ສ​ປ​ປ ລາວ ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ໃນ​ການ​ປ້ອງ​ກັນ​ໂຄວິດ-19 ຈາກ USA

SA Game

ຂ​ປ​ລ​

ອາເມລິກາ ຊ່ວຍ​ເຫລືອ​ໃນວຽກງານປ້ອງ​ກັນ ແລະ ສັກວັກຊີນກັນພະຍາດ ໂຄວິດ-19 ຢູ່ ສປປ ລາວ

ທ່ານ ດານຽວ ຄຣິດເຕິນບລິ້ງ ຜູ້ຊ່ວຍລັດຖະມົນຕີ-ຊີ້ນຳຂົງເຂດວຽກງານ ອາຊີຕາເວັນອອກ ປາຊີຟິກ, ກະຊວງການຕ່າງປະເທດ ສ ອາເມລິກາ ໄດ້ປະກາດໃຫ້ການຊ່ວຍ ເຫລືອຕື່ມອີກ 1,5 ລ້ານໂດລາສະຫະລັດ ເພື່ອຊຸກຍູ້ວຽກງານການສັກວັກຊີນກັນພະຍາດໂຄວິດ-19 ໃນໂອ​ກາດຢ້ຽມຢາມໂຮງໝໍ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ສປປ ລາວ ໃນວັນທີ 13 ຕຸລາ 2022 ນີ້

ງົບປະມານດັ່ງກ່າວແມ່ນບໍລິຫານໂດຍ ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID) ແລະ ຈັດຕັ້ງປະຕິບັດໂດຍ ອົງການອານາໄມໂລກ ແລະ ອົງການອຸຍນີເຊບ.

ທ່ານ ດຣ. ສະໜອງ ທອງຊະນະ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານອາເມລິກາ ແລະ ອົງການ USAID ທີ່ສືບຕໍ່ໃຫ້ການສະໜັບສະໜູນການຕອບໂຕ້ພະຍາດໂຄວິດ-19 ແລະ ການຊຸກຍູ້ວຽກງານການສັກວັກຊີນ ເພື່ອເປັນການປົກປ້ອງປະຊາຊົນຈາກພະຍາດຮ້າຍ, ປົກປ້ອງຊຸມຊົນ, ສົ່ງ ເສີມການຟື້ນຟູເສດຖະກິດ ແລະ ຫລີກລ້ຽງຜົນກະທົບຕໍ່ການເຂົ້າໂຮງຮຽນ ແລະ ການເຮັດວຽກ ເຊິ່ງຖືເປັນໜຶ່ງໃນບູລິມະສິດຫລັກຂອງພວກເຮົາ.

SA Game
ຂ​ປ​ລ​

ການສືບຕໍ່ຊ່ວຍເຫລືອນີ້ ຈະສາມາດຊ່ວຍຊີວິດ, ຮັບ ປະກັນວ່າຊຸມຊົນຂອງພວກເຮົາ ຮັບຮູ້ເຖິງຄວາມສຳຄັນຂອງການສັກວັກຊີນ ແລະ ມາຮັບວັກຊີນຕາມຄຳແນະນຳ. ພວກເຮົາຍັງບໍ່ປອດໄພ ຈົນກວ່າກຸ່ມທີ່ມີຄວາມສ່ຽງທີ່ສຸດປອດໄພ.

ປັດຈຸບັນ 72% ຂອງປະຊາກອນ ໄດ້ຮັບວັກຊີນກັນພະຍາດໂຄວິດ-19 ຄົບໂດຍພື້ນຖານ ເຊິ່ງໃກ້ຈະບັນລຸເປົ້າໝາຍ 80% ໃນທ້າຍປິ 2022. ເຖິງຢ່າງໃດກໍຕາມ, ໃນກຸ່ມຜູ້ສູງອາຍຸເຊິ່ງເປັນກຸ່ມທີ່ມີຄວາມສ່ຽງສູງຕໍ່ພະຍາດໂຄວິດ-19 ປະມານ 25% ຍັງບໍ່ໄດ້ຮັບວັກຊີນຄົບໂດສຊຸດທຳອິດເທື່ອ.

ທຶນການຊ່ວຍເຫລືອດັ່ງກ່າວ ຈະນຳໄປປະກອບສ່ວນໃນການຈັດສົ່ງວັກຊີນ, ການເຂົ້າສັກວັກຊີນທີ່ຊຸມຊົນ, ການໂຄສະນາເຜີຍແຜ່ທາງສື່ມວນຊົນ ແລະ ຂົງເຂດການຊ່ວຍເຫລືອອື່ນໆ ເພື່ອເພີ່ມອັດຕາການປົກຄຸມຂອງວັກຊີນໂຄວິດ-19 ໂດຍສະເພາະໃນຊຸມຊົນທີ່ມີຄວາມສ່ຽງ, ຜູ້ສູງອາຍຸ ແລະ ກຸ່ມຄົນພິ ການ. ສຳລັບຈຸດທີ່ເນັ້ນໜັກ ແມ່ນການຊຸກຍູ້ພະນັກງານກະຊວງສາທາລະນະສຸກ ເພື່ອເພີ່ມການບໍລິການເຖິງທີ່ ໃຫ້ແກ່ກຸ່ມເປົ້າໝາຍທີ່ຢູ່ເຂດຊົນນະບົດ ແລະ ເຂດທີ່ຫຍຸ້ງຍາກໃນການເຂົ້າເຖິງສະ ຖານທີ່ການບໍລິການ.

ທ່ານ ຄຣິດເຕິນບລິ້ງ ກ່າວວ່າ: ການສະໜັບສະໜູນໃນຄັ້ງນີ້ ເປັນການຮັດແໜ້ນການຮ່ວມມືອັນເຂັ້ມແຂງ ພາຍໃຕ້ຍຸດທະສາດການຮ່ວມມືແບບກວມລວມລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ໃນການຕອບໂຕ້ການລະບາດພະຍາດໂຄວິດ-19 ແລະ ປູພື້ນຖານເພື່ອຟື້ນຟູສະພາບໃຫ້ກັບມາດີຂຶ້ນກວ່າເກົ່າ.

ການສະໜັບສະໜູນອີກ 1,5 ລ້ານໂດລາສະຫະລັດ ນີ້ຈະຊ່ວຍເພີ່ມທະວີຊຸກຍູ້ລັດຖະບານ ສປປ ລາວ ໃນວຽກງານການສັກວັກຊີນໂຄວິດ-19 ແກ່ກຸ່ມປະຊາກອນທີ່ມີຄວາມສ່ຽງ ລ່ວມທັງຜູ້ສູງອາຍຸ, ກຸ່ມຄົນພິການ ແລະ ກຸ່ມເປົ້າໝາຍທີ່ຢູ່ເຂດທີ່ເຂົ້າເຖິງຍາກ.

SA Game
ຂ​ປ​ລ​

ການສະໜັບສະໜູນຄັ້ງນີ້ ແມ່ນສ່ວນໜຶ່ງຂອງການຊ່ວຍເຫລືອຈາກ ລັດຖະບານສະຫະລັດອາເມລິກາ ລວມມູນຄ່າຫລາຍກວ່າ 16,7 ລ້ານໂດລາສະຫະລັດ ເພື່ອຊຸກຍູ້ວຽກງານໃຫ້ວັກຊີນໂຄວິດ-19, ຕໍ່ເນື່ອງຈາກການມາເຖິງວັກຊີນຟາຍເຊີ ສຳລັບເດັກນ້ອຍເມື່ອບໍ່ດົນມານີ້ ຫລາຍກວ່າ 201.600 ໂດສ ຜ່ານໂຄງການ COVAX ເພື່ອໃຫ້ວັກຊີນແກ່ເດັກກຸ່ມອາຍຸ 5–11 ປີ ເພື່ອໃຫ້ບັນລຸເປົ້າໝາຍ 80% ໃນປີທ້າຍປີ 2022. ມາເຖິງປັດຈຸບັນ, ສະຫະລັດອາເມລິກາ ໄດ້ບໍລິຈາກວັກຊີນກັນພະຍາດໂຄວິດ-19 ຫລາຍກວ່າ 2,9 ລ້ານ ໂດສ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.