ລາວ ເລັ່ງ​ປັບ​ປຸງ​ຟື້ນ​ຟູຂະ​ແໜງ​ການ​ທ່ອງ​ທ່ຽວ​ຈາກ​ຜົນ​ກະ​ທົບ​ໂຄວິດ-19

SA Game

ພັດ​ທະ​ນາ​ລາວ

ສປປ ລາວ ເລັ່ງຟື້ນຟູການທ່ອງທ່ຽວໃຫ້ສາມາດກັບຄືນເຂົ້າສູ່ສະພາບປົກກະຕິແບບໃໝ່ໃຫ້ໄດ້ໄວທີ່ສຸດ.

ວັນທີ 21 ຕຸລາ 2021 ທີ່ນະຄອນຫລວງວຽງຈັນ, ກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໄດ້ນຳສະເໜີແນວທາງການຟື້ນຟູການທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດ ຂອງພະຍາດໂຄວິດ-19 ສຳລັບປີ 2021-2025 ຜ່ານລະບົບທາງໄກໃຫ້​ກັບ​ຄືນ​ມາ​ຢູ່​ໃນ​ຄວາມ​ປົກ​ກະ​ຕິ​ໃຫ້​ໄວ​ທີ່​ສຸດ.

ເພື່ອເລັ່ງຟື້ນຟູຂະແໜງການທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ໃນ ສປປ ລາວ ໃຫ້ສາມາດກັບຄືນເຂົ້າສູ່ສະພາບປົກກະຕິແບບໃໝ່ໃຫ້ໄດ້ໄວທີ່ສຸດ,ໂດຍວາງມາດຕະການໃນການແກ້ໄຂບັນຫາທາງຍຸດທະສາດ, ແນໃສ່ປັບປຸງ ແລະ ພັດທະນາຂະແໜງການທ່ອງທ່ຽວໃຫ້ມີຄວາມຍືນຍົງ.

ໂອກາດນີ້, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງ ຖວທ ກ່າວວ່າ: ຂະແໜງການ ທ່ອງທ່ຽວ ແມ່ນຂະແໜງການໜຶ່ງທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດ ຈາກການແພ່ລະບາດພະຍາດໂຄວິດ-19 ແລະ ເປັນຂະແໜງພື້ນຖານ ທີ່ໄດ້ປະກອບສ່ວນຊ່ວຍປັບປຸງຊີວິດຂອງປະຊາຊົນລາວໃຫ້ດີຂຶ້ນ.

SA Game
ພັດ​ທະ​ນາ​ລາວ

ໃນປີ 2020 ຜ່ານມາ ຈໍານວນນັກທ່ອງທ່ຽວໄດ້ຫລຸດລົງເຖິງ 75% ແລະ ສົ່ງຜົນກະທົບໃຫ້ມີການສູນເສຍລາຍຮັບ ຈາກການທ່ອງທ່ຽວທັງໝົດເຖິງ 80%, ເຖິງວ່າ ສປປ ລາວ ຈະສາມາດຈຳກັດການແຜ່ລະບາດ ຂອງພະຍາດດັ່ງກ່າວໃຫ້ຢູ່ໃນວົງແຄບກໍຕາມ, ແຕ່ປັດໄຈເຫລົ່ານີ້ໄດ້ສົ່ງຜົນກະທົບທາງລົບຕໍ່ເສດຖະກິດ ກໍຄືຕໍ່ຊີວິດການເປັນຢູ່ຂອງປະຊາຊົນພາຍໃນຢ່າງຫລວງຫລາຍ. ພ້ອມນີ້,  ແນວທາງການຟື້ນຟູການທ່ອງທ່ຽວສະບັບນີ້, ແມ່ນໝາກຜົນຂອງຄວາມພະຍາຍາມຮ່ວມກັນ ລະຫວ່າງລັດຖະບານ, ພາກເອກະຊົນ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ກວມເອົາສາມນະໂຍບາຍຫລັກຄື: ການສະໜັບສະໜູນ ແລະ ສົ່ງເສີມການທ່ອງທ່ຽວພາຍໃນ, ການ ທ່ອງທ່ຽວໃນຮູບແບບ Travel bubble ກັບປະເທດທີ່ມີຄວາມສ່ຽງຕໍ່າ ແລະ ການທ່ອງທ່ຽວສີຂຽວເປັນມິດກັບສິ່ງແວດລ້ອມ ເພື່ອການຟື້ນຕົວໄລຍະຍາວທີ່ດີກວ່າ.

ແນວທາງການຟື້ນຟູການທ່ອງທ່ຽວດັ່ງກ່າວ, ໄດ້ເນັ້ນໃສ່ການປົກປ້ອງວຽກເຮັດງານທໍາ ແລະ ການຊ່ວຍເຫລືອ ເພື່ອຟື້ນຟູຂະແໜງການທ່ອງທ່ຽວ; ສ້າງຄວາມເຊື່ອໝັ້ນ ແລະ ສ້າງຄວາມເຂັ້ມແຂງໃຫ້ຂະແໜງການ; ປັບປຸງ, ຜັນຂະຫຍາຍເພີ່ມຄວາມຫລາກຫລາຍຂອງຜະລິດຕະພັນ, ການບໍລິການ ແລະ ຕະຫລາດການທ່ອງທ່ຽວ. ພ້ອມນີ້, ແຜນແນວ ທາງການຟື້ນຟູການທ່ອງທ່ຽວ ມີຄວາມສຳຄັນຫລາຍຕໍ່ກັບການຟື້ນຕົວຂອງຂະແໜງການທ່ອງທ່ຽວ ໃນ ສປປ ລາວ ເພື່ອບັນລຸຈຸດປະສົງທີ່ວາງໄວ້ໃນແຜນ, ລັດຖະບານລາວ ຈະສືບຕໍ່ປະຕິບັດໜ້າທີ່ຢ່າງໃກ້ຊິດກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອລະດົມແຫລ່ງທຶນ ແລະ ການສະໜັບສະໜູນທາງດ້ານວິຊາການຈາກທຸກພາກສ່ວນ ເພື່ອຜັນຂະຫຍາຍໃຫ້ເປັນວຽກລະອຽດໃນໄລຍະໃກ້ໆນີ້ ແລະ ຊຸມປີຕໍ່ໜ້າ.

ນອກຈາກນີ້, ຜົນສໍາເລັດຂອງການສ້າງທາງລົດໄຟລາວ-ຈີນ ສະແດງໃຫ້ເຫັນທ່າແຮງທາງດ້ານການຄ້າ ແລະ ອຸດສາ ຫະກໍາການທ່ອງທ່ຽວ, ເຊິ່ງຄາດວ່າເສັ້ນທາງລົດໄຟສາຍນີ້ ຈະເຮັດໃຫ້ມີນັກທ່ອງທ່ຽວຫລາຍເພີ່ມຂຶ້ນ ທັງພາຍໃນພາກພື້ນ ແລະ ສາກົນ ເນື່ອງຈາກຫລຸດຜ່ອນເວລາທີ່ໃຊ້ໃນການເດີນທາງລົງຢ່າງຫລວງຫລາຍ.

ທ່ານ ນາງ ຣີຄາດາ ຣີເກີ ຜູ້ຕາງໜ້າ ອົງການ UNDP ປະຈຳ ສປປ ລາວ ໄດ້ກ່າວວ່າ: ການທ່ອງທ່ຽວແບບສີຂຽວ ແລະ ຍືນຍົງ ມີທ່າແຮງອັນໃຫຍ່ຫລວງສຳລັບ ສປປ ລາວ ໃນການຟື້ນຟູພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19.

SA Game
ພັດ​ທະ​ນາ​ລາວ

ການຮ່ວມມື ແລະ ລົງມືປະຕິບັດຮ່ວມກັນ ໂດຍລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ເພື່ອຊ່ວຍໃຫ້ປະເທດສາມາດຟື້ນຟູ ແລະ ສ້າງສາຂະແໜງການທ່ອງທ່ຽວໃຫ້ມີຄວາມເຂັ້ມແຂງ ຢູ່ສປປ ລາວ ດ້ວຍການມີຊັບພະຍາກອນທໍາມະຊາດ ແລະ ຊີວະນາໆພັນທີ່ອຸດົມສົມບູນ, ສປປ ລາວ ສາມາດນຳສະເໜີໂອກາດ ໃນການສົ່ງເສີມການທ່ອງທ່ຽວແບບ ທໍາມະຊາດ ເພື່ອການເຕີບໂຕແບບຍືນຍົງ ເຊິ່ງຈະນໍາໄປສູ່ການສ້າງວຽກງານແບບສີຂຽວ ແລະ ໂອກາດການດໍາລົງຊີວິດ, ການຟື້ນຕົວແບບສີຂຽວ, ດ້ວຍການເຕີບໂຕແບບສີຂຽວ ເພື່ອປະກອບເຂົ້າເປັນສ່ວນໜຶ່ງ ຂອງແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ໄດ້.

ພ້ອມນີ້, ພາກລັດ ແລະ ເອກະຊົນ ຄວນມີການພິຈາລະນາເປັນພິເສດ ຖ້າຫາກຈະມີການເປີດການເດີນທາງໃນຮູບແບບ Travel bubble ໃນອະນາຄົດອັນໃກ້ນີ້, ເນື່ອງຈາກສະຖານະການທີ່ຕ້ອງຕໍ່ສູ້ກັບພະຍາດໂຄວິດ-19 ປະຈໍາວັນທີ່ຂ້ອນຂ້າງສູງ, ຄວາມປອດໄພດ້ານສຸຂະພາບສໍາລັບທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ພ້ອມດ້ວຍນັກທ່ອງທ່ຽວແມ່ນມີຄວາມຈໍາເປັນຫລາຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ໜັງ​ສື​ພິມ​ລາວ​ພັດ​ທະ​ນາ.