ສາມແຂວງພາກເໜືອ ສ​ປ​ປ ລາວ ກຽມພັດທະນາພະລັງງານສະອາດ 

SA Game

ຂ​ປ​ລ

ສ​ປ​ປ ລາວ ກຽມພັດທະນາພະລັງງານສະອາດຢູ່​ສາມ​ແຂວງ​ພາກ​ເໜືອ

ໄດ້ມີ​ການລົງນາມໃນບົດບັນທຶກຄວາມເຂົ້າໃຈ ເພື່ອເກັບກໍາຂໍ້ມູນຂອບເຂດເນື້ອທີ່ ແລະ ສຶກສາຄວາມເປັນໄປໄດ້ ໂຄງການພັດ ທະນາພະລັງງານສະອາດ ຄົບວົງຈອນ ຢູ່ແຂວງຜົ້ງສາລີ, ຫລວງນໍ້າທາ ແລະ ອຸດົມໄຊ

ລະຫວ່າງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຄ້າຍ ຫົວຫ່າງ ປະທານ ບໍລິສັດພະລັງງານເອດຣາໃນວັນທີ 17 ຕຸລາ 2022ທີ່​ຜ່ານ​ມາ, ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ.

ໃນ​ການ​ລົງ​ນາມ​ຄັ້ງ​ນີ້ມີທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ, ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີວ່າການກະຊວງພະລັງງານ-ບໍ່ແຮ່, ທ່ານ ຈຽງ ຈາຍ ຕົ້ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈໍາລາວ, ເຈົ້າ ແຂວງຜົ້ງສາ ລີ ຫລວງນໍ້າທາ ແລະ ອຸດົມໄຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້່າຮ່ວມ.

SA Game
ຂ​ປ​ລ

ທ່ານ ຫລີ ອີ້ ຫລຸນ ອຳນວຍການ ບໍລິສັດ ຊີຈີເອັນລາວ (ສປ ຈີນ) ກ່າວວ່າ:

ປັດຈຸບັນບໍລິສັດພວກເຮົາໄດ້ພັດທະນາໂຄງການພະລັງງານສະອາດ ມີສາຂາ 5 ແຫ່ງ, ມູນຄ່າການລົງທຶນທັງໝົດ 900 ຕື້ຢວນ, ກໍາລັງການຜະລິດ 72 ລ້ານກິໂລວັດ ໃນ ສປ ຈີນ, ມີກໍາລັງຕິດຕັ້ງ 30 ລ້ານກວ່າກິໂລວັດ, ນອກນັ້ນແມ່ນຢູ່ຕ່າງປະເທດ ລ້ານກວ່າກິໂລວັດ ໃນປະເທດໃນອາຊີຕາເວັນອອກສຽງໃຕ້ ອີຢິບ ຝຣັ່ງ ບຣາຊິນ ແລະ ອື່ນໆ.

ສໍາລັບການລົງນາມເທື່ອນີ້ ແມ່ນປະຕິບັດຕາມຍຸດທະສາດ ພາຍໃຕ້ຄູ່ຮ່ວມຊະຕາກໍາດຽວກັນ ຂອງສອງປະເທດ ລາວ-ຈີນ ໃຫ້ປະສົບຜົນສຳເລັດເປັນຈິງ ໂດຍສະເພາະແມ່ນການເຊື່ອມໂຍງຕາຂ່າຍໄຟຟ້າລະຫວ່າງສອງປະເທດ ແມ່ນມີຄວາມສໍາຄັນຫລາຍ ເຊິ່ງຈະຊ່ວຍປ່ຽນແຜນການ ໃຫ້ເປັນການຈັດຕັງປະຕິບັດ ແລະ ປ່ຽນແນວຄິດ ໃຫ້ເປັນຮູບປະທໍາ.

ທ່ານ ນາງ ພອນວັນ ອຸທະວົງ ກ່າວວ່າ:

ສຳລັບການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງນີ້ ແມ່ນບາດກ້າວສຳຄັນ ເພື່ອໃຫ້ບໍລິສັດໄດ້ປະສານສົມທົບກັບຂະແໜງການກ່ຽວຂ້ອງສູນກາງ ແລະ ທ້ອງຖິ່ນ ຮ່ວມກັນກຳນົດຂອບເຂດພື້ນທີ່ ທີ່ມີຄວາມເປັນໄປໄດ້ ເພື່ອຈະນຳໃຊ້ເຂົ້າໃນໂຄງການ ໃນໄລຍະ 6 ເດືອນ ເພື່ອຈະກ້າວເຂົ້າສູ່ບົດບັນທຶກຄວາມເຂົ້າໃຈ (MOU) ສະບັບສົມບູນ ໃນການສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງການດັ່ງກ່າວ ຢູ່ໃນສາມແຂວງພາກເໜືອ, ຫວັງຢ່າງຍິ່ງວ່າ ໂຄງການນີ້ ຈະສາມາດຈັດຕັ້ງປະຕິບັດເປັນຮູບປະທຳໃນຂັ້ນຕອນຕໍ່ໄປໂດຍໄວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ