ວາງສີລາເລີກ ເພື່ອປັບ​ປຸງ​ໂຮງ​ຮຽນ​ປະ​ຖົມ​ສອງ​ແຫ່ງ​​ເມືອງໄຊ​ຍະ​ບູ​ລີ

SA Game

ຂ​ປ​ລ

ອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາຮ່ວມ ວາງສີລາເລີກ ການກໍ່ສ້າງໂຮງຮຽນປະຖົມ 2 ແຫ່ງ

ວາງສີລາເລີກ ທີ່ໂຮງຮຽນປະຖົມບ້ານບຸ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ໃນວັນທີ 28 ພຶດສະພາ 2023 ຜ່ານມາ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຮ່ວມກັບ ກອງທຶນຈີນ ເພື່ອສັນຕິພາບ ແລະ ການພັດທະນາ ວາງສີລາເລີກການກໍ່ສ້າງໂຮງຮຽນປະຖົມ 2 ແຫ່ງ ຄື: ໂຮງຮຽນປະຖົມບ້ານບຸ່ງ ເມືອງໄຊຍະບູລີ, ປະຖົມບ້ານພູຟ້າມີໄຊ ເມືອງພຽງ ແຂວງໄຊຍະບູລີ, ເຊິ່ງນອນຢູ່ໃນໂຄງການສົ່ງເສີມເພື່ອນຮ່ວມເສັ້ນທາງສາຍໄໝ ກໍ່ສ້າງໂຮງຮຽນປະຖົມ 5 ຫລັງ ໃນ ສປປ ລາວ

ໂດຍການເຂົ້າຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ທ່ານ ພວງແກ້ວ ລັງສີ ຮອງປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ທ່ານ ຊູ ຈຽງກົວ ເລຂາທິການກອງທຶນຈິນ ເພື່ອສັນຕິພາບ ແລະ ການພັດທະນາ ພ້ອມດ້ວຍຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ. ໂຮງຮຽນປະຖົມ 2 ຫລັງ ເປັນອາຄານຊັ້ນດຽວ ໂຄງສ້າງເຮັດດ້ວຍເບຕົງເສີມເຫລັກ, ຝາກໍ່ດ້ວຍດິນຈີ່, ໂຄງຫລັງຄາເຫລັກ, ມຸງດ້ວຍກະເບື້ອງ, ມີຂະໜາດ 9×25 ແມັດ, ມີ 5 ຫ້ອງຮຽນ, 1 ຫ້ອງການ, 1 ຫ້ອງສະໝຸດ, ຫ້ອງນໍ້າ 1 ຫລັງ ພ້ອມເຟີນິເຈີຄົບຊຸດ, ໄຟຟ້າ ແລະ ນໍ້າປະປາ.

SA Game
ຂ​ປ​ລ

ທ່ານ ເພັດພິໄຊ ສູນວິໄລ ກ່າວວ່າ: ແຂວງໄຊຍະບູລີ ເປັນແຂວງໜຶ່ງທີ່ຍັງມີຄວາມຕ້ອງການ ແລະ ຈໍາເປັນໃນການພັດທະນາພື້ນຖານໂຄງລ່າງການສຶກສາ, ປັດຈຸບັນໂຮງຮຽນບາງແຫ່ງຍັງມີຫ້ອງຮຽນບໍ່ພຽງພໍຕໍ່ຈຳນວນນັກຮຽນ ແລະ ໂຮງຮຽນຈໍານວນໜຶ່ງແມ່ນບໍ່ໄດ້ມາດຕະຖານ ເປັນຕົ້ນ

ໂຮງຮຽນປະຖົມບ້ານບຸ່ງແຫ່ງນີ້, ເຊິ່ງມີນັກຮຽນທັງໝົດ 128 ນ້ອງ, ຍິງ 69 ນ້ອງ, ຄູ 9 ທ່ານ, ຂັ້ນອະນຸບານມີຢູ່ 2 ຂັ້ນ, ລວມ 33 ນ້ອງ, ຍິງ 15 ນ້ອງ,

ເຫັນວ່າໂຮງຮຽນອະນຸບານຍັງຂາດຂັ້ນອະນຸບານ 1, ໃນຄວາມຈິງແລ້ວ ອະນຸບານຕ້ອງມີທັງໝົດ 3 ຂັ້ນ, ນໍາໃຊ້ຫ້ອງຮຽນ 3 ຫ້ອງ, ປະຖົມມີ 5 ຂັ້ນຮຽນນໍາໃຊ້ 5 ຫ້ອງຮຽນ, ໃຊ້ເປັນຫ້ອງສະໜຸດ 1 ຫ້ອງ, ຫ້ອງການຄູ 1 ຫ້ອງ ແລະ ຫ້ອງການໂຮງຮຽນອະນຸບານ 1 ຫ້ອງ ເຫັນວ່າຍັງບໍ່ພຽງພໍ

ຖ້າໂຄງການກໍ່ສ້າງດັ່ງກ່າວ ສໍາເລັດພວກເຮົາຈະໄດ້ນໍາໃຊ້ອາຄານໃໝ່ເປັນໂຮງຮຽນປະຖົມຄົບຊຸດ ແລະ ຈະນໍາໃຊ້ອາຄານຫລັງເກົ່າເປັນໂຮງຮຽນອະນຸບານທັງໝົດ, ສ່ວນອາຄານໂຮງຮຽນອະນຸບານ ແມ່ນຈະທຸບມ້າງອອກເນື່ອງຈາກຊຸດໂຊມຫລາຍແລ້ວ.

ທ່ານ ເພັດພິໄຊ ສູນວິໄລ ກ່າວຕື່ມວ່າ: ການສະໜັບສະໜູນກໍ່ສ້າງໂຮງຮຽນ ປະຖົມບ້ານບຸ່ງ ແລະ ໂຮງຮຽນປະຖົມພູຟ້າມີໄຊ ໃນເທື່ອນີ້ຈະສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ແກ່ ຄູອາຈານ ແລະ ນັກຮຽນພາຍໃນບ້ານດັ່ງກ່າວ ແລະ ບັນດາບ້ານອ້ອມຂ້າງຈໍານວນຫລາຍຮ້ອຍນ້ອງນັກຮຽນ ແລະ ເຮັດໃຫ້ນ້ອໆນັກຮຽນມີເງື່ອນໄຂໄດ້ຮັບການສຶກສາທີ່ດີຂຶ້ນ.

SA Game
ຂ​ປ​ລ

ພາຍຫລັງສ້າງສໍາເລັດແລ້ວ ຈະພ້ອມກັນປົກປັກຮັກສາ ແລະ ນຳໃຊ້ອາຄານຮຽນ ກໍຄືອຸປະກອນຕ່າງໆ ທີ່ໄດ້ຮັບການຊ່ວຍເຫລືອ ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ຈະປົກປັກຮັກສາໃຫ້ນຳໃຊ້ໄດ້ຢ່າງຍາວນານ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.