ສປປ ລາວ ກັບ​ມາດຕະການສະກັດກັ້ນ ແລະ ຕ້ານການລະບາດຂອງໂຄວິດ-19

SA Game

DooDiDo

ມາດຕະການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປລາວ.

ຈາກ​ການ​ລະ​ບາດ​ໂຄວິດ-19 ໃນ ສ​ປ​ປ ລາວ ທີ່​ຍັງ​ມີ​ເພີ່ມ​ຂື້ນ​ທຸກ​ມື້​ຕັ້ງ​ແຕ່​ຫລັງ​ປີ​ໃໝ່​ລາວ​ທີ່​ຜ່ານ​ມາ, ເຮັດ​ໃຫ້​ລັດ​ຖະ​ບານ​ໄດ້​ມີ​ມາດ​ຕະ​ການ​ສະ​ກັດ​ກັ້ນ ແລະ ປ້ອງ​ກັນ​ຢ່າງ​ເດັດ​ຂາດ​ເຊິງ​ລັດ​ຖະ​ບານ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ລັອກ​ດາວ ຫລື ປິດ​ການ​ເຂົ້າ​ອອກ​ເມືອງ​ໃນ​ທົ່ວ​ປະ​ເທດ ແລະ ມີ​ການ​ກວດ​ສອບ​ເປັນ​ຈຸດໆ​ໃນ​ທົ່ວ​ນະ​ຄອນ​ຫລວງວຽງ​ຈັນ​ກໍ​ຄື​ໃນ​ທຸກໆ​ແຂວງ.
ຫັງ​ຈາກ​ຜ່ານ​ໄປ​ສອງ​ອາ​ທິດ​ເຫັນ​ວ່າ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ໃນ ສ​ປ​ປ ລາວ ຍັງ​ມີ​ຢູ່ ແລະ ເພື​່ອ​ຮັບ​ປະ​ກັນ​ໃນ​ການ​ປ້ອງ​ກັນ​ລັດ​ຖະ​ບານ​ໄດ້​ອອກ​ມາ​ປະ​ກາດ​ສືບ​ຕໍ່​ປິດ​ການ​ເຂົ້າ​ອອກ​ເມືອງ​ຈົນ​ໄປ​ຮອດ​ວັນ​ທີ່ 20 ພຶດ​ສະ​ພາ 2021, ເຮົາ​ຈະ​ມາ​ສຶກສາຂໍ້ມູນ ວັນນີ້ 05 ພຶດສະພາ 2021, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປລາວ ຖະແຫລງຂ່າວ ກ່ຽວກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປລາວ.
ເນັ້ນໃຫ້ທຸກພາກສ່ວນ ສືບຕໍ່ເອົາໃຈໃສ່ແກ້ໄຂ ບັນຫາຈຳນວນໜຶ່ງ ເປັນຕົ້ນ:
SA Game
DooDiDo
1. ການຜັນຂະຫຍາຍຄຳສັ່ງ 15/ນຍ ຢູ່ບາງທ້ອງຖິ່ນ, ບາງຂັ້ນຍັງບໍ່ທັນຖືກຕ້ອງ ແລະ ເອກະພາບ ໂດຍສະເພາະແມ່ນການຂົນສົ່ງສິນຄ້າຕ່າງໆ;
2. ສະຕິຄວາມຮັບຜິດຊອບ ຂອງຄົນຈຳ ນວນໜຶ່ງຍັງບໍ່ທັນສູງ, ບາງບ່ອນ ບາງບຸກຄົນ ຍັງມີການລ່ວງລະເມີດ ເຊິ່ງເຮັດໃຫ້ມີຄວາມສ່ຽງໃນການຕິດເຊື້ອ ແລະ ແຜ່ເຊື້ອ;
3. ການວິເຄາະກວດຫາເຊື້ອ ສະຖານທີ່ປິ່ນປົວບາງບ່ອນຍັງຈໍາກັດ ຍັງບໍ່ທັນກັບສະພາບການ;
4. ການໃຫ້ຂໍ້ມູນຂອງເປົ້າໝາຍກ່ຽວຂ້ອງ ທີ່ມີຄວາມສ່ຽງບໍ່ຊັດເຈນ ຈໍານວນໜຶ່ງຍັງບໍ່ໃຫ້ການຮ່ວມມື ເຮັດໃຫ້ການຕິດຕາມເອົາຄົນເຈັບມາປິ່ນປົວຫລ້າຊ້າ ແລະ ມີຄວາມສ່ຽງຕໍ່ການແຜ່ເຊື້ອຕໍ່;
5. ຈຳນວນໜຶ່ງໃນເມື່ອກວດພົບເຊື້ອແລ້ວ ບໍ່ຍອມປິ່ນປົວ, ຍັງເອົາຕົວລົບລີ້ ອັນໄດ້ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ວິຊາການ ກໍຄືສັງຄົມບໍ່ໜ້ອຍ ແລະ ກໍຍັງເປັນທີ່ມາຂອງຄວາມສ່ຽງທີ່ຈະເຮັດໃຫ້ ການແຜ່ເຊື້ອລະບາດຄືນໄດ້ງ່າຍ;
6. ຈາກສະພາບດັ່ງກ່າວ ແລະ ອີງຕາມການຕີລາຄາຂອງຄະນະສະເພາະກິດ, ເຖິງວ່າອັດຕາສ່ວນຈຳນວນຜູ້ຕິດເຊື້ອບາງເຂດ ໄດ້ມີທ່າອ່ຽງຫລຸດລົງກໍຕາມ, ແຕ່ປະເທດພວກເຮົາກໍຍັງບໍ່ທັນຫລຸດພົ້ນອອກຈາກຄວາມສ່ຽງໃນລະດັບແນ່ນອນໄດ້ເທື່ອ;
7. ສະນັ້ນ, ໂດຍເຫັນໄດ້ເຖິງຄວາມອັນຕະລາຍດັ່ງກ່າວ, ພັກ-ລັດຖະບານ, ອົງການປົກຄອງແຕ່ລະຂັ້ນ ຈຶ່ງໄດ້ພ້ອມກັນຕົກລົງ ສືບຕໍ່ປະຕິບັດມາດຕະການຕ່າງໆ ແຕ່ລະລະດັບ ຕາມຄຳສັ່ງຂອງຄະນະເລຂາທິ ການສູນກາງພັກ ສະບັບເລກທີ 87/ຄລສພ, ຄຳສັ່ງສະບັບເລກທີ 15/ນຍ, ຄຳແນະນຳຂອງຄະນະສະເພາະກິດຂັ້ນສູນກາງ, ແຈ້ງການຂອງ ຫສນຍ ສະບັບເລກທີ 406/ຫສນຍ ອອກໄປຕື່ມ 15 ວັນ ຈົນຮອດ ວັນທີ 20 ພຶດສະພາ 2021;
8. ໃນນີ້ ສຳລັບທ້ອງຖິ່ນຕ່າງໆ ແມ່ນໃຫ້ອີງຕາມສະພາບຕົວຈິງຂອງຕົນ ເພື່ອກຳນົດມາດຕະການຕ່າງໆ ທີ່ແທດເໝາະ, ການຕັດສິນໃຈນີ້ ນອກຈາກຈະອີງໃສ່ຜົນຂອງການຈັດຕັ້ງປະຕິບັດທີ່ຜ່ານມານັ້ນ ລັດຖະບານຍັງໄດ້ຟັງຄວາມຄິດຄວາມເຫັນ ຄຳສະເໜີຂອງພໍ່ແມ່ພີ່ນ້ອງປະຊາຊົນ, ບົດຮຽນຂອງປະເທດເພື່ອນມິດ ແລະ ຂອງສາກົນ;
9. ລັດຖະບານຮັບຮູ້ວ່າ ການສືບຕໍ່ແກ່ຍາວເວລາຂອງການປະຕິບັດມາດຕະການຕ່າງໆ ທີ່ວາງອອກ ແນ່ນອນວ່າ ຈະສ້າງຄວາມຫຍຸ້ງຍາກ ໃຫ້ແກ່ການດຳລົງຊີວິດປະຈຳວັນ, ແຕ່ຂໍໃຫ້ພ້ອມກັນເຂົ້າໃຈ ແລະ ອົດທົນຜ່ານຜ່າໄປນຳກັນ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຄັ້ງນີ້ໃຫ້ໄດ້;
10. ໃນໄລຍະທີ່ປະຕິບັດມາດຕະການດັ່ງກ່າວ, ລັດຖະບານ ກໍຈະພະຍາຍາມສ້າງເງື່ອນໄຂອຳນວຍຄວາມສະດວກດ້ານຕ່າງໆ ເພື່ອໃຫ້ທຸກຄົນໃນສັງຄົມ ໄດ້ດຳລົງຊີວິດເປັນປົກກະຕິແບບໃໝ່ ໃຫ້ໄດ້ດີເທົ່າທີ່ຈະເຮັດໄດ້, ໄປພ້ອມກັບການປັບປຸງບັນ ດານະໂຍບາຍ ແລະ ມາດຕະການຕ່າງໆທາງດ້ານເສດຖະກິດ;
11. ແນ່ນອນວ່ານະໂຍບາຍເຫລົ່ານັ້ນ ຈະບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງທຸກພາກສ່ວນກໍຄື ທຸກຄົນກໍຕາມ, ແຕ່ກໍເປັນຄວາມພະຍາຍາມ ຂອງລັດຖະບານ ໃນທ່າມກາງສະພາບທີ່ຫຍຸ້ງຍາກ ຄືຢູ່ໃນປັດຈຸບັນ;
12. ໃນໄລຍະປະຕິບັດມາດຕະການດັ່ງກ່າວ, ລັດຖະບານ ກໍຄືຄະນະສະເພາະກິດແຕ່ລະຂັ້ນ ຈະສືບຕໍ່ຕິດຕາມ, ປະເມີນສະພາບການເປັນແຕ່ລະໄລຍະ ແລະ ຈະພະຍາຍາມປັບຄວາມສົມດູນ ດ້ານມາດຕະການທາງການແພດ, ມາດຕະການບໍລິຫານ ແລະ ອຳນວຍຄວາມສະດວກດ້ານຊີວິດການເປັນຢູ່ຂອງປະຊາຊົນໄປຄວບຄູ່ກັນ;
13. ຖ້າຢູ່ທ້ອງຖິ່ນໃດ ຫາກສະພາບການດີຂຶ້ນ ກໍໃຫ້ທ້ອງຖິ່ນນັ້ນ ພິຈາລະນາ ແລະ ອອກມາດຕະການຜ່ອນ ຄາຍຕາມຄວາມເໝາະສົມ, ພ້ອມທັງເຜີຍແຜ່ໃຫ້ສັງຄົມໄດ້ຮັບຊາບ ເພື່ອຈັດຕັ້ງປະຕິບັດຢ່າງເປັນເຈົ້າການ. ແຕ່ກົງກັນຂ້າມ, ທ້ອງຖິ່ນໃດຫາກມີການລະບາດເພີ່ມຂຶ້ນ ກໍຈະໄດ້ໃຫ້ນຳໃຊ້ມາດຕະການເຂັ້ມງວດຕື່ມອີກ;
14. ຮຽກຮ້ອງມາຍັງ ພໍ່ແມ່ພີ່ນ້ອງປະຊາຊົນ ຕະຫລອດຮອດພະນັກງານ, ທະຫານ ຕຳຫລວດ ທຸກຖ້ວນໜ້າ ຈົ່ງເຊີດຊູຄວາມຮັບຜິດ ຊອບສູງ ຕໍ່ປະເທດຊາດຂອງພວກເຮົາ, ຮ່ວມແຮງຮ່ວມໃຈສາມັກຄີກັນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຜ່ານຜ່າໄພອັນຕະລາຍນີ້ໄປດ້ວຍກັນ ກ້າວສູ່ໄຊຊະນະຮ່ວມກັນຢ່າງຕະຫລອດປອດໄພ.
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ອອກແຈ້ງການເລກທີ462/ສຫນຍ ວ່າດ້ວຍທິດຊີ້ນຳກ່ຽວກັບການສຶບຕໍ່ຈັດຕັ້ງປະຕິບັດຄຳສັ່ງເລກທີ15/ນຍ, ລົງວັນທີ 21 ເມສາ 2021 ໃນການເພີ່ມທະວີມາດຕະການສະກັດກັ້ນ,ຄວບຄຸມແລະກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ຮອດວັນທີ 20 ພຶດສະພາ 2021

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Sourioudong Sundara.