ລາວ ແລະ ຫວຽດ​ນາມ ປຶກສາຫາລືແລກປ່ຽນຄໍາຄິດເຫັນດ້ານການເມືອງ

SA Game

ກ​ຕ​ທ

ສ​ປ​ປ ລາວ ແລະ ຫວຽດນາມ ປຶກສາຫາລືແລກປ່ຽນຄໍາຄິດເຫັນດ້ານການເມືອງຮ່ວມກັນ ຢ່າງກົງໄປກົງມາ

ໄດ້ມີ​ການ​ຈັດ​ກອງ​ປະ​ຊຸມ​ໃນວັນທີ 25 ພະຈິກ 2022 ທີ່ ເຮືອນຮັບແຂກລັດຖະບານ, ນະຄອນຫລວງຮ່າໂນ້ຍ, ສສ ຫວຽດນາມ, ໂດຍການເປັນປະທານຮ່ວມຂອງທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ກວາງ ຮ້ຽວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ, ພ້ອມດ້ວຍການນໍາ ແລະ ວິຊາການກ່ຽວຂ້ອງຂອງບັນດາກົມ ຈາກສອງກະຊວງການຕ່າງປະເທດ.

ໃນກອງປະຊຸມ, ສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນຄໍາຄິດເຫັນຮ່ວມກັນ ຢ່າງກົງໄປກົງມາ, ຮ່ວມກັນທົບທວນຄືນການພົວພັນຮ່ວມມືສອງປະເທດ ແລະ ສອງກະຊວງການຕ່າງປະເທດ ຕະຫລອດໄລ ຍະ 1 ປີ ຜ່ານມາ.

ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ໃນນັ້ນ ມີການປະກອບສ່ວນອັນສໍາຄັນ ຂອງສອງກະຊວງການຕ່າງປະເທດ ທີ່ເຮັດໜ້າທີ່ເປັນຂົວຕໍ່ປະສານງານ ລະຫວ່າງບັນດາກະຊວງ ຂະແໜງ ການ ສູນກາງ ແລະ ທ້ອງຖິ່ນ

SA Game
ກ​ຕ​ທ

ໃນການຈັດຕັ້ງປະຕິບັດບັນດາການຕົກລົງສອງຝ່າຍ ທີ່ມີຮ່ວມກັນ ກໍຄື ການແລກປ່ຽນການຢ້ຽມຢາມ ແລະ ການຈັດກິດຈະກໍາຕ່າງໆ ໃນປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ເພື່ອສະເຫລີມສະຫລອງ ສອງວັນປະຫວັດສາດທີ່ສໍາຄັນຂອງສອງຊາດ ຄືວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືສອງຝ່າຍ ຄົບຮອບ 45 ປີ.

ສອງຝ່າຍສະແດງຄວາມເພິ່ງພໍໃຈທີ່ເຫັນວ່າ ການຮ່ວມມືດ້ານການເມືອງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນສາມາດຈັດຕັ້ງປະຕິບັດໄດ້ລື່ນຄາດໝາຍທີ່ວາງໄວ້; ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ມີການຂະຫຍາຍຕົວຢ່າງໜ້າເພິ່ງພໍໃຈ ຕົວເລກ 10 ເດືອນ ຕົ້ນປີ 2022 ບັນລຸໄດ້ 1,4 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 28,2% , ທຽບກັບໄລຍະດຽວກັນຂອງປີ 2021.

ເຖິງວ່າ ການຄ້າສອງຝ່າຍ ຍັງບໍ່ທັນສາມາດສະແດງອອກໄດ້ໝົດທ່າແຮງບົ່ມຊ້ອນ ແຕ່ເຊື່ອໝັ້ນວ່າ ຖ້າສາມາດຮັກ ສາຈັງຫວະການຂະຫຍາຍຕົວໃນລະດັບສູງໃນລະດັບ 2 ຕົວເລກ ຄືປັດຈຸບັນ ຈະເຮັດໃຫ້ຕົວເລກການຄ້າສອງຝ່າຍມີການເພີ່ມຂຶ້ນໄວ, ການຮ່ວມມືດ້ານ ວັດທະນະທໍາ-ສັງຄົມ, ການສຶກສາ, ຄົມມະນາຄົມຂົນສົ່ງ, ພະລັງງານ, ກະສິກໍາ, ວັດທະນະທໍາ, ທ່ອງທ່ຽວ ສືບຕໍ່ໄດ້ຮັບການເອົາໃຈໃສ່ຈາກສອງຝ່າຍ.

ພ້ອມນີ້, ສອງຝ່າຍ ໄດ້ປຶກສາຫາລືເພື່ອກະກຽມໃຫ້ແກ່ບັນດາແຜນວຽກໃນທ້າຍປີ 2022 ນີ້ ແລະ ຮ່ວມກັນວາງທິດທາງແຜນການການຮ່ວມມືໃນຕໍ່ໜ້າ ເພື່ອເພີ່ມທະວີຮັດແໜ້ນການພົວພັນ ຮ່ວມມື ລະຫວ່າງສອງປະເທດ ໂດຍເຫັນວ່າຕ້ອງໄດ້ເອົາໃຈໃສ່ຍົກສູງບົດບາດຂອງ ສອງກະຊວງການຕ່າງປະ ເທດ ເພື່ອແນໃສ່ຍົກສູງກົນໄກການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ໃນການເປັນໃຈກາງຊຸກຍູ້ຕິດຕາມ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມຮ່ວມກັນ

ການເປັນເສນາທິການໃນວຽກງານຕ່າງປະເທດ ແລະ ການເປັນໃຈກາງປະສານສົມທົບກັບບັນດາກະຊວງ ແລະ ຂະແໜງການກ່ຽວ ຂ້ອງຂອງທັງສອງປະເທດ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອຊຸກຍູ້ສົ່ງເສີມການພົວພັນສອງປະເທດ ລາວ-ຫວຽດນາມ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ

SA Game
ກ​ຕ​ທ

ໂດຍສະເພາະ ຮ່ວມກັນເອົາໃຈໃສ່ຈັດຕັ້ງປະຕິບັດ ຂໍ້ຕົກລົງຮ່ວມມື ລະຫວ່າງສອງກະຊວງໄລຍະ 2021-2025 ກໍຄື ແຜນປະຕິບັດງານການຮ່ວມມື ດ້ານການທູດເສດຖະກິດ 2020-2025, ຮ່ວມມືກັນໃກ້ຊິດຍິ່ງຂຶ້ນ ໃນການແລກປ່ຽນບົດຮຽນ ຂໍ້ມູນຂ່າວສານຕ່າງໆ ໂດຍສະເພາະແມ່ນຝ່າຍຫວຽດນາມ ໄດ້ຢືນຢັນຈະໃຫ້ການຊ່ວຍເຫລືອ ສປປ ລາວ ສຸດຄວາມສາມາດໃນການກະກຽມເປັນປະທານອາຊຽນ ໃນປີ 2024 ໃຫ້ສໍາເລັດຜົນຈົບງາມ.

ສະເພາະໃນຂອບການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ສອງຝ່າຍເຫັນດີຈະສືບຕໍ່ເພີ່ມທະວີປະສານສົມທົບກັນຢ່າງໃກ້ຊິດໃນດ້ານຕ່າງໆ ເປັນຕົ້ນ ການພົວພັນຮ່ວມມືດ້ານການທູດເສດຖະ ກິດ, ວຽກງານກົງສຸນ, ວຽກງານການຂ່າວ, ການພົວພັນຮ່ວມມື ລະຫວ່າງ ສອງສະຖາບັນກະຊວງການຕ່າງປະເທດ ລາວ-ຫວຽດນາມ ແລະ ອື່ນໆ.

ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ລວມເຖິງປຶກສາຫາລືເພື່ອເພີ່ມທະວີການພົວພັນຮ່ວມມື ໃນຂອບອະນຸພາກພື້ນ, ພາກພື້ນ ແລະ ສາກົນ.

ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບທ່ານ ບຸ່ຍ ແທງ ເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ເຂົ້າຮ່ວມພິທີເປີດໂຕປຶ້ມ “ເລ ວັນ ຮຽນ ເອກອັກຄະລັດຖະທູດຫວຽດນາມ ຄົນທໍາອິດ ປະຈໍາລາວ”.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກຕທ