ສະໝຸນໄພພື້ນບ້ານ ແລະ ພູມປັນຍາທ້ອງ​ຖິ່ນ​ທີ່​ເປັນ​ຢາ​ຮັກ​ສາ​ໂລກ

SA Game

phakhaolao.la

ພູມປັນຍາ ແລະ ສະໝຸນໄພພື້ນບ້ານ ​ຂອງ​ປະ​ຊາ​ຊົນ​ລາວ​ສາ​ມາດຮັກສາອາການເຈັບແຂ້ວ​ໄດ້​ດີ

ສະໝຸນໄພພື້ນບ້ານ ພູມປັນຍາທ້ອງຖິ່ນມີວິທີການຮັກສາອາການເຈັບແຂ້ວໃນເບື້ອງຕົ້ນດ້ວຍຫຼາຍວິທີ ຊຶ່ງສ່ວນໃຫ່ຍກໍໄດ້ນຳໃຊ້ພືດສະໝຸນໄພພື້ນບ້ານ

ອາການເຈັບແຂ້ວອາດເກີດຂຶ້ນໄດ້ຈາກຫຼາຍສາເຫດເຊັ່ນ ເນື່ອງຈາກບັນຫາເຫືອກບວມ, ແຂ້ວກົກ, ຫຼື ແຂ້ວເປັນແມງ ຊຶ່ງສ້າງຄວາມລຳຄານໃຈ ແລະ ອາດສົ່ງຜົນກະທົບຕໍ່ຊີວິດປະຈຳວັນໄດ້.

ສຳລັບການຮັກສາອາການເຈັບແຂ້ວເບື້ອງຕົ້ນ ຫຼື ສຳລັບຄົນທີ່ອາການເບົາບາງໃນປະຈຸບັນ ສ່ວນໃຫ່ຍມັກຈະຊື້ຢາຕາມຮ້ານຂາຍຢາທົ່ວໄປມາກິນເພື່ອບັນເທົາອາການເຈັບປວດ, ຖ້າຫາກອາການໜັກກໍໄປພົບແພດໝໍ ເພື່ອປິ່ນປົວ. ວິທີຮັກສາອາການຈັບແຂ້ວ ສາມາດເຮັດໄດ້ຫຼາຍວິທີ ແຕ່ກ່ອນທີ່ຈະຮັກສາຄວນຫາສາເຫດຂອງອາການເຈັບແຂ້ວກ່ອນເພື່ອຮັກສາໃຫ້ຖືກວິທີ.

SA Game
phakhaolao.la

ໃນອາດີດ ເມື່ອຍາມປູ່ຍ່າຕາຍາຍ ເມື່ອຍາມທີ່ການບໍລິການສາທາລະສຸກຍັງບໍ່ທັນສະໄໝ ແລະ ການເຂົ້າເຖິງທີ່ບໍທັນສະດວກສະບາຍຄືດັ່ງປະຈຸບັນ ຊາວບ້ານກໍໄດ້ນຳໃຊ້ ສະໝຸນໄພພື້ນບ້ານ ພູມປັນຍາທ້ອງຖິ່ນ ເພື່ອຮັກສາ ຊຶ່ງສ່ວນໃຫ່ຍກໍໄດ້ນຳໃຊ້ພືດສະໝຸນໄພພື້ນບ້ານເຂົ້າໃນການປິ່ນປົວເຊັ່ນ:

  1. ສົ້ມພໍ: ເປືອກ: ຊ່ວຍບຳລຸງທາດໃນຮ່າງກາຍ, ນຳມາຕົ້ມກັບເກືອອົມຮັກສາອາການເຫງືອກອັກເສບ
  2. ຜັກຕັ້ງໂອ: ຊ່ວຍແກ້ອາການຮ້ອນໃນ, ຕ້ານເລືອດອອກຕາມວ່າງແຂ້ວ
  3. ຜັກຄາດ: ເຫຼົ້າແຊ່ດອກຜັກຄາດ 1/5 ເປັນຢາແກ້ປວດແຂ້ວແມງ, ບາງຄົນໃຊ້ເປັນຢາມຶນກັບທີ່ເພື່ອຫຼົກແຂ້ວ
  4. ເຄືອໝາກບ້າຄາຍ: ລໍາຕົ້ນ, ເປືອກຕົ້ນ ໃຊ້ຕົ້ມປະສົມກັບເກືອ ເປັນຢາອົມແກ້ເຈັບແຂ້ວ.
  5. ດອກມະລິ: ຮັກສາແຂ້ວແມງ (ຕາກແຫ້ງບົດໃຫ້ເປັນຜົງນຳມາປະສົມກັບໄຂ່ແດງທີ່ຕົ້ມສຸກແລ້ວໃສ້ໃນຮູແຂ້ວແມງ)
  6. ເຄືອອັນຊັນ: ນຳມາສີແຂ້ວຈະເຮັດໃຫ້ແຂ້ວຄົງທົນແຂງແຮງ ແລະ ແກ້ອາການເຈັບແຂ້ວໄດ້ດີ
ສະໝຸນໄພພື້ນບ້ານ
phakhaolao.la

ສະໝຸນໄພດັ່ງກ່າວ ຖືໄດ້ວ່າປັນສະໝຸນໄພທີ່ຊາວບ້ານໄດ້ນຳໃຊ້ ເມື່ອມີອາການເຈັບແຂ້ວ, ແຕ່ນອກຈາກສະໝຸນໄພດັ່ງກ່າວແລ້ວກໍຍັງມີອີກຫຼາຍຊະນິດທີ່ມີສັບພະຄຸນເຊັ່ນດຽວກັນ.

ອີກໜຶ່ງຂໍ້ທີ່ສຳຄັນໃນການນຳໃຊ້ສະໝຸນໄພຄື ການສຶກສາຂັ້ນຕອນການນຳໃຊ້ ແລະ ນຳໃຊ້ຊະນິດສະໝຸນໄພທີ່ຖືກຕ້ອງ ເພາະທຸກຢ່າງສາມາດໃຫ້ປະໂຫຍດໄດ້ກໍອາດໃຫ້ໂທດໄດ້ເຊັ່ນດຽວກັນ ເພື່ອຄວາມປອດໄພຂອງຕົວທ່ານເອງ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເບີ່ງ​ເມືອງ​ລາວ

ຂອບ​ໃຈແຫຼ່ງຂໍ້ມູນຈາກ: phakhaolao.la