ວັນສ້າງຕັ້ງ ກອງທັບປະຊາຊົນລາວໄດ້​ມາ ຄົບຮອບອ​ີກ​ຄັ້ງ ຄົບ 74 ປີ

SA Game

ຂປລ

ກະຊວງປ້ອງກັນປະເທດ ວາງພວງມາລາໃນວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 74 ປີ

 ຄະນະນຳກະຊວງປ້ອງກັນປະເທດ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດ້ວຍຄະນະ ໄດ້ວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ(ດາວແດງ), ວາງກະຕ່າດອກໄມ້ ຢູ່ອະນຸສອນສະຖານປະທານໄກສອນ ພົມວິຫານ ແລະ ວາງພວງມາລາຢູ່ສຸສານນັກຮົບປະຕິວັດໃນວັນທີ 19 ມັງກອນ 2023 ນີ້, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ.

ການວາງພວງມາລາໃນຄັ້ງນີ້, ເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານພາຍໃຕ້ການນຳພາ-ຊີ້ນຳຂອງ ພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫລວງ ແລະ ປະກາດເອກະລາດ, ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

SA Game
ຂປລ

ພາຍຫລັງສຳເລັດການວາງພວງມາລາ ທີ່ອະນຸສາວະລີນັກຮົບນິລະນາມແລ້ວ, ຄະນະກໍໄດ້ສືບຕໍ່ໄປວາງກະຕ່າດອກໄມ້ ຢູ່ຕໍ່ໜ້າອານຸສາວະລີ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ທີ່ປະທານ ໄກສອນ ພົມວິຫານ ໄດ້ສຸມສະຕິປັນຍາເຂົ້າໃນການນຳພາ ຂະບວນການຕໍ່ສູ້ຕ້ານການຮຸກຮານຂອງພວກຕ່າງດ້າວ, ສາມາດຍາດໄດ້ໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກ ມາສູ່ປະຊາຊົນລາວບັນດາເຜົ່າ

ຊຶ່ງຜົນງານ ແລະ ຄຸນງາມ ຄວາມດີຂອງທ່ານ ໄດ້ຈາລຶກໄວ້ໃນຄວາມຊົງຈຳຂອງ ປະຊາຊົນລາວບັນດາເຜົ່າຕະຫລອດໄປ, ທັງເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຢ່າງລົ້ນເຫລືອເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນ ຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ

SA Game
ຂປລ

ພາຍໃຕ້ການນຳພາ-ຊີ້ນຳຂອງ ພັກປະຊາຊົນ ປະຕິວັດລາວ ຈົນສາມາດກອບກູ້ເອົາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ປະຊາຊົນລາວບັນດາເຜົ່າ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ສີວິໄລເປັນກ້າວໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.