ສວນວັດທະນະທຳຊຽງຄວນ ຈະ​ກາຍ​ເປັນມໍລະດົກແຫ່ງຊາດນະຄອນຫຼວງ

SA Game

ອີນ​ໄຊ​ລາວ

ກຽມປະກາດ ໃຫ້ສວນວັດທະນະທຳຊຽງຄວນ ເປັນມໍລະດົກແຫ່ງຊາດ ທ້ອງຖິິ່ນ ນະຄອນຫຼວງວຽງ​ຈັນ

ສວນວັດທະນະທຳຊຽງຄວນຖື​ວ່າ​ເປັນ​ອີກ​ແຫລ່ງ​ທ່ອງ​ທ່ຽວ​ໜື່ງ​ທີ່​ມີ​ມາ​ດົນ​ນານ ແລະ ໄດ້​ມີ​ຕຳ​ນານ​ອະ​ພິ​ນິ​ຫານ​ຕ່າງ​ໆ​ຈາກ​ການ​ເລົາ​ລື​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ເຂດ​ແຖວ​ລຽບ​ແຄມ​ຕາມ​ແມ່​ນ້ຳ​ຂອງ ແລະ ສວນວັດທະນະທຳຊຽງຄວນ ເປັນແຫຼ່ງທ່ອງທ່ຽວທາງວັດທະນະທຳ ທີ່ຕັ້ງຢູ່ ເມືອງ ຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ ເປັນແຫຼ່ງທ່ອງທ່ຽວທີ່ຂຶ້ນຊື່ ແລະ ມີປະຫວັດຄວາມເປັນມາທີ່ໜ້າສົນໃຈ ຈົນສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວໄດ້ເປັນຢ່າງດີ.

ຜ່ານ​ມາ​ຫລາຍໆ​ປີ​ສ່ວນ​ແຫ່ງ​ນີ້​ກໍ່​ໄດ້​ປັບ​ປຸງ​ຂື້ນ​ໃຫ້​ດີ​ກ່​ວາ​ເກົ່າ​ເພື່ອ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ໃຫ້​ໄດ້​ຫລາຍ​ຂື້ນ ແລະ ສ້າງ​ຄວາມ​ໜ້າ​ປະ​ທັບ​ໃຈ​ເວ​ລາ​ໄດ້​ເຂົ້າ​ມາ​ທ່ຽວ​ຊົມ​ໃນ​ວັດ​ຊຽງ​ຄວນ​ແຫ່ງ​ນີ​້, ປັດຈຸບັນ ສວນດັ່ງກ່າວ ໄດ້ມີການປັບປຸງສິ່ງອຳນວຍຄວາມສະດວກຢູ່ໃນບໍລິເວນສວນ ແລະ ປັບປຸງປະຕູໂຂງທາງເຂົ້າສວນໃໝ່ ທີ່ມີຄວາມສວຍງາມ, ເປັນເອກະລັກຂອງລາວ ເຊິ່ງຈະຈັດພິທີເປີດຢ່າງເປັນທາງການ ພ້ອມກັບປະກາດ ສວນວັດທະນະທຳຊຽງຄວນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ຂອງນະຄອນຫຼວງ ວຽງຈັນ ໃນວັນທີ 22 ທັນວາ 2022.

SA Game
ອີນ​ໄຊ​ລາວ

ທ່ານນາງ ສ້ອຍສຸດາ ອິນເມືອງໄຊ, ປະທານສວນວັດທະນະທຳຊຽງຄວນ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ເຂົ້າມາພັດທະນາສວນວັດທະນະທຳແຫ່ງນີ້ ພວກເຮົາກໍໄດ້ມີການປັບປຸງຫຼາຍຢ່າງ ບໍ່ວ່າຈະເປັນທາງຍ່າງອ້ອມສວນໃຫ້ມີຄວາມສະດວກສະບາຍຂຶ້ນ, ສ້າງປະຕູໂຂງໃໝ່ທີ່ມີຄວາມເປັນເອກະລັກ, ສ້າງສວນພຶກສາຊາດໃຫ້ນັກທ່ອງທ່ຽວໄດ້ທ່ຽວຊົມ ແລະ ສ້າງບ່ອນນັ່ງຫຼິ້ນໄວ້ໃຫ້ນັກທ່ອງທ່ຽວໄດ້ພັກຜ່ອນຢ່ອນໃຈຕື່ມອີກ.

SA Game
ອີນ​ໄຊ​ລາວ

ນອກຈາກນີ້ ເພື່ອເປັນການກຽມຄວາມພ້ອມ ທາງສວນວັດທະນະທຳຊຽງຄວນ ຍັງໄດ້ຈັດງານສະແດງສິລະປະປະຈຳ ເມືອງ ຫາດຊາຍຟອງ ໃນລະຫວ່າງ ວັນທີ 24-25 ພະຈິກ 2022 ເພື່ອຄັດເລືອກເອົາທີມທີ່ຊະນະເລີດມາສະແດງໃນມື້ເປີດພິທີຢ່າງເປັນທາງການອີກດ້ວຍ.

SA Game
ອີນ​ໄຊ​ລາວ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອີນ​ໄຊ​ລາວ