ວັດ​ຊຽງ​ຄວນ​ພ້ອມ​ແລ້ວ​ໃນ​ການ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ປີ​ນີ້

SA Game

laoedaily.com

​ພ້ອມ​ແລ້ວສວນວັດທະນະທຳຊຽງຄວນ ​ມີ​ຄວາມພ້ອມທຸກດ້ານຕ້ອນຮັບນັກທ່ອງທ່ຽວ.

ວັດຊຽງຄວນ ຫຼື ສວນວັດທະນະທຳຊຽງຄວນຖື​ວ່າ​ເປັນ​ບ່ອນ​ທ່ອງ​ທ່ຽວ​ຂອງ​ຫລາຍໆ​ຄົນ​ທີ່​ເຂົ້າ​ມາ​ນະ​ຄອນ​ຫລວງວຽງ​ຈັນ ແລະ ເປັນແຫຼ່ງທ່ອງທ່ຽວ ທາງດ້ານວັດທະນະທຳທີ່ຂຶ້ນຊື່ອີກແຫ່ງຂອງນະຄອນຫຼວງວຽງຈັນ ທີ່ຜູ້ມາຮອດນະຄອນຫຼວງຕ້ອງມາແວ່ ໄປຊົມໃນຄວາມໂດດເດັ່ນທາງດ້ານສີມືການກໍ່ສ້າງຂອງຄົນສະໄໝກ່ອນ ທີ່ເຕັມໄປດ້ວຍເລື່ອງເລົ່າ ຄວາມໝາຍຄວາມສຳຄັນມີປະຫວັດຄວາມເປັນມາໃນໂຕມັນເອງ.

ສວນວັດທະນະທຳຊຽງຄວນ ພາຍຫຼັງພັກຍາວອັນເນື່ອງມາຈາກການລະບາດຂອງໂຄວິດ-19 ມາຮອດມື້ນີ້ແມ່ນໄດ້ມີຄວາມພ້ອມໃນທຸກດ້ານ ເພື່ອຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາທ່ຽວຊົມແລ້ວວັນທີ 1 ມັງກອນ 2022 ເປັນຕົ້ນໄປ.

SA Game
laoedaily.com

ທ່ານ ນາງ ສອຍສຸດາ ອິນເມືອງໄຊ ຜູ້ອຳນວຍການບໍລິສັດ ສວນວັດທະນະທຳຊຽງຄວນ ຈຳກັດຜູ້ດຽວ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ເມື່ອບໍ່ນານມານີ້ວ່າ: ສວນວັດ ທະນະທຳຊຽງຄວນ ໄດ້ມີຄວາມພ້ອມ 100% ເປັນຕົ້ນ ດ້ານສະຖານທີ່, ດ້ານການບໍລິການ, ດ້ານການຮັກສາຄວາມປອດໄພ ແລະ ມາດຕະການຕ່າງໆ ໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອຮອງຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາທ່ອງທ່ຽວ

SA Game
laoedaily.com

ສວນວັດທະນະທຳຊຽງຄວນ ໄດ້ມີການພັດທະນາ, ປັບປຸງສະຖານທີ່ມາເລື້ອຍໆ ເປັນຕົ້ນ ໄດ້ຂະຫຍາຍໃຫ້ມີສວນດອກໄມ້ຫລາກຫລາຍຊະນິດ ແລະ ບົວລະບັດຮັກສາອ້ອມຮອບບໍລິເວນສວນ ໃຫ້ມີຄວາມສະອາດ, ປອດໂປ່ງ, ສີຂຽວ. ພ້ອມດຽວກັນນັ້ນ, ຍັງມີຮ້ານອາຫານຕາມສັ່ງ ແລະ ຕູບໄວ້ຄອຍໃຫ້ບໍລິ ການແກ່ລູກຄ້າ (ຢູ່ໂຊນແຄມຂອງ) ຈະເປີດໃນໄລຍະທີ 2, ຄາດວ່າຈະເປີດໃນເດືອນມີນາ 2022.

SA Game
laoedaily.com

ທ່ານ ນາງ ສອຍສຸດາ ອິນເມືອງໄຊ ໃຫ້ຮູ້ອີກວ່າ: ສວນວັດທະນະທຳຊຽງຄວນ ຕິດພັນກັບແມ່ນ້ຳຂອງ, ເປັນຈຸດໃຈກາງທ່ອງທ່ຽວທາງວັດທະນະທຳ ຂອງເມືອງຫາດຊາຍຟອງ, ກຽມຂຶ້ນເປັນມໍລະດົກແຫ່ງຊາດຂັ້ນທ້ອງຖິ່ນ, ຕັ້ງຢູ່ດ້ານໃຕ້ຂອງບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ, ຫ່າງຈາກຂົວມິດຕະພາບ ລາວ-ໄທ ປະມານ 7,3 ກິໂລແມັດ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com