ລຽນຄິດຍາວ! ປະຊາຊົນລຽນຄິວຍາວເພື່ອເຮັດໜັງສືເດີນທາງໄປຕ່າງປະເທດ

SA Game

ຂປລ

ປະຊາຊົນຈໍານວນຫລວງຫລາຍ ເດີນທາງມາຕໍ່ຄິດຢ່າງແອອັດເພື່ອເຮັດໜັງສືເດືອນທາງທີ່ກົງສູນ ນວ

ປະຊາຊົນຈ່ຳນວນຫລວງຫລາຍທີ່ມາຂໍເຮັດໜັງສືຜ່ານແດນ ແລະ ມີຈຳນວນສູງຂຶ້ນພາຍຫລັງລັດຖະບານ ມີແຈ້ງການເປີດປະເທດ ແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນມາ, ແລະ ບວກກັບຫລາຍປະເທດ ກໍໄດ້ຫລຸດຜ່ອນມາດຕະການຕ່າງໆໃນການເຂົ້າ-ອອກເມືອງ ພາຍໃນປະເທດຕົນ ແລະ ຫລາຍປະເທດ ກໍເລີ່ມເປີດປະເທດຢ່າງເປັນປົກກະຕິ ຈຶ່ງເຮັດໃຫ້ປະຊາຊົນຫລັ່ງໄຫລມາໜັງສືຜ່ານແດນຫລາຍ ແລະ ມີລັກສະນະຮີບດ່ວນ ເຊິ່ງທາງກົມກົງສຸນ ກໍໄດ້ລົງເກັບກຳຂໍ້ມູນ ເພື່ອຊອກຮູ້ສາເຫດທີ່ເຮັດໃຫ້ ປະຊາຊົນມາອັ່ງອໍກັນຢູ່ກົມກົງສຸນ ຢູ່ນະຄອນຫລວງວຽງຈັນ(ນວ).

ໃນວັນທີ 14 ມິຖຸນາ 2022 ນີ້, ທ່ານ ສີສຸພັນ ມະນີວັນ ຮອງຫົວໜ້າກົມກົງສູນກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດ ເພື່ອໃຫ້ຂໍ້ມູນ ແລະ ຊີ້ແຈງເຖິງສະພາບການຕົວຈິງ ໃນການເຮັດໜັງສືຜານແດນຂອງພົນລະເມືອງລາວ ໃນປັດຈຸບັນ ພາຍຫລັງການລະບາດຂອງພະຍາດ ໂກວິດ 19 ຫລຸດລົງ ຢູ່ ສປປ ລາວ ແລະ ລັດຖະບານລາວ ກໍຄື ຕ່າງປະເທດ ໂດຍສະເພາະປະເທດເພື່ອນບ້ານໃກ້ຄຽງ ໄດ້ເປີດປະເທດ ຄືນໃໝ່.

SA Game
ຂປລ

ສຳລັບ ສປປ ລາວ ແມ່ນເລີ່ມແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນມາ ເຊິ່ງເຮັດໃຫ້ມີປະຊາຊົນຈໍານວນຫລວງຫລາຍ ຕ້ອງການເດີນທາງໄປຕ່າງປະເທດ ອັນເປັນເຫດເຮັດໃຫ້ປະຊາຊົນ ເດີນທາງມາຈາກຕ່າງແຂວງ ເພື່ອມາຍື່ນຄຳຮ້ອງຂໍໜັງສືຜ່ານແດນຢູ່ກົມກົງສຸນ ທີ່ນະຄອນຫລວງວຽງຈັນ ຈຶ່ງເກີດມີສະພາບຄວາມອັ່ງອໍຂອງປະຊາ ຊົນ ດັ່ງທີ່ເຫັນເປັນຂ່າວໃນສື່ອອນລາຍ.

ຕໍ່ກັບສະພາບການດັ່ງກ່າວ, ກົມກົງສຸນ ກະຊວງການຕ່າງປະເທດ ກໍຮັບຮູ້ໄດ້ບັນຫາ ແລະ ບໍ່ໄດ້ເມີນເສີຍ ພ້ອມທັງໄດ້ຄົ້ນຄວ້າເພື່ອຊອກຫາວິທີ ແລະ ມາດຕະການຕ່າງໆ ເພື່ອຮອງຮັບ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ດັ່ງນີ້: ໄດ້ປຸກລະດົມຈິດໃຈພະນັກງານພາຍໃນກົມກົງສຸນ ໃຫ້ມີຄວາມເສຍສະຫລະເວລາ ເພື່ອມາບໍລິການຮັບໃຊ້ແກ່ປະຊາຊົນ ໂດຍໄດ້ຈັດຕັ້ງພະນັກງານຈຳນວນໜຶ່ງ ມາຈັດຄວາມເປັນລະບຽບ ແລະ ກວດກາເອກະສານໃຫ້ປະຊາຊົນຢູ່ພາຍໃນກົມກົງສຸນ ກ່ອນໂມງລັດຖະການ.

ແຕ່ຫລາຍຄົນອາດຈະມີຂໍ້ສົງໄສວ່າ ເປັນຫຍັງການແຈກບັດຄິວຢູ່ສະຖານທີ່ເຮັດໜັງສືຜ່ານແດນ ຈຶ່ງແຕກຕ່າງຈາກສະຖານທີ່ອື່ນ ໂດຍໃຫ້ຜູ້ມາໃຊ້ບໍລິການກົດເອົາບັດຄິວເອງ ແຕ່ ຢູ່ກົມພວກເຮົາແມ່ນພະນັກງານເປັນຜູ້ແຈກໃຫ້, ທັງນີ້ ກໍເພື່ອບໍ່ຢາກໃຫ້ປະຊາຊົນທີ່ມາລໍນັ່ງຖ້າຄິວເປັນການເສຍເວລາ ໃນກໍລະນີເອກະສານຂອງເຂົາເຈົ້າບໍ່ຄົບຖ້ວນ, ພະນັກງານພວກເຮົາຈະຊ່ວຍກວດກາເອກະສານໃຫ້ກ່ອນ ແລະ ເຫັນວ່າຄົບຖ້ວນ ຈຶ່ງເອົາຄິວໃຫ້ເຂົ້າໄປສຳພາດ ເພື່ອຫລຸດບັນຫານາຍໜ້າທີ່ຮັບຈ້າງມາຢືນເອົາຄິວໃຫ້ກັນ ຖ້າພົບເຫັນກໍລະນີ ບໍ່ແມ່ນເຈົ້າຂອງເອກະສານ ພວກເຮົາກໍຈະບໍ່ພິຈາລະນາໃຫ້ຄິວສຳພາດ.

ນອກ ຈາກນີ້, ກໍໄດ້ເພີ່ມຈໍານວນການຮັບເອກະສານຄໍາຮ້ອງ ຂອງແຕ່ລະວັນຫລາຍຂຶ້ນກວ່າເກົ່າ ຈາກສະພາບປົກກະຕິປະມານ 300 ຄົນ ມາເປັນ 500 ກວ່າຄົນ ຫລື ຫລາຍກວ່ານັ້ນ ໂດຍໃຫ້ພະນັກງານດຳເນີນການສຳພາດໃຫ້ໝົດທຸກຄົນ ເຖິງວ່າຈະກາຍໂມງເລີກວຽກລັດຖະການແລ້ວກໍຕາມ.

ຕໍ່ກັບສະພາບຄວາມແອອັດ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ກີດຂວາງການສັນຈອນ ຢູ່ບໍລິເວນໜ້າກົມກົງສຸນ ເຊິ່ງມີແມ່ຄ້າມາຂາຍເຄື່ອງຕາມແຄມທາງ ແລະ ບັນດານາຍໜ້າທັງຫລາຍມາຕັ້ງໂຕະ ຮັບເອກະສານຕ່າງໆນັ້ນ ເຫັນວ່າບໍ່ຖືກຕ້ອງຕາມກົດໝາຍ ເຊິ່ງພວກເຮົາກໍໄດ້ຕິດປ້າຍຫ້າມຂາຍເຄື່ອງຢູ່ບໍລິເວນນັ້ນ ແລະ ໄດ້ລົງຕັກ ເຕືອນ ພ້ອມທັງຂໍຄວາມຮ່ວມມືນຳ ແຕ່ກໍບໍ່ມີໃຜໃຫ້ການຮ່ວມມືນໍາພວກເຮົາ.

ຕໍ່ກັບບັນຫານີ້ ກົມກົງສຸນ ກໍໄດ້ສົ່ງໜັງສືໄປຍັງ ອໍານາດການປົກຄອງ ເມືອງຈັນທະບູລີແລ້ວ ເພື່ອສະເໜີໃຫ້ເພິ່ນລົງມາຊ່ວຍຈັດສັນ ຄວາມເປັນລະບຽບຮຽບຮ້ອຍຢູ່ບໍລິເວນດັ່ງກ່າວ.

SA Game
ຂປລ

ທ່ານ ສີສຸພັນ ມະນີວັນ ໄດ້ກ່າວອີກວ່າ: ຕໍ່ກັບສະພາບການທີ່ເກີດຂຶ້ນ, ກົມກົງ ສຸນ ຂໍສະແດງຄວາມຂໍໂທດ ແລະ ຂໍອະໄພ ມາຍັງປະຊາຊົນ ທີ່ມາໃຊ້ບໍລິການ ທີ່ພວກເຮົາບໍ່ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງທຸກຄົນ ເນື່ອງຈາກມີປະຊາຊົນຈຳນວນຫລວງຫລາຍ ມາຍື່ນຄຳຮ້ອງຢູ່ນະຄອນຫລວງວຽງຈັນ ເຊິ່ງມີປະລິ ມານທີ່ເກີນຂີດຄວາມສາມາດຮອງຮັບຕົວຈິງ ທາງດ້ານເຕັກນິກ ແລະ ບຸກຄະລາກອນຂອງພວກເຮົາທີ່ມີຈຳກັດ ແລະ ຂໍແຈ້ງໃຫ້ຊາບວ່າ ນອກຈາກຢູ່ກົມກົງສຸນ ທີ່ນະຄອນ ຫລວງວຽງຈັນ, ພວກເຮົາຍັງມີສູນຮັບຄໍາຮ້ອງຂໍໜັງສືຜ່ານແດນຢູ່ ແຂວງອຸດົມໄຊ, ຊຽງຂວາງ, ໄຊຍະບູລີ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ.

ໃນໄລຍະນີ້ ຂໍຄວາມຮ່ວມມືມາຍັງປະຊາຊົນທີ່ຢູ່ແຂວງເຫລົ່ານີ້ ຫລື ບັນດາແຂວງໃກ້ຄຽງ ໃຫ້ເຂົ້າໄປໃຊ້ບໍລິການຢູ່ບັນດາສູນຮັບຄຳຮ້ອງດັ່ງກ່າວ ເພື່ອເປັນການຫລຸດຜ່ອນຄວາມແອອັດຂອງປະຊາຊົນ ຢູ່ນະຄອນຫລວງວຽງຈັນ ແລະ ຂໍໃຫ້ມີສະຕິ ຢ່າຫລົງເຊື່ອບັນດານາຍໜ້າ ທີ່ອ້າງຕົນວ່າຈະສາມາດພາໄປເຮັດ ຫລື ຊ່ວຍແລ່ນເອກະສານ ພ້ອມທັງເລັ່ງລັດຂັ້ນຕອນການອອກໜັງສືຜ່ານແດນໃຫ້ໄດ້ໄວຢູ່ນະຄອນຫລວງວຽງຈັນ (ເຈົ້າໜ້າທີ່ຈະມີການພິຈາລະນາ ອຳນວຍຄວາມສະດວກອອກໜັງສືຜ່ານແດນດ່ວນ ໃຫ້ສະເພາະກໍລະນີສຸກເສີນ ເຊັ່ນ:

ຄົນເຈັບ ທີ່ມີຄວາມຈໍາເປັນຕ້ອງເດີນທາງດ່ວນ ໄປຮັກສາປິ່ນປົວຢູ່ຕ່າງ ປະເທດ ໂດຍມີເອກະສານຢັ້ງຢືນຈາກໂຮງຫມໍເທົ່ານັ້ນ), ຂໍໃຫ້ປະຊາຊົນ ມາຍື່ນຄຳຮ້ອງດ້ວຍຕົນເອງ, ມີບັນຫາທາງດ້ານເອກກະສານ ກໍໃຫ້ເຂົ້າປຶກສານໍາພະນັກງານຂອງສູນບໍລິການ ເຊິ່ງຈະເປັນຜູ້ໃຫ້ຂໍ້ມູນທີ່ຖືກຕ້ອງແກ່ບັນດາທ່ານ.

ຂໍໃຫ້ທຸກພາກສ່ວນສັງຄົມ ໃຫ້ມີຄວາມເຂົ້າໃຈວ່າ: ລະບົບການອອກໜັງສືຜ່ານແດນແມ່ນມີຄວາມລະອຽດອ່ອນ ແລະ ຕິດພັນກັບບັນຫາຄວາມໝັ້ນຄົງ ທັງພາຍໃນ ແລະ ຕ່າງປະເທດ, ທຸກຂັ້ນຕອນຕ້ອງໃຫ້ມີຄວາມຖືກຕ້ອງຕາມມາດຖານ ແລະ ເງື່ອນ ໄຂຂອງສາກົນ ເພື່ອນາໆປະເທດຈະໄດ້ໃຫ້ການຍອມຮັບ, ໃຫ້ຄວາມເຊື່ອຖືຕໍ່ໜັງສືຜ່ານແດນຂອງປະເທດເຮົາ ແລະ ເວລານໍາໃຊ້ເດີນທາງໄປຕ່າງປະເທດ ກໍຈະໄດ້ຮັບຄວາມສະດວກດີ.

ສະນັ້ນ, ຕໍ່ກັບຫລາຍຄໍາເຫັນຂອງສັງຄົມທີ່ວ່າ ເປັນຫຍັງບໍ່ໃຫ້ແຂວງອື່ນອອກໃຫ້ໆທົ່ວເຖິງທຸກແຂວງ ຄືດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ, ກົມກົງສຸນ ກໍມີແຜນທີ່ຈະຂະຫຍາຍ ສູນບໍລິການຮັບຄໍາຮ້ອງຂໍໜັງສືຜ່ານແດນ ໄປຍັງແຂວງອື່ນໆ ຕື່ມອີກໃນອານາຄົດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ