ລ່າ ແລະ ຫລ້າ ກັບຄວາມໝາຍ ແລະ ນຳໃຊ້ຈັງໃດໃຫ້ຖືກໃນພາສາລາວ

SA Game

DooDiDo

ຄວາມ​ໝາຍ​ຂອງ​ຄຳ​ວ່າ ລ່າ ແລະ ຫລ້າ ໃນ​ພາ​ສາ​ລາວ​ແມ່ນ​ຫຍັງ?

ໃນ​ພາ​ສາ​ລາວ ແລະ ພາ​ສາ​ໄທ​ຈະ​ມີ​ທັງ​ຄວາມ​ຄ້າຍ​ຄື​ກັນ ແລະ ແຕກ​ຕ່າງ​ກັນ​ອອກ​ໄປ​ຢ່າງ​ຫລວງ​ຫລາຍ, ປະ​ຊາ​ຊົນ​ຄົນ​ລາວ​ເອງ​ທີ່​ສວນ​ຫລາຍ​ເບິ່ງ​ສື່​ຈາກ​ປະ​ເທດ​ໄທ ບາງ​ຄຳ​ສັບ​ກໍ​ໄດ້​ເອົາ​ມາ​ໃຊ້​ທັງ​ເປັນ​ການ​ເວົ້າ​ຢອກ​ກັນ​ ຫລື ອື່ນໆ ຈົນ​ເຮັດ​ໃຫ້​ການ​ນຳ​ໃຊ້​ທີ່​ຜິດ​ພາດ​ໃນ​ພາ​ສາ​ລາວ​ດັ່ງ​ໃນ​ຕອນ​ນີ້​ເຮົາ​ຈະ​ນຳ​ເອົາ​ບາງ​ຄຳ​ທີ່​ມີ​ຫລາຍ​ຄົນ​ມັກ​ຫລົງ​ກັນ​ໃນ​ການ​ໃຊ້​ຄື​ຄຳ​ວ່າ”ລ່າ ແລະຫຼ້າ”.

ຕາມ​ທີ່​ເຫັນຫຼາຍໆຄົນທີ່ຍັງຂຽນຜິດເຊັ່ນ: ຫຼ້າຫຼັງ ເປັນ ລ່າຫຼັງ, ຫຼ້າສຸດ ເປັນ ລ່າສຸດ, ແລະ ຫຼ້າສະໄໝ ເປັນ ລ່າສະໄໝ, ອື່ນໆ… ຖ້າ​ຈະ​ເວົ້າ​ແລ້ວໃນພາສາລາວສອງຄຳນີ້ມີຄວາມໝາຍຕ່າງກັນໂດຍສິ້ນເຊີງ​ຫາກວ່າ​ເຮົາ​ບໍ່​ເຂົ້າ​ໃຈ​ດີ​ອາດ​ຈະ​ນຳ​ມາ​ໃຊ້​ຜິດ​ພາດ​ໄດ້​ ເຊິງ​ໃນ​ບົດ​ນີ້​ເພື່ອທໍາຄວາມເຂົ້າໃຈໃຫ້ເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍນໍາເອົາຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ມາປະກອບໃສ່ໃນການອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ແລະ ຂໍ້​ມູນ​ຂອງ​ພາ​ສາ​ໄທ​ບາງ​ສ່ວນ ດັ່ງນີ້:​

SA Game
DooDiDo
ຄຳ​ວ່າ ລ່າ.

ເປັນຄຳກຳມະ ແປວ່າ ນຳຂ້າ, ຕາມເອົາມາຂ້າ, ໄລ່, ຊອກຫາ, ຄົ້ນຫາ ເຊັ່ນ ໄລ່ລ່າ, ລ່າສັດ, ລ່າອານານິຄົມ, ລະບອບລ່າເມືອງຂຶ້ນ…

ຕົວ​ຢ່າງ:

ສະ​ໄໝ​ກ່ອນ, ຂ້ອຍ​ມີ​ໝູ່​ເປັນ​ນັກ​ລ່າ​ສັດ ແຕ່​ລະ​ອາ​ທິດ​ລາວ​ມັກ​ຈະ​ເອົາ​ຊິ້ນ​ສັດ​ປ່າ​ມາ​ແບ່ງ​ໃຫ້​ຂ້ອຍ​ເຮັດ​ອາ​ຫາ​ນ​ກິນ.

ໂຈນ​ດຶງ​ກະ​ເປົາ​ຍິງ​ຄົນ​ໜຶ່ງ​ຢູ່​ແຖວ​ທາດ​ຂາວ, ດຽວ​ນີ້​ຕຳ​ຫລວດ​ກ່ຳ​ລັງ​ໄລ​ລ່າ​ຢູ່.

ຄຳ​ວ່າ ຫລ້າ.

ເປັນຄຳຄຸນນາມ ແປວ່າ ລຸນ, ສຸດທ້າຍ, ຫລ້າ​ສຸດ, ຊັກຊ້າ ເຊັ່ນ: ລູກຫຼ້າ, ຫຼ້າຊ້າ, ຫຼ້າຫຼັງ, ຫຼ້າສະໄໝ, ຫຼ້າໝູ່, ບັກຫຼ້າ, ເຂີຍຫຼ້າ, ໃພ້ຫຼ້າ…

ຕົວ​ຢ່າງ:

ລູກ​ຊາຍ​ຫລ້າ​ຂອງ​ຂ້ອຍ​ຍັງ​ຢູ່​ນຳ​ຂ້ອຍ.

ແຕ່​ລະ​ປີ​ຜ່ານ​ມາ​ຂ້ອຍ​ໄດ້​ກັບ​ບ້ານ​ໄປ​ສຸ່ມ​ມາ​ພໍ່​ແມ່, ແຕ່ປີຫລ້າ​ສຸດ​ນີ້ຂ້ອຍ​ບໍ່​ໄດ້​ໄປ​ຍ້ອນ​ພະ​ຍາດ​ໂຄວິດ19.

ໃນພາສາໄທ ໃຊ້ພຽງຄຳດຽວຄື “ล่า” ເອກ​ສຽງ​ໂທ, ເປັນ​ໄດ້​ສອງ​ແບບ​ຄື

  1. ເປັນກຳມະ ไล่ล่า, ตามล่า, ล่าสัตว์
  2. ເປັນຄຸນນາມ ครั้งล่าสุด, ล่าถอย, ล่าช้า…
ສະ​ຫລຸບ.

ສະ​ນັ້ນ​ເພື່ອ​ຄວາມ​ຖືກ​ຕ້ອງ​ໃນ​ການ​ນຳ​ໃຊ້​ ແລະ ສະ​ກົດ​ຄຳ​ຢາກ​ໃຫ້​ສືກ​ສາ​ເບິ່ງ​ກ່ອນ​ວ່າ​ຖ້າ​ເປັນ​ພາ​ສາ​ລາວ​ແລ້ວ​ເຮົາ​ຈະ​ໃຊ້​ຄຳ​ໃດ​ໃຫ້​ຖືກ​ຕ້ອງ​ເຊິງ​ສາ​ມາດ​ສະ​ຫລຸບ​ຄວາມ​ໝາຍ​ໄດ້​ດັ່ງ​ນີ້​ເຊັ່ນ: ຄຳ​ວ່າ ລ່າ ເປັນຄຳກຳມະ ແປວ່າ ນຳຂ້າ, ຕາມເອົາມາຂ້າ, ໄລ່, ຊອກຫາ, ຄົ້ນຫາ, ສ່ວນ ຄຳ​ວ່າ ຫລ້າ ເປັນຄຳຄຸນນາມ ແປວ່າ ລຸນ, ສຸດທ້າຍ, ຫລ້າ​ສຸດ, ຊັກຊ້າ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo