ລະ​ວັງ! ນ້ຳ​ເຊ​ບັ້ງ​ໄຟ ແຂວງ​ຄຳ​ມ່ວນ​ຂື້ນ​ສູງ​ໃກ້​ເຂດ​ອັນ​ຕະ​ລາຍ​ແລ້ວ

SA Game

ພາບ​: laoedaily.com

ລະດັບນໍ້າເຊບັ້ງໄຟຂຶ້ນສູງ​ຫລາຍ​ອາດ​ເກີດ​ໄພ​ນ້ຳ​ຖ້ວມ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ລະ​ມັດ​ລະ​ວັງ.

ຫລັງ​ຈາກ​ໃນ​ຊ່ວງ​ນີ້​ທີ່​ມີ​ຝົນ​ຕົກ​ຕິດ​ຕໍ່​ກັນ​ຫລາຍ​ມື້, ຫລາຍໆ​ແຂວງ​ທາງ​ພາກ​ເໜືອ​ຖືກ​ນ້ຳ​ຖ້ວມ​ໂດຍ​ສະ​ເພາະ​ແມ່ນ​ແຂວງ​ຫລວງ​ນ້ຳ​ທາ​ໄດ້​ເກີດ​ມີ​ນ້ຳ​ຖ້ວມ​ຫລາຍ, ລ້າ​ສຸດ ວັນທີ 24 ກໍລະກົດ 2021 ທີ່ຜ່ານມາ, ຮອງເຈົ້າແຂວງຄໍາມ່ວນ ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງພ້ອມດ້ວຍຄະນະກໍາມະການຄຸ້ມຄອງໄພພິບັດກໍໄດ້ລົງເຄື່ອນໄຫວຕິດຕາມການເຝົ້າລະວັງລະດັບນໍ້າເຊບັ້ງໄຟທີ່ເພີ່ມຂື້ນຢູ່ສອງເມືອງຄື : ເມືອງມະຫາໄຊ ແລະ ເມືອງເຊບັ້ງໄຟ.

ໃນການລົງມາເຄື່ອນໄຫວເຮັດວຽກ ແລະ ຕິດຕາມລະດັບນໍ້າທີ່ເພີ່ມຂື້ນໃນຄັ້ງນີ້ທາງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງທັງສອງເມືອງກໍ່ໄດ້ລາຍງານສະພາບການເພີ່ມຂຶ້ນຂອງລະດັບນໍ້າເຊບັ້ງໄຟ ອັນເນື່ອງມາຈາກມີລົມພາຍຸໜຸນດີເປຼສຊັນ ເຈີມປາກາ ໄດ້ອ່ອນກໍາລັງລົງກາຍເປັນຄວາມກົດດັນອາກາດຕໍ່າ ທີ່ມີກໍາລັງແຮງ ແຕ່ຍັງສືບຕໍ່ເຮັດໃຫ້ມີຝົນຕົກຢູ່ໃນຂອບເຂດທົ່ວປະເທດ, ເວົ້າສະເພາະຢູ່ໃນແຂວງຄໍາມ່ວນ ມີຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ປະລິມານນໍ້າເຊບັ້ງໄຟເພີ່ມຂຶ້ນຢ່າງຕໍ່ເນື່ອງ.

SA Game
ພາບ​: laoedaily.com

ທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ໄດ້ເນັ້ນໜັກຄະນະກໍາມະການຄຸ້ມຄອງໄພພິບັດທຸກຂັ້ນເອົາໃຈໃສ່ຕິດຕາມລະດັບນໍ້າຢ່າງໃກ້ຊິດ ແລະ ແຈ້ງເຕືອນປະຊາຊົນໃຫ້ທ່ວງທັນເວລາ , ກະ ກຽມຄວາມພ້ອມຮັບມືຮອບດ້ານໂດຍສະເພາະການກະກຽມພາຫະນະ ແລະ ອຸປະກອນຕ່າງໆ, ເມືອລະດັບນໍ້າຂຶ້ນສູງເກິນຂີດອັນຕະລາຍ, ກຽມສູນຮອງຮັບສໍາລັບປະຊາຊົນ ແລະ ເຄື່ອນຍ້າຍສັດລ້ຽງໃຫ້ທັນສະພາບການ.

ມາຮອດວັນທີ 26 ກໍລະກົດ 2021 ລະດັບນໍ້າຂອງວັດແທກໄດ້ 7,20 ແມັດ  ເຂດເຕືອນໄພ 13 ແມັດ  ເຂດອັນຕະລາຍ 14,00 ແມັດ ; ລະດັບນໍ້າເຊບັ້ງໄຟຢູ່ບ້ານສະອາງ ເມືອງບົວລະພາວັດແທກໄດ້ 12,13 ແມັດ ເຂດເຕືອນໄພ 14,00 ແມັດ  ເຂດອັນຕະລາຍ 15,00 ແມັດ.

ລະດັບນໍ້າເຊບັ້ງໄຟ ຢູ່ບ້ານໄຮ່ ເມືອງຍົມມະລາດວັດແທກໄດ້ 11,90 ແມັດເຂດເຕືອນໄພ 12,50 ແມັດ  ເຂດອັນຕະລາຍ 13,00 ແມັດ. ລະດັບນໍ້າເຊບັ້ງໄຟ ບ້ານໂພວາ ເມືອງມະຫາໄຊວັດແທກໄດ້ 13,56 ແມັດ ເຂດເຕືອນໄພ 14,00 ແມັດ  ເຂດອັນຕະລາຍ 15,00 ແມັດ.

SA Game
ພາບ​: laoedaily.com

ລະດັບນໍ້າເຊບັ້ງໄຟຢູ່ເມືອງເຊບັ້ງໄຟ ວັດແທກໄດ້ 18,30 ແມັດ  ເຂດເຕືອນໄພ 17,50 ແມັດ , ເຂດອັນຕະລາຍ 18,50 ແມັດ ; ລະດັບນໍ້າເຊບັ້ງໄຟຢູ່ບ້ານສອກເບາະເມືອງຫນອງບົກ ວັດແທກໄດ້ 12,46 ແມັດ , ເຂດເຕືອນໄພ 13,50 ແມັດ , ເຂດອັນຕະລາຍ 14,50 ແມັດ ; ລະດັບນໍ້າປະກັນ ບ້ານທ່າແຄນ ເມືອງຫີນບູນວັດແທກໄດ້ 10,92 ແມັດ , ເຂດເຕືອນໄພ 10,00 ແມັດ , ເຂດອັນຕະລາຍ 11,00 ແມັດ ,ເຊິ່ງແຕ່ລະສາຂາທີ່ກ່າວມານັ້ນແມ່ນມີລະດັບນໍ້າເພີ້ມຂຶ້ນ .

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com