ສະ​ເໜີ​ລັດ​ຖະ​ບານ​ໃນ​ການເລັ່ງ​ແກ້​ໄຂ​ບັນ​ຫາ​ຜູ້​ຫວ່າງ​ງານ​ໃນ ສ​ປ​ປ ລາວ

SA Game

laoedaily.com

​ແນະ​ນຳໃຫ້ທ້ອງຖິ່ນຕັ້ງຈຸດຂຶ້ນທະບຽນ ຄວາມຕ້ອງການແຮງງານຊ່ວຍຜູ້ຫວ່າງງານ.

ດັ່ງ​ທີ່​ທຸກ​ຄົນ​ໜ້​າ​ຈະ​ຮູ້​ກັນ​ດີ​ວ່າ​ໃນ​ລະ​ຍ​ະ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ນີ້, ເຮັດ​ໃຫ້​ແຮງ​ງານ, ພໍ່​ຄ້າ​ແມ່ນ​ຄ້າ, ປະ​ຊາ​ຊົນ​ຜູ້​ອອກ​ແຮງ​ງານ​ຕ່າງໆ​ລ້ວນ​ແລ້ວ​ແຕ່​ໄດ້​ຮັບ​ຜົນ​ກະ​ທົບ, ຫລາຍ​ໆ​ຄົນ​ຫວ່າງ​ງານ​ບໍ່​ມີ​ວຽກ​ຈະ​ເຮັດ, ໂດຍ​ສະ​ເພາ​ແຮງ​ງານ​ທີ່​ກັບ​ມາ​ຈະ​ຕ່າງ​ປະ​ເທດ​ເປັນ​ຈ່ຳ​ນວນ​ຫລວງ​ຫລາຍ ຕ້ອງ​ການ​ເປັນ​ຄົນ​ຫວ່າງ​ງານ​ໂດຍ​ບໍ່​ໄດ້​ມີ​ວຽກ​ຫຍັງ​ເຮັດ ແລະ ສາຍ​ເຫດ​ນີ້​ເອງ​ຈິ່ງ​ເຮັດ​ໃຫ້​ທາງ​ພາກ​ລັດ​ຕ້ອງ​ໄດ້​ເລັ່ງ​ແກ້​ໄຂ​ບັນ​ຫາ​ເຫລົ່າ​ນີ້​ໂດຍ​ດ່ວນ.

ສະ​ນັ້ນ, ທາງ​ລັດ​ຖະ​ບານ​ກໍ​ຖືໂອກາດ ເປີດກອງປະຊຸມທາງໄກຂອງຂະແໜງແຮງງານໃນທົ່ວປະເທດ ທີ່ຈັດຂຶ້ນໃນວັນທີ 16 ພະຈິກ 2021 ນີ້ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫັວດດີການສັງຄົມ ໄດ້ມີທິດຊີ້ນຳໃຫ້ ພະແນກການທ້ອງຖິ່ນ ຕັ້ງຈຸດການຂື້ນທະບຽນຄວາມຕ້ອງການຂອງແຮງງານເປັນ 3 ເປົ້າໝາຍ ຄວາມຕ້ອງການແຮງງານທີ່ຢາກເຮັດວຽກຢູ່ພາຍໃນປະເທດຕຳແໜ່ງງານໃດ, ເປົ້າໝາຍແຮງງານທີ່ຕ້ອງການກັບຄືນໄປເຮັດວຽກຢູ່ຕ່າງປະເທດ ແລະ ເປົ້າໝາຍຢາກຝືກວິຊາຊີບ , ຝຶກວີຊາໃດ ຢ່າງຮີບຮ້ອນ ແລະ ເລັ່ງດ່ວນທີ່ສຸດ.

SA Game
laoedaily.com

ຂະນະທີ່, ທ່ານນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໄດ້ລາຍງານໃຫ້ຮູ້ວ່າ: ແຕ່ເດືອນມີນາ 2020-ຕຸລາ 2021 ມີແຮງງານລາວທີ່ເຮັດວຽກຢູ່ຕ່າງປະເທດທັງໝົດ 224.118 ຄົນ, ໃນນັ້ນ ກັບຄືນແລ້ວ 215.671 ຄົນ, ກັບໃນປີ 2020 ຈໍານວນ 156.167 ຄົນ ແລະ ກັບໃນປີນີ້ 59.504 ຄົນ, ໄປຖືກຕ້ອງຕາມ MOU ມີ 84.267 ຄົນ, ກັບຄືນປະເທດແລ້ວ 77.255 ຄົນ, ສ່ວນທີ່ເຫຼືອແມ່ນໄປບໍ່ຖືກ 139.851 ຄົນ

SA Game
laoedaily.com

ສ່ວນອັດຕາການວ່າງງານມາຮອດ ເດືອນກັນຍາ 2021 ແມ່ນ 21,8%, ຄວາມຕ້ອງການແຮງງານໄດ້ 25.254 ຕໍາແໜ່ງ ແລະ ບັນຈຸເຂົ້າເຮັດວຽກໄດ້ແລ້ວ 18.628 ຄົນ. ໃນປະຈຸບັນ ກະຊວງແຮງງານ ແລະສະຫວັດດີການສັງຄົມ ກໍ່ຄືພາກລັດຍັງມີແຜນຈະໃຫ້ການຊ່ວຍເຫຼືອຜູ້ວ່າງງານທີ່ຕ້ອງການເຮັດວຽກພາຍໃນປະເທດສາມາດເຂົ້າໄປໃຫ້ຂໍ້ມູນໄວ້ທີ່ພະແນກແຮງງານ ແລະສະຫວັດດີການແຂວງໃນວັນເວລາລັດຖະການ ຫຼື ໂທ 1535.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com