ລາວ ຮ່ວມ​ມື​ກັບ​ບໍ​ລິ​ສັດ​ຍີ​ປຸ່ນ​ຫາ​ລື​ສ້າງ​ເງິນ​ດີ​ຈິ​ຕອ​ລ​ເປັນ​ຂອງ​ໂຕ​ເອງ

SA Game

New CEO Laos

ສປປ ລາວ ພິຈາລະນາສ້າງເງິນດິຈິຕອລຂອງ​ລາວ​ເອງ​ໂດຍຮ່ວມມືກັບບໍລິສັດຟິນເທັກຍີ່ປຸ່ນ.

ເມື່ອເດືອນທີ່ແລ້ວ, ລັດຖະບານລາວໄດ້ໃຫ້ບໍລິສັດ 6 ແຫ່ງສາມາດຂຸດແລະແລກປ່ຽນ Bitcoin ພາຍໃນປະເທດໄດ້ ຍິ່ງໄປກວ່ານັ້ນ ລາວກຳລັງພິຈາລະນາສ້າງສະກຸນເງິນດິຈິຕອລເປັນຂອງໂຕເອງ ພ້ອມຄວາມຊ່ວຍເຫລືອຈາກບໍລິສັດສະຕາດອັບດ້ານຟິນເທັກຂອງຍີ່ປຸ່ນ, ທະນາຄານແຫ່ງ ສປປ ລາວ ຫາ​ກໍ​ໄດ້ລົງນາມເຊັນເອກະສານກັບຫນ່ວຍງານ Japan International Cooperation Agency ເພື່ອສຳຫຼວດການພັດທະນາສະກຸນເງິນດິຈິຕອລຂອງລາວ.

ເພື່ອວິເຄາະສະຖານະການໃນປະເທດຂອງຕົນໄດ້ດີຍິ່ງຂຶ້ນ ລາວໄດ້ມີການໂອ້ລົມກັບບໍລິສັດ Soramitsu ເຊິ່ງຕັ້ງຢູ່ໃນໂຕກຽວ ເຊິ່ງມີປະສົບການກັບສະກຸນເງິນດິຈິຕອລຂອງປະເທດ.

Soramitsu ເປັນທີ່ຮູ້ຈັກກັນໃນດ້ານບໍລິສັດທີ່ເຄີຍເຮັດວຽກຮ່ວມກັບທະນາຄານແຫ່ງຊາດກຳປູເຈຍ ເພື່ອພັດທະນາແພັດຟອມການຊຳລະເງິນດິຈິຕອລ Bakong ເຊິ່ງເປັນສ່ວນຫນຶ່ງຂອງໂຄງການ CBDC ຂອງກຳປູເຈຍ ທີ່ຈະຊ່ວຍຫລຸດການເພິ່ງພາເງິນໂດລາ ຂອງເສດຖະກິດກຳປູເຈຍ.
ຖະແຫຼງຂ່າວໃນເວັບໄຊ Soramitsu ລະບຸວ່າ:
SA Game
New CEO Laos

“ຕ້ອງຂອບໃຈການໃຊ້ງານ Bakong ພາຍໃນແອັບທະນາຄານທ້ອງຖິ່ນ ຜູ້ໃຊ້ 5.9 ລ້ານຄົນໄດ້ຮັບປະໂຫຍດຈາກບໍລິການນີ້ພາຍໃນຫົກເດືອນທຳອິດຂອງປີ 2020 ຜູ້ໃຊ້ກະເປົ໋າເງີນດິຈິທັນຂອງ Bakong ມີຍອດເຖິງ 200,000 ຄົນ ແລະມີທຶນກຳໄລກວ່າ 1.4 ລ້ານລາຍການ ທຽບເທົ່າກັບ 500 ລ້ານໂດລາ ໃນຊ່ວງເວລາດຽວກັນ”

ສ່ວນການສຶກສາຮ່ວມກັນຂອງທະນາຄານກາງລາວແລະ Soramitsu ອາດຈະເລີ່ມໃນເດືອນນີ້ໄປພ້ອມໆກັບຈີນ?

ຈີນແລະລາວເປັນຄູ່ຄ້າທີ່ມີສຳພັນມາດົນ ຈາກຂໍ້ມູນຂອງ OEC ໃນປີ 2019 ເປີດເຜີຍວ່າການສົ່ງອອກຂອງຈີນໄປ ລາວຢູ່ທີ່ 1.87 ພັນລ້ານໂດລາ ໃນຂະນະທີ່ການສົ່ງອອກຂອງລາວມີມູນຄ່າທັງຫມົດ 1.88 ພັນລ້ານໂດລາ ໃນຂະນະທີ່ຈີນກຳລັງແຂ່ງຂັນກັບໂຄງການຢວນດິຈິຕອລຂອງຕົນເອງ ແລະທາງສປປ.ລາວ ຈະສຶກສາທາງເລືອກ CBDC ຂອງຕົນນຳດ້ວຍ

ນອກຈາກນີ້, ເງິນກີບລາວຍັງໄດ້ຮັບຜົນກະທົບຈາກອັດຕາເງີນເຟີ້ທີ່ເພີ່ມສູງຂຶ້ນຈາກວິກິດ COVID-19 ດັ່ງນັ້ນ, ຈຶ່ງເປັນທີ່ຄາດການວ່າ CBDC ຂອງລາວຈະສາມາດຊ່ວຍກະຕຸ້ນໃຫ້ຜູ້ຄົນຫັນມາໃຊ້ແທນເງິນສົດຫລາຍຂຶ້ນ ແລະສ້າງຄວາມປອດໄພໃຫ້ປະຊາຊົນຫລາຍຂຶ້ນ.

CBDC ແລະ CBDC ຫຼາຍລາຍການ
SA Game
freepik.com

ທະນາຄານກາງທົ່ວອາຊີ ບໍ່ພຽງແຕ່ສຳຫລວດ CBDC ເທົ່ານັ້ນ ແຕ່ຍັງລວມເຖິງການໂອນເງີນຂ້າມຊາຍແດນ ໂດຍມີປະເທດທີ່ເດັ່ນໆ ໄດ້ແກ່ ຈີນ, ຮ່ອງກົງ, ໄທ, ແລະສະຫະລັດອາຫລັບເອມິເຣດ.

ການສຶກສາຂອງ Soramitsu ມີສັກກະຍະພາບທີ່ຈະຊ່ວຍໃຫ້ລາວເຂົ້າຮ່ວມກັບປະເທດໃກ້ຄຽງແລະເປັນຄູ່ແຂ່ງທາງເສດຖະກິດໃນການທົດລອງ CBDC ຕ່າງໆ ສຸດທ້າຍນີ້, ຫາກລາວເລືອກທີ່ຈະພັດທະນາ CBDC ຂອງຕົນເອງຢ່າງເປັນທາງການ ຄວາມພະຍາຍາມຂອງ Soramitsu ອາດສະໜັບສະໜູນລັດຖະບານລາວໃຫ້ນຳບໍລິສັດຍີ່ປຸ່ນເຂົ້າມາຮ່ວມນຳດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: SiamBlockchain