ສອງ ໂຮງຮຽນ ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ບໍ​ລິ​ສັດ​ຕາ​ຂ່າຍ​ໄຟ​ຟ້າ​ຂອງ​ຈີນ

SA Game

ຂປລ

ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ມອບເຄື່ອງຊ່ວຍເຫລືອໃຫ້​ແກ່ 2 ໂຮງຮຽນ ເມືອງນາຊາຍທອງ

ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ຈັດກິດຈະກໍາການກຸສົນ ພາຍໃຕ້ຫົວຂໍ້:“ ແສງສະຫວ່າງແຫ່ງຄວາມຫວັງ” ດ້ວຍການມອບເຄື່ອງຊ່ວຍເຫລືອໃຫ້ ໂຮງຮຽນ ປະຖົມສົມບູນສີວິໄລ ແລະ ໂຮງຮຽນວິຊາຊີບຄົນພິການ ສີເກີດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເພື່ອປະກອບສ່ວນສົ່ງເສີມວຽກງານການສຶກສາ ໃນວັນທີ 14 ມັງກອນ 2023 ນີ້, ເຊິ່ງມອບໂດຍ ທ່ານ ຢ່າງ ກວາງຢີ້ນ ຮອງປະທານບໍລິສັດການລົງທຶນຕ່າງ ປະເທດ CSG-YNIC.

ສຳລັບ, ເຄື່ອງທີ່ນໍາມາມອບ ໃຫ້ໂຮງຮຽນປະຖົມສົມບູນສີວິໄລ ປະກອບມີ: ເຄື່ອງໃຊ້ຫ້ອງການ, ໄຟ LED ຫ້ອງຮຽນ, ສີທາໂຮງຮຽນ, ອຸປະກອນການຮຽນເຊັ່ນ: ຖົງໃສ່ປື້ມ, ປື້ມຂຽນ, ບິກ, ສໍດຳ ແລະ ອຸປະກອນອື່ນໆ, ລວມມູນຄ່າ 44 ລ້ານກວ່າກີບ, ຕ່າງໜ້າຮັບໂດຍ ທ່ານ ນາງ ອໍລະໄທ ນາບຸນແພງ ຜູ້ອໍານວຍການໂຮງຮຽນປະຖົມສົມບູນສີວິໄລ. ສ່ວນໂຮງຮຽນວິຊາຊີບຄົນພິການສີເກີດ ແມ່ນໄດ້ຮັບ ອຸປະກອນການຮຽນ-ການສອນວິຊາຊີບຄົນພິການ, ເຂົ້າກ່ອງ, ເຂົ້າໜົມ ລວມມູນຄ່າ 42 ລ້ານກວ່າກີບ, ກ່າວຮັບໂດຍ ທ່ານ ຄໍາໂກ້ ຈອມລາດ ຮອງຫົວໜ້າສູນການແພດຟື້ນຟູໜ້າທີ່ການ, ກະຊວງສາທາ ລະນະສຸກ, ມີ ທ່ານ ທອງສິງ ເທບທໍາວົງ ຜູ້ອໍານວຍການໂຮງຮຽນວິຊາຊີບຄົນພິການ ສີເກີດ, ພ້ອມດ້ວຍພະນັກງານຂອງບໍລິສັດ, ຄູອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

SA Game
ຂປລ

ທ່ານ ຢ່າງ ກວາງຢີ້ນ ໄດ້ກ່າວວ່າ: ເຄື່ອງຊ່ວຍເຫລືອຄັ້ງນີ້, ຈະປະກອບສ່ວນສໍາຄັນໃນການປັບປຸງສະພາບແວດລ້ອມ ການຮຽນ-ການສອນຂອງໂຮງຮຽນ ໃຫ້ດີຂຶ້ນໃນລະດັບໜຶ່ງ, ພ້ອມນີ້ຢືນຢັນວ່າ: ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຂອງຈີນ ຈະປະຕິບັດຕາມແນວທາງການຮ່ວມມືກັບ ສປປ ລາວ ເພື່ອໃຫ້ສາມາດສະໜອງໄຟຟ້າສີຂຽວ ແລະ ຍືນຍົງ ແລະ ປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງລາວໃຫ້ນັບມື້ດີຂຶ້ນຢ່າງຕໍ່ເນື່ອງ.

SA Game
ຂປລ

ໃນໄລຍະດຳເນີນໂຄງການຮ່ວມມືຢູ່ລາວ, ບໍລິສັດຕາ ຂ່າຍໄຟຟ້າພາກໃຕ້ຂອງຈີນ ຈໍາກັດ ໄດ້ປະກອບສ່ວນພັດທະ ນາຊຸມຊົນ ແລະ ສັງຄົມ, ຊຸກຍູ້ໃຫ້ເກີດການຈ້າງງານໃນທ້ອງຖິ່ນ ແລະ ດຳເນີນການຝຶກອົບຮົມສີມືແຮງງານຜ່ານການປະຕິບັດຕົວຈິງໃນໂຄງການ. ນອກຈາກນີ້ ຍັງໄດ້ສະໜັບສະໜູນການສຶກສາໃນທ້ອງຖິ່ນ, ບໍລິຈາກສິ່ງຂອງໃຫ້ແກ່ໂຮງຮຽນ ແລະ ດຳ ເນີນໂຄງການຊ່ວຍ ເຫລືອເພື່ອເປົ້າໝາຍ “ສ້າງແສງສະຫວ່າງໃຫ້ທຸກຄົວເຮືອນໃນປະເທດລາວ”.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.