ສັນ​ຍາ​ລັກ ຕາແຫຼວ ສັນ​ຍາ​ລັກ​ແຫ່ງ​ຈິດ​ວິນ​ຍານພະລັງອຳນາດຂອງ​ຟ້າ​ແຖນ

SA Game

ອິນ​ໄຊ​ລາວ

ມາ​ຮູ້​ຈັກ​ກັບ ສັນ​ຍາ​ລັກ “ຕາແຫຼວ” ທີ່​ຫລາຍ​ຄົນ​ຕ້ອງ​ຮູ້​ໃນ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊົນ​ຊາດ​ຊົນ​ເຜົ່າ​ຂອງ​ລາວ.

ໃນ​ປະ​ເທດ​ລາວ​ມີ​ຫລາກ​ຫລາຍ​ຊົນ​ເຜົ່າ ແລະ ຫລາກ​ຫລາຍ​ຮີດ​ຄອງ​ປະ​ເພ​ນີ, ແຕ່​ສິ່ງ​ທີ່​ຫລາຍ​ຄົນ​ມັກ​ເຫັນ​ຢູ່​ໃນ​ຫລາຍໆ​ສະ​ຖານ​ທີ່, ຕາມ​ໝູ່​ບ້ານ, ຕາມ​ເສັ້ນ​ທາງ ແລະ ສະ​ຖານ​ທີ​ອື່ນໆ ນັ້ນ​ກໍ​ຄື “ຕາແຫຼວ” ເປັນວັດທະນະທຳແຫ່ງດິນແດນ ອຸສາຄະເນ, ຕາມຄວາມເຊື່ອຂອງຫຼາຍໆຊົນເຜົ່າໃນລາວແລ້ວ ແມ່ນເຊື່ອວ່າ ເປັນສັນຍາລັກແຫ່ງ ຈິດວິນຍານຂອງຟ້າແຖນ ທີ່ເອີ້ນວ່າ “ຂວັນ”

ເຊິ່ງ​ຕາ​ແຫລວ​ຈະມີຮູບຮ່າງຕ່າງໆ ບໍ່ວ່າຈະເປັນ ວົງມົນມີແຊກອ້ອມ, ເປັນຂົດວົງມົນກົ້ນຫອຍ, ສາມຫຼ່ຽມ, ສີ່ຫຼ່ຽມ, ຫ້າຫຼ່ຽມ, ຫົກຫຼ່ຽມ ໄປຈົນເຖິງ ແປດຫຼ່ຽມ, ຂີດຂຽນແຕ້ມຄວັດເປັນຮູບ ຫຼື ໃຊ້ໄມ້ໄຜ່ສານຂັດກັນຂຶ້ນມາ ລ້ວນແລ້ວແຕ່ສື່ເຖິງ ຈິດວິນຍານແຫ່ງຟ້າແຖນ ຜູ້ທີ່ມີພະລັງອຳນາດຫຼາຍທີ່ສຸດ ໃນການບັນດານທຸກສັບພະສິ່ງ ໃນຄວາມເຊື່ອຂອງຊົນພື້ນເມືອງ, ໃນປະເທດລາວ.

SA Game
ອິນ​ໄຊ​ລາວ

ສາມາດພົບເຫັນ “ຕາແຫຼວ” ໄດ້ທົ່ວໄປໃນທຸກພາກຂອງປະເທດ ແລະ ເກືອບທຸກຊົນເຜົ່າຂອງລາວ ບໍ່ວ່າຈະເປັນ ຊົນເຜົ່າລາວ, ກຶມມຸ, ມົ້ງ, ຜູ້ໄທ, ພວນ, ໄທດຳ, ໄທແດງ, ກະສວຍ, ກະຕາງ, ຕະໂອຍ… ເຊິ່ງນິຍົມເອົາໄມ້ໄຜ່ມາຈັກເປັນເສັ້ນເອີ້ນວ່າ “ຕອກ” ແລ້ວນຳມາສານຂັດກັນເປັນຮູບຮາງຕາມຄວາມເຊື່ອນັ້ນ, ແລ້ວນຳເຂົ້າຮ່ວມພິທີ່ສຳຄັນຕ່າງໆ ຂອງຊີວິດ ເຊັນ: ສູ່ຂວັນຄົນ, ສູ່ຂວັນເຂົ້າ, ລົງນາແຮກ, ລ້ຽງຜີຕາແຮກ, ລ້ຽງບ້ານ, ຊຳຮະບ້ານ ໄປຈົນເຖິງການເຮັດແຂວນໄວ້ ທາງເຂົ້າບ້ານ, ປະຕູເຮືອນຊານ, ເລົ້າເຂົ້າ, ຄອກສັດ ໄປຈົນເຖິງລານກາງບ້ານ.

SA Game
ອິນ​ໄຊ​ລາວ

ເຂົາເຈົ້າເຊື່ອວ່າ ເມື່ອເຮັດຕາແຫຼວແລ້ວ ຈະມີຂວັນ ຫຼື ດວງຈິດທີ່ດີ ຂອງຟ້າແຖນ ມາສະຖິດຢູ່ ເພື່ອປົກປັກຮັກສາ, ຄຸ້ມຄອງ ໃນອານະເຂດ ຫຼື ບໍລິເວນທີ່ຕາແຫຼວຕັ້ງຢູ່, ຈະໃຊ້ຕາແຫຼວ ເພື່ອປ້ອງກັນສີ່ງບໍ່ດີ ທີ່ຈະເຂົ້າມາທຳຮ້າຍຄົນ, ສັດ ລວມໄປເຖິງເຄື່ອງປູກຂອງຝັງ.

SA Game
ອິນ​ໄຊ​ລາວ

ເຊິ່ງເຫັນໄດ້ວ່າໃນປັດຈຸບັນ ກໍຍັງມີຫຼາຍຊົນເຜົ່າ ທີ່ນຳໃຊ້ຕາແຫຼວ ເຂົ້າໃນພິທີກຳຕາມຄວາມເຊື່ອຕ່າງໆ ບໍ່ວ່າໂລກຈະມີຄວາມທັນສະໄໝ ແຕ່ຄວາມເຊື່ອແຕ່ບູຮານ ກໍຍັງສືມຕໍ່ກັນມາຈົນຮອດປັດຈຸບັນ ເພື່ອເປັນການສືບສານວັດທະນາທຳ ໄວ້ໃຫ້ຄົນລຸ້ນລູກລຸ້ນຫຼານໄດ້ຮຽນຮູ້ຕໍ່ໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ