ວັດກາງ ວັດເກົ່າແກ່ ບ້ານລິງຊັນ ເມືອງທຸລະຄົມ ແຂວງວຽງຈັນ

SA Game

ພາບ: www.allinlaos.com

ວັດກາງບ້ານລິງຊັນ ເປັນວັດທີ່ເກົ່າແກ່ທີ່ໜ້າສົນໃຈໃນການສືກສາຄົ້ນຄວ້າ.

ແຕ່ກ່ອນນັ້ນ ບ້ານຫລິ່ງນັ້ນແຫ່ງນີ້ແມ່ນມີຊື່ວ່າ ເມືອງຫົງຄຳ ເຊິ່ງມີຂອບເຂດຕັ້ງແຕ່ຫ້ວຍຊາຍຂາວ ( ບ້ານຫ້ວຍຊາຍຂາວ ) ຈົນເຖິງເຂດຕົ້ນໂພທິ໌ 3 ຕົ້ນ ອົ້ນ 3 ຂວຍ ຈົນໄປຮອດເຂດບ້ານຫນອງສ້າງຄູ່ ( ເຂດບ້ານເກີນ ) ແລະມີຄວາມເຊື່ອກັນມາວ່າຄົນຂອງບ້ານແຫ່ງນີ້ ບາງສ່ວນ ແມ່ນເດີນທາງມາກັບຂະບວນຂອງພຣະບາງ ທີ່ເຈົ້າຟ້າງຸ່ມໄດ້ຮັບແລະອັນເຊີນມາຈາກເມືອງອິນທະປັດຕະນະຄອນ.

ກ່ອນທີ່ຈະອັນເຊີນພຣະບາງເຈົ້າໄປປະດິດຢູ່ທີ່ນະຄອນຊຽງດົງ-ຊຽງທອງ ເຈົ້າຟ້າງຸ່ມ ແຫລ່ງຫລ້າທໍຣະນີເຈົ້າ ກໍ່ໄດ້ເອົາພຣະບາງ ປະດິດສະຖານໄວ້ທີ່ເມືອງວຽງຄຳ ແຫ່ງນີ້ເປັນເວລາ 143 ປີ ເຊິ່ງໃນເຂດເມືອງວຽງຄຳແຫ່ງນີ້ ກໍ່ຢູ່ໃນບໍລິເວນດຽວກັນກັບເມືອງຫົງຄຳ ຫລິ່ງຊັນແຫ່ງນີ້.

SA Game
ພາບ: www.allinlaos.com

ເມື່ອປີ ຄສ 1349 ໄດ້ມີການສ້າງພຣະເຈົ້າອົງຫລວງ ທີ່ວັດກາງບ້ານຫລິ່ງຊັນແຫ່ງນີ້ ຫລັງຈາກນັ້ນມາ ເຈົ້າໄຊຍະເສດຖາທິຣາຊ ກໍ່ໄດ້ມີການມາບູຣະນະປະຕິສັງຂອນວັດແຫ່ງນີ້ອີກນຳດ້ວຍ ຜູ້ເຖົ້າຜູ້ແກ່ ຫລືຄົນແຖບນີ້ແມ່ນມີຄວາມເຊື່ອວ່າ ບ້ານຫລິ່ງຊັນ ມີປະຫວັດສາດຄວາມເປັນມາແລະເກົ່າແກ່ກວ່າເມືອງວຽງຄຳ ແລະເຊື່ອວ່າເກົ່າແກ່ກວ່າທຸກໆເມືອງໃນແຂວງວຽງຈັນ ອີກດ້ວຍ.

SA Game
ພາບ: www.allinlaos.com

ເມື່ອບໍ່ດົນຜ່ານມານີ້ ເພິ່ນຍັງຂຸດຄົ້ນວັດຖຸບູຮານຕ່າງໆ ເຊັ່ນ ພຣະພຸທທະຮູບດິນເຜົາ ພຣະບຸເງິນ ພຣະບຸຄຳ ແລະເຄື່ອງປັ້ນດິນເຜົາແບບຕ່າງໆ ໃນບໍລິເວນວັດກາງແຫ່ງນີ້ ເຊິ່ງເປັນສູນກາງຂອງວຽກງານການຜະລິດພຣະພຸທທະຮູບດິນເຜົາ ທີ່ສົ່ງເຂົ້າໄປເມືອງວຽງຈັນ ເພື່ອນຳໄປໃຫ້ຄົນທັງຫລາຍໄດ້ນຳເອົາເງິນ ເອົາຄຳ ປະກອບເປັນພຣະບຸເງິນ ພຣະບຸຄຳ ຕາມວັດຕ່າງໆ ເຊັ່ນ : ວັດສີສະເກດເປັນຕົ້ນ….

SA Game
ພາບ: www.allinlaos.com

ວັດແຫ່ງນີ້ຍັງມີຮາວທຽນທີ່ເປັນປູນປະທາຍເພັດ ທີ່ຍັງສົມບູນ ແລະຫລົງເຫລືອໃຫ້ເຫັນຢູ່ 3 ຕົ້ນ ( ເມື່ອກ່ອນຊາວບ້ານຈະນຳນ້ຳມັນພຶດ ມາໃສ່ ແລະຝັ້ນຝ້າຍເປັນຕີນກາ ມາຕັ້ນໃສ່ເພື່ອຈູດບູຊາພາຍໃນສິມແຫ່ງນີ້ ) ຄົນທົ່ວໄປທັງຫລາຍແມ່ນບໍ່ຮູ້ ນີ້ຄື : ຮາວທຽນບູຮານແທ້ໆຂອງລາວເຮົາທີ່ຍັງໃຫ້ພົບເຫັນຢູ່ວັດແຫ່ງນີ້ແຫ່ງດຽວໃນປະເທດລາວ ກໍ່ວ່າໄດ້.

SA Game
ພາບ: www.allinlaos.com

ນອກນັ້ນຍັງມີຮາວທຽນໄມ້ ທີ່ເກົ່າແກ່ ເຊິ່ງສັນນິຖານວ່າ ສ້າງຕັ້ງແຕ່ສະໄຫມເຈົ້າໄຊຍະເສດຖາທິຣາຊ ຫລືເຈົ້າສຸຣິຍະວົງສາ ທັມມິກກະຣາຊ ແລະຍັງມີພຣະພຸທທະຮູບໄມ້ຢືນ ທີ່ງົດງາມອ່ອນຊ້ອຍ ຄ້າຍຄືພຣະພຸທທະຮູບຈາກຊຽງດົງ-ຊຽງທອງ ( ຫລວງພຣະບາງ ).

ນອກນັ້ນຍັງມີສິມແບບພວນ ມີກອງຫມາກແຄ້ງ ( ເຊິ່ງກອງຫມາກແຄ້ງນີ້ຜູ້ເຖົ້າຜູ້ແກ້ເວົ້າໃຫ້ຟັງວ່າ ແມ່ນຄົນເມືອງວຽງຈັນໄດ້ນຳມາເກັບມ້ຽນໄວ້ໃນສະໄຫມສົງຄາມສະຫຍາມມາບຸກເຜົາວຽງຈັນ ເມື່ອເຫັນເຫດເຜດໄພຈະມາ ກໍ່ຂົນມາເຊື່ອງໄວ້ທີ່ວັດແຫ່ງນີ້ ຈົນເຖິງປະຈຸບັນນີ້ ນອກນັ້ນຍັງມີຫລາຍໆຢ່າງ ຫລາຍເລື່ອງໃຫ້ໄດ້ສຶກສາຄົ້ນຄວ້າ ເມື່ອມີໂອກາດຕໍ່ໄປ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: www.allinlaos.com