ສາລະວັນເລັ່ງ​ປັບ​ປຸງ ແລະ ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ​ແຂງ

SA Game

ວຽງ​ຈັນ​ທາມ

ສາ​ລະ​ວັນ​ເນັ້ນ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ການຢາງ​ປ່າ ຕັ້ງ​ແຄ້ມປະ​ຈົນ​ໄພ ແລະ ຢ້ຽມ​ຢາມ​ຊົນ​ເຜົ່າ

ປະ​ຈຸ​ບັນ​ນີ້, ແຂວງສາລະວັນກໍາລັງເລັ່ງປັບປຸງ ແລະ ສົ່ງເສີມການທ່ອງທ່ຽວພາຍໃນແຂວງ​ໃຫ້​ສາ​ມາດ​ເປັນ​ທ່າ​ແຮງ​ໃນ​ການ​ສ້າງ​ເສດ​ຖະ​ກິດ​ຂອງ​ແຂວງ ກໍ​ຄື​ຄອບ​ຄົວ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ພາຍ​ໃນ​ແຂວງ ຫລັງ​ຈາກ​ການ​ລະ​ບາດ​ຂອງພະ​ຍາດ​ໂຄວິດ-19 ເບົາ​ລອງ, ແລະ ປະ​ຈຸ​ບັນ ສ​ປ​ປ ລາວ​ກໍ​ໄດ້​ເປີດ​ປະ​ເທດ​ຢ່າງ​ເປັນ​ທາງ​ການ​ແລ້ວ, ສະ​ນັ້ນ​ຈະ​ສາ​ມາດ​ດືງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເຂົ້າ​ມາ.

ພາຍຫຼັງທີ່ລັດຖະບານລາວໄດ້ເປີດດ່ານສາກົນທຸກດ່ານໃນຂອບເຂດທົ່ວປະເທດ ຫຼື ເປີດປະເທດເພື່ອຕ້ອນຮັບນັກທ່ອງທ່ຽວແຕ່ຕົ້ນເດືອນພຶດສະພາ ທີ່ຜ່ານມານັ້ນ, ປັດຈຸບັນນີ້ ອໍານາດການປົກຄອງແຂວງສາລະວັນ ໂດຍສະເພາະພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງສາລະວັນ ກໍາລັງເລັ່ງຟື້ນຟູການທ່ອງທ່ຽວໂດຍເລັ່ງໃສ່ການຊຸກຍູ້, ສົ່ງເສີມຜູ້ປະກອບການລົງທຶນ ພັດທະນາສິ່ງອຳນວຍຄວາມສະດວກຢູ່ແຫຼ່ງທ່ອງທ່ຽວຕ່າງໆ, ປັບປຸງກິດຈະກໍາທ່ອງທ່ຽວໃໝ່ເຊັ່ນ:

SA Game
ວຽງ​ຈັນ​ທາມ

ການຍ່າງປ່າ, ທ່ອງທ່ຽວແບບອະນຸລັກ, ຜະຈົນໄພ, ຕັ້ງແຄັມ, ຢ້ຽມຢາມຊົນເຜົ່າ, ພ້ອມທັງປັບປຸງອຸທິຍານພູຜາສຸກ, ປາກເສັດ, ຫັດຖະກໍາຕໍ່າແຜ່ນຫ້ວຍຫູນ, ຕາດສູງເຊເສັດ, ແກ້ງຊັນ, ຫໍໄຕປີດົກ, ແກ້ງຄັນຕ່າຍ ແລະ ແຫຼ່ງທ່ອງທ່ຽວອື່ນໆ.

ນອກນັ້ນ, ພະແນກ ຖວທ ຍັງສ້າງແຜນເຊື່ອມໂຍງການທ່ອງທ່ຽວລະຫວ່າງແຂວງ ກັບ ຕ່າງແຂວງ ແລະ  ປະເທດເພື່ອນບ້ານ ເຊັ່ນ: ປະເທດໄທ ແລະ ສສ ຫວຽດນາມ ພ້ອມດຽວກັນນັ້ນ ກໍ່ໄດ້ສ້າງປະຕິທິນທ່ອງທ່ຽວ, ຊຸກຍູ້ກິດຈະການທ່ອງທ່ຽວ ເປັນຕົ້ນ:

ທີ່ພັກແຮມ, ຮ້ານອາຫານ, ຮ້ານບັນເທີງ ແລະ ສະຖານທີ່ທ່ອງທ່ຽວ ໄດ້ຮັບການຢັ້ງຢືນການປະຕິບັດມາດຕະຖານການທ່ອງທ່ຽວທີ່ປອດໄພ (Lao safe), ການນຳທ່ຽວ, ກຸ່ມລົດບໍລິການຂົນສົ່ງນັກທ່ອງທ່ຽວ ແລະ ປັບປຸງຄືນສະມາຄົມ, ກຸ່ມທຸລະກິດຜູ້ປະກອບການທ່ອງທ່ຽວຂັ້ນແຂວງ, ຂັ້ນເມືອງ ແລະ ຄວາມເປັນເອກະພາບໃນການປະຕິບັດລະບຽບການຄຸ້ມຄອງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ຂອບ​ໃຈແຫຼ່ງຂໍ້ມູນຈາກ: ວຽງ​ຈັນ​ທາມ.