ສະພາການຄ້າອຸດສາຫະກໍາແຫ່ງຊາດລາວຮ່ວມ​ຢ້ຽມ​ຢາມ​ທຸ​ລະ​ກິດ​ລາວ2022

SA Game

ຂ​ປ​ລ

ສະພາທຸລະກິດໄທ-ລາວ ແລະ ການຄ້າອຸດສາຫະກໍາສ້າງ​ກິດ​ຈະ​ກຳ ແລະ ຢ້ຽມຢາມທຸລະກິດລາວ.

ໄດ້ມ​ີ​ງານ​ຈັດກິດຈະກໍາຮ່ວມ​ກັນ Business Visit Laos 2022 ໃນຊ່ວງວັນທີ 11-14 ສິງຫາ 2022, ໂດຍ ທ່ານ ດຣ​ ຈະຕຸລົງ ບຸນນາກ ປະທານສະພາທຸລະກິດໄທ-ລາວ, ທ່ານ ທໍານອງ ພົນທອງມາກ ນາຍົກສະມາຄົມທຸລະກິດໄທໃນ ສປປ ລາວ ຮ່ວມກັບ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ຄະນະລາວ-ໄທ

ໂດຍມີພາກທຸລະກິດໄທເຂົ້າຮ່ວມໂຄງການທັງໝົດ 30 ພາກສ່ວນຈາກ 5 ກຸ່ມ​ທຸລະກິດ.

ກິດຈະກໍາໄດ້ເລີ່ມຂຶ້ນຈາກ ການເຂົ້າຢ້ຽມຢາມທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າແຫ່ງ ສປປ ລາວ ເຊິ່ງໄດ້ລາຍງານໃຫ້ຮັບຊາບເຖິງ ກິດຈະກໍາ Business Visit Laos 2022 ແລະ ແຜນງານທີ່ຈະດໍາເນີນການຕໍ່ໄປ.
SA Game
ຂ​ປ​ລ

ຫລັງຈາກນັ້ນ, ຄະນະໄດ້ເດີນທາງໄປສັກກາລະບູຊາ ພະຫລັກແກ້ວ ມະຫາເຫວດ ມະເສໄນ ຮອງປະທານສົງແຫ່ງ ສປປ ລາວ ທີ່ ວັດສີສະເກດ ນະຄອນຫລວງວຽງຈັນ ແລ້ວເດີນທາງໄປຮັບຟັງການສະຫລູບສະພາບເສດຖະກິດການຄ້າ ແລະ ການລົງທຶນຈາກ ອັກຄະລາດຊະທູດທີ່ປຶກສາຝ່າຍການຄ້າ ທີ່ ນະຄອນຫລວງວຽງຈັນ ແລະ ຮັບຟັງຄໍາບັນຍາຍແຜນການພັດທະນາພະລັງງານໄຟຟ້າຂອງ ສປປ ລາວ ຈາກທ່ານ ວັນແສງ ວັນນະວົງ ຜູ້ອໍານວຍການໃຫຍ່ບໍລິສັດ ຜະລິດ-ໄຟຟ້າລາວ (EDL-Gen).

ໃນຕອນຄໍ່າ ກໍໄດ້ມີກິດຈະກໍາ Business Matching ໂດຍທ່ານ ກິແກ້ວ ຈັນທະບູລີ ຮອງປະທານສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມ ແຫ່ງຊາດລາວ ມາກ່າວ ປາຖະຄະຖາພິເສດໃຫ້ກັບຄະນະນັກທຸລະກິດລາວ ແລະ ໄທທີ່ເຂົ້າຮ່ວມກິດຈະກໍາການພົບປະກັນໃນຄັ້ງນີ້

ມີນັກທຸລະກິດຈາກລາວ 5 ກຸ່ມທຸລະກິດຈໍານວນ 15 ພາກສ່ວນ ນໍາໂດຍປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ໄດ້ມີການໂອ້ລົມປຶກສາຫາລືການຮ່ວມທຸລະກິດເຊິ່ງກັນ ແລະ ກັນ

ໃນວັນທີ 13 ສິງຫາ 2022 ຄະນະໄດ້ເດີນທາງໄປແຂວງ ຫລວງພະບາງ ດ້ວຍລົດໄຟລາວ-ຈີນ ແລະ ໄດ້ຮັບຟັງການບັນຍາຍຈາກຜູ້ແທນເຂດເສດຖະກິດຫລວງພະບາງ ຈາກນັ້ນ ໃນຕອນຄໍ່າຄະນະກໍໄດ້ພົບປະກັບນັກທຸລະກິດຈາກຫຼວງພະບາງ, ອຸດົມໄຊ ແລະ ໄຊຍະບູລີ ຈາກ 5 ກຸ່ມທຸລະກິດຈໍານວນ 15 ພາກສ່ວນນໍາໂດຍທ່ານ ບຸນທ່ຽງ ສຸລິວັນ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ ຫລວງພະບາງ ເປັນຜູ້ນໍາຄະນະທຸລະກິດຝ່າຍລາວ ແລະ ໄດ້ມີການຫາລືເລື່ອງທຸລະກິດກັນຢ່າງມ່ວນຊື່ນ
ຈົນຮອດວັນທີ 14 ສິງຫາ 2022 ຄະນະກໍໄດ້ເດີນທາງກັບປະເທດໄທເປັນອັນສໍາເລັດ.
SA Game
ຂ​ປ​ລ

ໃນກິດຈະກໍາຄັ້ງນີ້ ສະພາທຸລະກິດໄທ-ລາວ ແລະ ສະມາຄົມນັກທຸລະກິດໄທໃນ ສປປ ລາວຈະໄດ້ມີພິທີລົງນາມຮ່ວມກັບສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊ້ອນ-ຫ້ວຍຊົ້ວ ແລະ ມະຫາວິທະຍາໄລແມ່ໂຈ້ ເພື່ອສະໜັບສະໜູນ ນະວັດຕະກໍາການກະສິກໍາ ແລະ ຈະໄດ້ລົງນາມ MOU ຮ່ວມກັບສະພາການຄ້າ ແລະ ອຸດສາຫະກໍາແຂວງຫລວງພະບາງກ່ຽວກັບການຮ່ວມມືກັນໃນຄັ້ງຕໍ່ໄປອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ