່ອໃຫ້ເກີດເປັນງານສັບປະດາ ສິລະປະ ຂອງສິນລະປິນທົ່ວປະເທດ ແລະ ທຸກຂະແໜງການ ເພື່ອຮ່ວມສະຫຼອງຄວາມສຳເລັດ ຂອງສິນລະປິນລາວ, ເຊິ່ງປີຕໍ່ໆໄປ ແມ່ນຈະເພີ່ມຂະແໜງການ ຂອງສິນລະປິນຂຶ້ນເລື່ອຍໆ ເພື່ອຊຸກຍູ້ ສິນລະປິນ ພາຍໃນປະເທດລາວ.

ທ່ານ ອາຈານ ສຸລິຍາ ພູມມິວົງ ສິນລະປີນ ແຫ່ງການຕິດຕັ້ງ ຍັງໄດ້ນຳຜົນງານ ທີ່ວາງສະແດງໃນຫຼາຍໆປະເທດ ມາວາງສະແດງໃນງານຄັ້ງນີ້ ແລະ ຍັງໄດ້ຮັບເຊີນ ສິນລະປີນລາວ ແລະ ຕ່າງປະເທດ ທີ່ອາໄສຢູ່ລາວ ມາຮ່ວມວາງສະແດງຜົນງານ ເພື່ອແລກປ່ຽນວັດທະນະທຳ ແລະ ຄວາມຮູ້ອີກດ້ວຍ.

SA Game
ອິນ​ໄຊ​ລາວ

ການຈັດງານວາງສະແດງຄັ້ງນີ້ ຍັງໄດ້ຮ່ວມມືກັບສະຖາບັນວິຈິດສິນແຫ່ງຊາດ ແລະ ໄດ້ນຳຜົນງານຂອງອາຈານ, ນັກສຶກສາ ແລະສິດເກົ່າ ຂອງສະຖາບັນ ມາວາງສະແດງໃນຄັ້ງນີ້ ນໍາພາໂດຍ: ທ່ານ ອາຈານ ຄຳສຸກ ແກ້ວມິ່ງເມືອງ ສິນລະປິນແຫ່ງຊາດລາວ, ທ່ານ ອາຈານ ອານຸໂລມ ສຸວັນດວນ ສິນລະປິນ ດີເດັ່ນແຫ່ງຊາດລາວ, ທ່ານ ອາຈານ ມິກ ສາຍລົມ ສິລະປະກອນ ຜູ້ມີຄວາມສາມາດ ແລະ ຜົນງານຫຼາກຫຼາຍ ໃນວົງການສິລະປະການແຕ້ມຮູບ ພ້ອມທັງຄະນະອາຈານ ອີກຫຼາຍໆທ່ານຈາກສະຖາບັນ.

SA Game
ອິນ​ໄຊ​ລາວ

ນອກຈາກນີ້ ຍັງມີຜົນງານຂອງ ອາຈານ ສອນ ທີ່ເປັນນັກແຕ້ມຮູບຍິງ ທີ່ນຳຜົນງານມາວາງສະແດງ ໃຫ້ເຫັນເຖິງມຸມມອງ ຂອງແມ່ຍິງ ທີ່ມີຄວາມເປັນເອກະລັກນຳອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ