ສວນ​ວັດ​ທະ​ນ​າ​ທຳ​ ວັດຊຽງ​ຄວນ ການ​ປັບ​ປຸງ​ໃໝ່​ໃກ້​ສຳ​ເລັດ​ແລ້ວ

SA Game

ພາບ: ຂ​ປ​ລ.

ປັບ​ປຸງປະຕູໂຂງໃຫຍ່ສວນວັດທະນະທຳ ວັດຊຽງຄວນ​ໃຫ້​ສວຍ​ງາມກວ່າ​ເກົ່າ.

ໄລ​ຍະ​ທີ່​ຜ່ານ​ມາ ສວນ​ວັດ​ຖະ​ນາ​ທຳ ວັດ​ຊຽງ​ຄວນ​ກໍ​ຖື​ວ່າ​ເປັນ​ແຫລ່ງ​ທ່ອງ​ທ່ຽວ​ວັດ​ຖະ​ນາ​ທຳ​ອັນ​ໜຶ່ງ​ທີ່​ຫລາຍໆ​ຄົນ​ນິ​ຍົມ​ໄປ​ທ່ຽວ​ຊົມ ເຊິງ​ເປັນ​ວັດ​ທີ່​ເກົ່າ​ແກ່​ຫລາຍ ແລະ ມີ​ອະ​ລິ​ຍະ​ທຳ​ລວດ​ລາຍ​ການ​ອອກ​ແບບ​ພະ​ພຸດ​ທະ​ຮູບ ເລື່ອງ​ລາວ​ຕ່າງໆ ແລະ ຮູບ​ປັ້ນ​ອື່ນໆ ທີ່​ສວຍ​ງາມ ແລະ ມີ​ເອ​ກະ​ລັກ ແລະ ເປັນ​ບ່ອນ​ທີ່​ນັກ​ທ່ອງ​ທ່ຽວ​ສາ​ມາດ​ໄປ​ທ່ຽວ​ຊົມ​ໄດ້​ງາຍ​ເນືອງ​ຈາກ​ບໍ່​ໄກ​ຈາກ​ຕົວ​ເມືອງວຽງ​ຈັນ.

ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ອຳນວຍການບໍລິສັດ ສວນວັດທະນະທຳ ຊຽງຄວນ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ໃນວັນທີ 3 ມີນາ 2021 ຜ່ານມານີ້ວ່າ: ພວກເຮົາກຽມພ້ອມ ຈະເປີດປະຕູໂຂງໃຫຍ່ສວນວັດທະນະທຳຊຽງຄວນ ຢ່າງເປັນທາງການ ໃນເດືອນເມສາ ທີ່ຈະມາເຖິງນີ້. ໃນຂະນະທີ່ ການພັດທະນາກິດຈະກໍາຫລັກຕ່າງໆ ໃນສວນແຫ່ງນີ້ ໄດ້ສຳເລັດແລ້ວ 90% ພາຍຫລັງມີການເຊັນສັນຍາຕົກລົງໃຫ້ມີການພັດທະນາ ແລະ ບູລະນະສວນວັດທະນະທຳຊຽງຄວນ ແຫ່ງນີ້ຄືນໃໝ່ແຕ່ກາງປີ 2017 ໂດຍໃຊ້ທຶນຫລາຍກວ່າ 4 ລ້ານໂດລາສະ ຫະລັດ ໃນເນື້ອທີ່ 21.000 ຕາແມັດ ເພື່ອສ້າງສິ່ງສວຍງາມ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ເພື່ອຮອງຮັບແຂກພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວຊົມ.

SA Game
ພາບ: ຂ​ປ​ລ.

ປັດຈຸບັນຈຳນວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມສວນດັ່ງກ່າວ, ໄດ້ມີຈຳນວນຫລຸດລົງ ເນື່ອງຈາກມີການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ບໍລິສັດທົວຕ່າງໆ ຢຸດສະຫງັກ, ແຕ່ພວກເຮົາກໍບໍ່ໄດ້ຫວັ່ນໄຫວຕໍ່ອຸປະສັກດັ່ງກ່າວ ເນື່ອງຈາກວ່າລັດຖະບານໄດ້ມີໂຄງການສົ່ງເສີມໃຫ້ລາວທ່ຽວລາວ ຈຶ່ງເປັນໂອກາດອັນໜຶ່ງ ທີ່ທາງສວນວັດທະນະທຳຊຽງຄວນແຫ່ງນີ້ ໄດ້ເປີດຕ້ອນຮັບບັນດານັກທ່ອງທ່ຽວຄົນລາວ ເຂົ້າມາທ່ຽວຊົມທຸກໆມື້.

ເຖິງວ່າວັນທໍາມະດາອາດຈະມີນັກທ່ອງທ່ຽວເຂົ້າມາໜ້ອຍກໍຕາມ, ແຕ່ກໍມີມາຕະຫລອດບໍ່ຂາດ ສະເລ່ຍມື້ໜຶ່ງປະມານ 100-200 ຄົນ. ສຳລັບວັນເສົາ ແລະ ອາທິດ ແມ່ນຍັງມີຄົນມາທ່ຽວເປັນປົກກະຕິ ມີປະມານ 400-500 ຄົນ. ຖືວ່າຍັງໂຊກດີ ເພາະວ່າສະຖານທີ່ແຫ່ງນີ້ ເປັນສະຖານທີ່ທີ່ໃຫ້ຄວາມສົນໃຈແກ່ບັນດານັກທ່ອງທ່ຽວ ກໍຄືຄົນລາວຂອງພວກເຮົາ.

ສະຖານທີ່ແຫ່ງນີ້, ແມ່ນໄດ້ຕິດພັນກັບທຳມະຊາດ ແລະ ວັດທະນະທໍາ ເຊິ່ງຜູ້ທີ່ເຄີຍມາແລ້ວກໍຢາກກັບມາຕື່ມອີກ. ເຖິງຢ່າງໃດກໍຕາມ ພວກເຮົາກໍມີການພັດທະນາ ແລະ ປັບປຸງສະ ຖານທີ່ດັ່ງກ່າວມາເລື້ອຍໆ ຈົນກວ່າຈະສຳເລັດຕາມຈຸດປະສົງທີ່ວາງໄວ້ ເພື່ອຮອງຮັບບັນດານັກທ່ອງທັງພາຍໃນ ແລະ ຕ່າງປະ ເທດ ຫລັງຈາກພະຍາດໂຄວິດ-19 ໝົດໄປ ໂດຍສະເພາະໄດ້ຂະຫຍາຍໃຫ້ມີສວນດອກໄມ້ຫລາກຫລາຍຊະນິດ, ມີຮ້ານອາຫານຕາມສັ່ງ ແລະ ຕູບໄວ້ຄອຍບໍລິການລູກຄ້າ ແລະ ແຂກຜູ້ມາທ່ຽວຊົມໄດ້ມານັ່ງພັກຜ່ອນ ແລະ ມາຊີມອາຫານທີ່ເປັນເອກະລັກພື້ນບ້ານຂອງລາວ ແລະ ຂໍເຊີນທຸກທ່ານມາທ່ຽວຊົມ ສວນວັດທະນະທຳຊຽງຄວນໄດ້ທຸກໂອກາດ, ມີວີວງາມ, ອາຫານແຊບ ໄວ້ບໍລິການທ່ານ.

SA Game
ພາບ: ຂ​ປ​ລ.

ວັດຊຽງຄວນ ສ້າງຂຶ້ນເມື່ອປີ ຄ.ສ 1958 ກົງກັບ ພ.ສ 2501 ໂດຍຍາພໍ່ບຸນເຫລືອ, ຕັ້ງຢູ່ດ້ານໃຕ້ຂອງບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ຫ່າງຈາກຂົວມິດຕະພາບລາວ-ໄທ ປະມານ 7,3 ກິໂລແມັດ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ຂ​ປ​ລ.