ສາວ​ລາວ​ພາ​ລູກລັກ​ຂ້າມ​ດ່ານ​ແບບ​ຜິດ​ກົດ​ໝາຍຫວັງ​ບໍ່​ໄດ້ກັກ​ຕົວ14ມື້

SA Game

ພາບ: ປກ​ສ ນວ

ສາວລາວພາລູກຫຼົບຫຼີກການກວດກາຫອບ​ລູກ​ຂື້ນ​ລົດ​ພວງ​ຂ້າມ​ດ່ານ.

ເນືອງ​ຈາກ​ກະ​ລະ​ບາດ​ຂອງ​ໂຄວິດ​ຢູ່​ຫລາຍໆ​ປະ​ເທດ​ຍັງ​ຄົງ​ມີ​ການ​ລະ​ບາດ​ຕໍ່​ເນື່ອງ ການ​ເຂົ້າ​ອອກ​ຜ່ານ​ແຕ່​ລະ​ປະ​ເທດ​ກໍ​ຕ້ອງ​ໄດ້​ເຂັ້ມ​ງວດກວດ​ຂັນ​ເພື່ອ​ບໍ່​ໃຫ້​ມີ​ການ​ນຳ​ພາ​ເຊື້ອ​ໂລກ​ເຂົ້າ​ມາ​ລະ​ບາດ​ພາຍ​ໃນ​ປະ​ເທດ, ສະ​ນັ້ນ​ເຈົ້​າ​ໜ້າ​ທີ່​ກໍ​ສຸມ​ໃສ່​ທຸກ​ກຳ​ລັງ​ຕັ້ງ​ແຕ່​ດ່ານ​ຕ່າງໆ​ຈົນ​ຮອດ​ລະ​ດັບ​ບ້ານ​ເພື່ອ​ຊ່ວຍ​ກັນ​ເປັນ​ຫູ​ເປັນ​ຕາ​ໃນ​ການ​ເຟົ້າ​ລະ​ວັງ​ນຳ​ກັນ.

ລ້າ​ສຸດໃນວັນທີ່ 15 ກຸມພາ 2021ຜ່ານ​ມາ​ນີ້, ເຈົ້າໜ້າທີ່ 1191 ປ່າຝາງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງວ່າມີແຮງງານລາວລັກລອບຂ້າມມາແຕ່ໄທ ສະນັ້ນຈຶ່ງໄດ້ສົມທົບກັບພະແນກຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ປກສ ນວ, ພະແນກສັນຕິບານ ປກສ ເມືອງຫາດຊາຍຟອງ ພ້ອມດ້ວຍການຈັດຕັ້ງບ້ານ ດອນຂາຊ້າຍ ລົງກວດກາເກັບກຳຂໍ້ມູນຮູ້ໄດ້ວ່າ:

SA Game
ພາບ: ປກ​ສ ນວ

ນາງ ວຽງທອງ ອາຍຸ 35 ປີ, ກຳມະກອນ, ບ້ານດອນຂາຊ້າຍ ເມືອງຫາດຊາຍຟອງ, ໃນວັນທີ 10 ກຸມພາ 2021 ເວລາ 11:00ໂມງ ຜູ້ກ່ຽວໄດ້ຈ້າງໂຊເຟີລົດພວງຂອງຄົນໄທ ຈຳນວນເງິນໄທ 3000ບາດ (ສາມພັນບາດ) ລັກຂ້າມມາທາງຂົວມິດຕະພາບລາວ-ໄທ I ພ້ອມດ້ວຍລູກນ້ອຍຊື່ທ້າວ ໄຊຍະພັດ, ອາຍຸ 1 ປີກັບ 5 ເດືອນ; ເມື່ອລັກຂ້າມມາແຕ່ປະເທດໄທແລ້ວຜູ້ກ່ຽວໄດ້ມາພັກຢູ່ເຮືອນຜູ້ກ່ຽວເອງ ມາຮອດວັນທີ່ 15 ກຸມພາ 2021 ເວລາ 13:40 ຈຶ່ງຖືກເຈົ້າໜ້າທີ່ເຂົ້າກວດກາ ແລະ ກັກຕົວນຳສົ່ງສູນກັກກັນຫຼັກ 27 ພ້ອມທັງໃຫ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ.

ເພື່ອໃຫ້ທຸກທ່ານເຂົ້າໃຈຢ່າງຖືກຕ້ອງ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂໍແຈ້ງຄໍາເຫັນແນະນຳຂອງທ່ານຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໃນວັນທີ 04 ກຸມພາ 2021 ໃຫ້ພໍ່ແມ່ປະຊາຊົນ, ແຮງງານລາວທີ່ເປັນພົນລະເມືອງລາວຊາວນະຄອນຫຼວງວຽງຈັນ ຊາບວ່າ:

ຕໍ່ບຸກຄົນທີ່ເຂົ້າມາຕາມຊາຍແດນທີ່ບໍ່ຖືກຕ້ອງ ຫາກຈິງໃຈແຈ້ງເຈົ້າໜ້າທີ່ ແລະ ເຂົ້າຮ່ວມກັກກັນຫາເຊື້ອພະຍາດຈະບໍ່ເສຍຄ່າກວດກາຫາເຊື້ອ, ຄ່າທີ່ພັກ ແລະ ຄ່າອາຫານໃດໆ ໃນກຳນົດເວລາກັກຕົວ 14ວັນ.

ຕໍ່ບຸກຄົນທີ່ເຂົ້າມາບໍ່ຖືກຕ້ອງຕາມຊາຍແດນ ຫາກຫຼົບຫຼີກຈາກການກວດກາ, ການໄປກັກຕົວ ເມື່ອເຈົ້າໜ້າທີ່ຊອກຮູ້ ຈະນຳຕົວໄປກັກກັນກວດກາຫາເຊື້ອພະຍາດໃນກຳນົດເວລາ 14ວັນ, ຜູ້ທີ່ລະເມີດຈະຕ້ອງໄດ້ຮັບຜິດຊອບຈ່າຍຄືນຄ່າກວດກາຫາເຊື້ອດ້ວຍຕົນເອງມູນຄ່າ 1,200,000ກີບ/ຄັ້ງ, ຕາມຂໍ້ຕົກລົງຂອງກະຊວງສາທາລະນະສຸກ ສະບັບເລກທີ 3439/ສທ, ລົງວັນທີ 22 ທັນວາ 2020 ແລະ ຈະຕ້ອງຈ່າຍຄ່າອາຫານ 50,000 ກີບ/ວັນ ໃນໄລຍະກັກຕົວ 14ວັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ: ປກ​ສ ນວ.