ສະຫລອງວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5 ລາວ-ຈີນ

SA Game

ຂ​ປ​ລ

ລາວ-ຈີນ ມະຫັດສະຈັນຂອງພູເຂົາ ຊີວິດທີ່ສວຍງາມ ຟື້ນຟູອຸດສາຫະກຳທ່ອງທ່ຽວໃຫ້​ຄືກ​ຄື້ນ

ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ສະຫະພັນການທ່ອງທ່ຽວພູເຂົາສາກົນ ສປ ຈີນ ຈັດພິທີສະຫລອງວັນການທ່ອງທ່ຽວພູເຂົາສາ ກົນ ຄັ້ງທີ 5 ແລະ ກອງປະຊຸມປິ່ນອ້ອມກ່ຽວຂ້ອງ ພາຍໃຕ້ຫົວຂໍ້ “ມ່ວນຊື່ນໃນຄວາມມະຫັດສະຈັນຂອງພູເຂົາ, ແບ່ງປັນຊີວິດທີ່ສວຍງາມ, ຟື້ນຟູອຸດສາຫະກຳການທ່ອງທ່ຽວ” ໃນວັນທີ 29 ພຶດສະພາ 2023.

ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຟູ ຫຍິງຊຸນ ຮອງປະທານ, ເລຂາທິການ ສະຫະພັນທ່ອງທ່ຽວພູເຂົາສາກົນ ສປ ຈີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ອຸ່ນທວງ ຂາວພັນ ກ່າວວ່າ: ໃນປັດຈຸບັນ ອຸດສາຫະກຳການທ່ອງທ່ຽວທົ່ວໂລກ ກຳລັງຟື້ນຕົວຢ່າງຕໍ່ເນື່ອງ ຫລັງຈາກທີ່ໄດ້ຮັບຜົນກະທົບ ຈາກພະຍາດໂຄວິດ-19, ການເປີດບໍລິການເສັ້ນທາງລົດໄຟຄວາມໄວສູງ ເຊື່ອມໂຍງລະຫວ່າງ ລາວ-ຈີນ

SA Game
ຂ​ປ​ລ

ຖືວ່າເປັນທ່າແຮງໜຶ່ງທີ່ສໍາຄັນສຳລັບການ ອໍານວຍຄວາມສະດວກ ໃຫ້ແກ່ການເດີນທາງລະຫວ່າງປະເທດ, ການເຊື່ອມເສັ້ນທາງລົດໄຟລາວ-ຈີນ ຈາກ ນະຄອນຫລວງວຽງຈັນ ສປປ ລາວ-ຄຸນໝິງ ສປ ຈີນ ໃນເດືອນ ເມສາ 2023 ຜ່ານມາ ເຮັດໃຫ້ນັກທ່ອງທ່ຽວ ມີຫລາຍທາງເລືອກເພີ່ມຂຶ້ນ ເພື່ອເຂົ້າມາທ່ອງທ່ຽວຢູ່ສອງປະເທດ ລາວ-ຈີນ.

ລັດຖະບານແຫ່ງ ສປປ ລາວ ມີຈຸດມຸ່ງໝາຍໃນການພັດທະນາເສັ້ນທາງລົດໄຟ ລາວ-ຈີນ ໃຫ້ກາຍເປັນແລວທາງເສດຖະກິດ ເຊື່ອມໂຍງກັບປະເທດໃນພາກພື້ນສ້າງລາຍໄດ້ມະຫາສານໃຫ້ປະເທດຊາດ, ປະກອບສ່ວນໃນການແກ້ໄຂສະພາບເສດຖະກິດຂອງປະເທດ, ສາມາດດຶງດູດນັກທ່ອງທ່ຽວໃນພາກພື້ນ ແລະ ສາກົນໃຫ້ນັບມື້ເພີ່ມຂຶ້ນ, ທັງເປັນການໂຄສະນາ ສປປ ລາວ ໃຫ້ກ້ວາງຂວາງໃນເວທີສາກົນ

ຊຸກຍູ້ສົ່ງເສີມການບໍລິການຂົນສົ່ງສິນຄ້າ, ການໂດຍສານເພື່ອສົ່ງເສີມການທ່ອງທ່ຽວຂອງ ສປປ ລາວຕໍ່ ບັນດາປະເທດໃນພາກພື້ນ ແລະ ໃນໂລກ ເຮັດໃຫ້ ສປປ ລາວ ກາຍເປັນຈຸດໃຈກາງການເຊື່ອມໂຍງ ຂອງບັນດາປະເທດອາຊຽນກັບ ສປ ຈີນ ໂດຍສະເພາະກໍແມ່ນການເຊື່ອມໂຍງລະຫ່ວາງ ສປປ ລາວ ກັບສາກົນ ແລະ ເຮັດໃຫ້ສປປ ລາວ ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວຂອງໂລກ.

ທ່ານ ອຸ່ນທວງ ຂາວພັນ ຍັງໄດ້ຍົກໃຫ້ເຫັນ ຂໍ້ລິເລີ່ມຈັດຕັ້ງງານວັນທ່ອງທ່ຽວພູເຂົາສາກົນ ໃນປີນີ້ໄດ້ດຳເນີນພາຍໃຕ້ຫົວຂໍ້ “ມ່ວນຊື່ນໃນຄວາມມະຫັດສະຈັນຂອງພູເຂົາ, ແບ່ງປັນຊີວິດທີ່ສວຍງາມ, ຟື້ນຟູອຸດ ສາຫະກຳການທ່ອງທ່ຽວ” ເປັນຫົວຂໍ້ຫລັກປະຈຳປີ ເຊິ່ງໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຂອບໃຈໄປຍັງ ສະຫະພັນການທ່ອງທ່ຽວ ພູເຂົາສາກົນ ທີ່ໄດ້ເລືອກເອົາ ສປປ ລາວ ເປັນສະຖານ ທີ່ຈັດງານໃນຄັ້ງນີ້ ທີ່ເຫັນວ່າຈະປະກອບສ່ວນໂຄສະນາ ໃຫ້ແກ່ການທ່ອງທ່ຽວລາວ ເຊິ່ງກໍພໍດີກັບ ສປປ ລາວ ພວມຫ້າງຫາກະກຽມ ເປີດປີທ່ອງທ່ຽວ(Visit Lao Year) ໃນປີ 2024 ທີ່ຈະມາເຖິງນີ້ ໄປ ພ້ອມໆກັບ ການຮັບກຽດເປັນປະທານອາຊຽນ 2024 ເພື່ອດຶງດູດໃຫ້ນັກທ່ອງທ່ຽວຈາກທົ່ວທຸກມູມໂລກ ເດີນທາງມາສໍາຜັດ ແລະ ທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ຢູ່ ສປປ ລາວ.

SA Game
ຂ​ປ​ລ

ການຈັດງານວັນທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5 ທີ່ ສປປ ລາວ ໃນຄັ້ງນີ້ ຍັງປະກອບດ້ວຍບັນ ດາກອງປະຊຸມປິ່ນອ້ອມ ເຊັ່ນ: ກອງປະຊຸມສຳມະນາ ໃນຫົວຂໍ້ ມ່ວນຊື່ນໃນຄວາມມະຫັດສະຈັນຂອງພູເຂົາ, ແບ່ງປັນຊີວິດທີ່ສວຍງາມ, ຟື້ນຟູອຸດສາຫະກຳການທ່ອງທ່ຽວ”

ແລະ ເວທີປຶກສາຫາລື ເພື່ອສົ່ງ ເສີມການທ່ອງທ່ຽວທາງພູເຂົາແຫ່ງ ເອເຊຍ ເຊິ່ງໄດ້ເຊີນບັນດານັກວິທະຍາກອນ, ຊ່ຽວຊານ ຈາກພາກລັດ, ພາກທຸລະກິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຂື້ນມາບັນຍາຍ ແລກປ່ຽນຄຳເຫັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.