ລັດຖະມົນຕີຕ່າງປະເທດຣັດເຊຍ ຢ້ຽມຢາມເຮັດວຽກຢູ່ ສປປລາວ

SA Game

ພາບ​: laoedaily.com

ຕ້ອນ​ຮັບລັດຖະມົນຕີຕ່າງປະເທດຣັດເຊຍ ຢ້ຽມຢາມເຮັດ ປະ​ທານ​ປະ​ເທດ ແລະ ລັດ​ຖະ​ມົນ​ຕີ ສປປ ລາວ.

ວັນ​ທີ່ 7 ກໍລະກົດ 2021, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປລາວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະປຶກສາຫາລືກັບທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສະຫະພັນຣັດເຊຍ ໃນໂອກາດນຳພາຄະນະຜູ້ແທນມາຢ້ຽມຢາມເຮັດວຽກຢູ່ ສປປລາວ ແລະ ໃນການເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ທ່ານ ເຊຣເກ ລາວະຣົບ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປລາວ ແລະ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ອີກດ້ວຍ.

ທ່ານ ເຊຣເກ ລາວະຣົບ ໄດ້ “ປະດັບຫລຽນໄຊມິດຕະພາບ” ໃຫ້ແກ່ທ່ານ ສະເຫລີມ ໄຊກົມມະສິດ ເພື່ອເປັນການຍ້ອງຍໍສັນລະເສີນຜົນງານທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາຍາວນານ ລວມທັງການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ລາວ-ຣັດເຊຍ ສືບຕໍ່ໄດ້ຮັບການຮັດແໜ້ນ ແລະເສີມຂະຫຍາຍຢ່າງຕັ້ງໜ້າຕະຫລອດໄລຍະຊຸມປີຜ່ານມາ.

SA Game
ພາບ​: laoedaily.com

ເນື້ອ​ໃນການພົບປະຄັ້ງນີ້ແມ່ນ:

1. ໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ໃນໄລຍະຜ່ານມາ ໂດຍໄດ້ຮັບການຮັດເເໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ, ການຊ່ວຍເຫລືອເຊິ່ງກັນ ແລະກັນ, ການພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ ໃນປີ 2021 ນີ້ ແມ່ນຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມມືຍຸດທະສາດ ດ້ານຄວາມໝັ້ນຄົງໃນຂົງເຂດອາຊີ-ປາຊີຟິກ;

2. ໄດ້ເປັນເອກະພາບກັນເພີ່ມທະວີຊຸກຍູ້ການພົວພັນສອງຝ່າຍໃນຫລາຍຂົງເຂດ ເຊັ່ນ: ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ການທະຫານ, ວິທະຍາສາດ-ເຕັກໂນໂລຊີ, ການ ທ່ອງທ່ຽວ ແລະອື່ນໆ ທີ່ສອງຝ່າຍມີຄວາມສົນໃຈ ແລະມີຜົນປະໂຫຍດຮ່ວມກັນ;

3. ສອງຝ່າຍ ໄດ້ພ້ອມກັນຕີລາຄາສູງຕໍ່ການຮ່ວມມືໃນຂອບອາຊຽນ-ຣັດເຊຍ, ປີນີ້ ແມ່ນຄົບຮອບ 30 ປີ ແຫ່ງການພົວພັນອາຊຽນ-ຣັດເຊຍ ແລະ 25 ປີ ແຫ່ງການເປັນຄູ່ຮ່ວມເຈລະນາ ອາຊຽນ-ຣັດເຊຍ, ເຊິ່ງໄລຍະຜ່ານມາ ຣັດເຊຍ ໄດ້ປະກອບສ່ວນຊຸກຍູ້ໃນຂົງເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນາທຳ-ສັງຄົມ ຂອງອາຊຽນ ກໍຄືການຮ່ວມມືຕ້ານການກໍ່ອາຊະຍາກຳຂ້າມຊາດ, ການຄ້າ ແລະການລົງທຶນ, ພະລັງງານ ແລະ ການຕ້ານໄພພິບັດ ປະກອບສ່ວນຊ່ວຍໃຫ້ອາຊຽນ ຮັບມືກັບສິ່ງທ້າທາຍ ແລະ ມີຜົນດີຕໍ່ການພັດທະນາໃນພາກພື້ນ;

4. ນອກຈາກນີ້, ສອງຝ່າຍຍັງໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການແກ້ໄຂບັນຫາສາກົນທີ່ພົ້ນເດັ່ນ ແລະ ສິ່ງທ້າທາຍຕ່າງໆ.

ພ້ອມນີ້, ສອງຝ່າຍ ຍັງໄດ້ລົງນາມຮ່ວມກັນໃນ ແຜນການປຶກສາຫາລື ລະຫວ່າງສອງກະຊວງການຕ່າງປະ ເທດ ລາວ-ຣັດເຊຍ.

 

ໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນຣັດເຊຍ ທີ່ມີຕໍ່ ສປປລາວ ຕະຫລອດໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫລືອສ້າງຊັບພະຍາກອນມະນຸດ ແລະອຸປະກອນເຕັກນິກດ້ານການທະຫານ, ການຊ່ວຍເຫລືອດ້ານມະນຸດສະທໍາ, ອຸປະກອນການແພດເພື່ອກວດຫາເຊື້ອພະຍາດໂຄວິດ-19 ແລະ ວັກຊິນສະປຸດນິກວີ ຂອງຣັດເຊຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.la