ລູກ​ສອນ​ໄຟ ຊານ​ໄຊ ຄວາມ​ສຳ​ພັນ ແລະ ສັນ​ຍາ​ລັກ​ແຫ່ງ​ຄວາມ​ຮັກ​ແພງ

SA Game

​ລູກສອນໄຟ ແຫ່ງຄວາມ​ຮັກ​ແພງ  ຊານໄຊ ເປັນສັນຍາລັກນ​ຂອງຄວາມສາມັກຄີອັນຍິ່ງໃຫຍ່.

ຄວາມ​ສຳ​ພັນ ແລະ ຄວາມ​ຮັກ​ແພງ​ຂອງ​ລາວ​ຫວຽດ​ນາມ​ແມ່ນ​ມີ​ມາ​ແຕ່​ດົນ​ນານ​ແລ້ວ, ແລະ ລູກສອນໄຟ ໂຊຫວຽດ 11 DMP 912 ທີ່ຕັ້ງຢູ່ ຢ່າງສະຫງ່າຜ່າເຜີຍ ທີ່ ບ້ານສົມບູນ ( ປະອຳ ) ເປັນສັນຍາລັກ ແຫ່ງຮ່ອງຮອຍ ຂອງສົງຄາມອິນດູຈີນ ອັນສະແດງໃຫ້ເຫັນເຖິງ ຄວາມຮັກແພງ ແລະ ສາຍສຳພັນອັນໜຽວແໜ້ນຂອງ 2 ຊາດ ລາວ-ຫວຽດນາມ, ນ້ຳໃຈຮັກສາຮັກປະຊາທິປະຂອງປະຊາຊົນທີ່ອັນຍິ່ງໃຫຍ່ ທີ່ຍາມໃດກໍ່ບໍ່ເຄີຍເຫືອດແຫ້ງດັງສາຍນ້ຳຂອງ.

ຫວນຄືນຫຼັງ ກ່ອນໜ້ານີ້ 46 ປີ ໃນຄ່ຳຄືນທີ່ມືດ ກາງປະດືບດົງໜາ ແຕ່ແສງໄຟແຮງຄວາມຫວັງ ບໍ່ເຄີຍດັບມອດ ກັບດວງໃຈທີ່ຮັກຊາດ 1000 ກວ່າດວງ ທີ່ຮ່ວມແຮງຮ່ວມໃຈ ດຶງ, ລາກ, ຍູ້ ແລະ ສາລະພັດວິທີທີ່ພວກເຂົາເຈົ້າກະທຳ

ເພື່ອນຳເອົາ ລູກສອນໄຟ ໂຊຫວຽດ ລຸ້ນ 11 DMP 912 ຈາກພາກເໜືອຫວຽດນາມ ໄປສູ່ພາກໃຕ້ ຫວຽດນາມ ໂດຍຜ່ານເສັ້ນທາງໂຮ່ຈິມີນ ໃນປະເທດລາວມາຕາມເສັ້ນທາງເລກ 9.

SA Game
DooDiDo

ຜ່ານເມືອງພີນ, ເມືອງເຊໂປນ, ເມືອງນອງ ແຂວງສະຫວັນນະເຂດ, ເຂົ້າເມືອງຕະໂອຍ ແຂວງສາລະວັນ ຂ້າມແມ່ນ້ຳເຊກອງ ຢູ່ບ້ານບາກ ເມືອງກະລືມ ຂື້ນເມືອງດາກຈືງ ລົງຫາທົງເຫຼັກ, ລົງບ້ານກະຊັງກາງ ເມືອງລະມາມ ແຂວງເຊກອງ, ຜ່ານບ້ານນ້ຳຫຽງ ເມືອງໄຊເສດຖາ ລົງມາບ້ານປາກເປາະ ຫາບ້ານມີໄຊ, ແລ້ວມາຈອດພັກນອນຄ້າງຄືນ ທີ່ດົງປະອຳ ອັນເປັນປ່າດົງອັນຕືບໜາແຫ່ງນີ້ ( ຈຸດທີ່ລູກສອນໄຟຕັ້ງຢູ່ໃນປັດຈຸບັນ ) ໃນເວລາ 15:00 ໂມງ, ວັນທີ 8 ມັງກອນ 1974

ແລະ ໃນຄືນນັ້ນເອງ ກອງທັບຫວຽດນາມທີ່ມີ ປະມານ 1000 ກວ່າຄົນ ກໍ່ໄດ້ຮັບຂ່າວວ່າ ພາກໃຕ້ຫວຽດນາມ ຫຼື ໄຊງ່ອນ ໄດ້ຮັບການປົດປ່ອຍແລ້ວ ສົງຄາມໄດ້ສີ້ນສຸດລົງແລ້ວ ແລະ ດ້ວຍຄວາມປິຕິຊົມຊື່ນດີໃຈ ທີ່ໄດ້ຮັບໄຊຊະນະ ທະຫານທັງໝົດ ກໍ່ຟ້າວພາກັນຂື້ນລົດກັບຄືນເມືອປະເທດໃນທັນທີ

SA Game
DooDiDo

ແລະ ໄດ້ປະຖີ້ມລູກສອນໄຟ ໂຊຫວຽດ 11 DMP 912 ໄວ້ທີ່ ດົງປະອຳ ແລະ ກາຍເປັນຮ່ອງຮອຍແຫ່ງ ອະນຸສອນສະຖານແຫ່ງສົງຄາມອິນດູຈີນ ໂດຍສະເພາະ ສົງຄາມປົດປ່ອຍພາກໃຕ້ຫວຽດນາມ ແລະ ຍັງເປັນເຄື່ອງໝາຍຢືນຍັນ ສາຍສຳພັນອັນໝັ້ນແກ່ນລະຫວ່າງສອງກອງທັບ, ສອງປະຊາຊົນ ລາວ-ຫວຽດນາມ ມາຮອດປັດຈຸບັນ.

ລູກສອນໄຟ ໂຊຫວຽດ 11 DMP 912 ທີ່ຕັ້ງຢູ່ ບ້ານສົມບູນ ( ປະອຳ ) ເມືອງຊານໄຊ ແຂວງອັດຕະປື ຕັ້ງຢູ່ຫ່າງຈາກ ເທດສະບານແຂວງອັດຕະປື ປະມານ 31 ກິໂລແມັດ ເປັນລູກສອນໄຟ ລູກທີ 2 ທີ່ສືບຕໍ່ ເຄື່ອນເຂົ້າສູ່ ພາກໃຕ້ຫວຽດນາມ ເພື່ອປົດປ່ອຍ ໄຊງ່ອນ

SA Game
DooDiDo

ແຕ່ລູກສອນໄຟ ລູກນີ້ກໍ່ໄປບໍ່ຮອດໄຊງ່ອນ ເນື່ອງຈາກໄຊງ່ອນ ໄດ້ຮັບການປົດປ່ອຍ ກ່ອນລູກສອນໄຟລູກທີ 2 ນີ້ຈະເດີນທາງໄປຮອດ, ປັດຈຸບັນ ລູກສອນໄຟ ແລະ ເສັ້ນທາງໂຮ່ຈິມີນ ເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດ ທີ່ສຳຄັນຂອງແຂວງອັດຕະປື ແລະ ໄດ້ຖືກຮັບຮອງ ປັບປຸງປົວແປງ ໃຫ້ເປັນສະຖານທີ່ທ່ອງທ່ຽວລະດັບແຂວງໃນປີ 2000.

ບົດຄວາມໂດຍ: KAI/LAOS JOURNEY