ລະ​ບົບ​ສາຍ​ສົ່ງ​ຂອງ​ໂຄງ​ການ​ລົດ​ໄຟ​ລາວ-ຈີນ​ ສຳ​ເລັດ​ການ​ຕິດ​ຕັ້ງ.

SA Game

ພາບ: targetlaos.com

ທັນຕາມກຳນົດ ການຕິດຕັ້ງລະບົບສາຍສົ່ງ ໂຄງທາງລົດໄຟລາວ-ຈີນ…

ໂຄງ​ການ​ເສັ້ນທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ສ້າງ​ມາ​ຈົນ​ເກືອບ​ຈະ​ສຳ​ເລັດ​ແລ້ວ​, ທາມ​ກາງ​ອຸ​ປະ​ສັກ ແລະ ບັນ​ຫາ​ຕ່າງ​ໆ ແລະ ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ19, ບັນ​ດາ​ທິມ​ງານ, ບໍ​ລິ​ສັດ​ໄດ້​ດຳ​ເນີນ​ການ​ມາ​ດ້ວຍ​ຄວາມ​ມີ​ສະ​ຕິ ແລະ ລະ​ມັດ​ລະ​ວັງ​ເພື່ອ​ໃຫ້​ໂຄ​ງ​ການ​ສຳ​ເລັດ​ທັນຕາມ​ກຳ​ນົດ​ການ.

ໃນວັນທີ 17 ຕຸລາ ບໍລິສັດ ຮັບເໝົາຂອງຈີນກ່າວວ່າ: ການຕິດຕັ້ງສາຍສົ່ງທຳອິດຂອງລະບົບສາຍສົ່ງ ສຳລັບທາງລົດໄຟລາວ – ຈີນໄດ້ສຳເລັດແລ້ວ ມີຄວາມຍາວ 1.322 ແມັດ ໃນລະຫວ່າງເມືອງວັງວຽງ ແລະ ນະຄອນຫຼວງວຽງຈັນ.

China Railway Wuhan Electrification Engineering Group (WEEG) ບໍລິສັດ ທີ່ດຳເນີນໂຄງການວິສະວະກຳເຄື່ອງກົນຈັກ ແລະ ໄຟຟ້າຂອງທາງລົດໄຟກ່າວກັບສໍານັກພີມ Xinhua ວ່າ: ວຽກງານຂອງພວກເຂົາໄດ້ສຳເລັດລົງໃນວັນທີ 15 ທີ່ຜ່ານມາ.

SA Game
ພາບ: targetlaos.com

ບໍລິສັດໄດ້ຜ່ານຜ່າຄວາມຍາກລຳບາກຫຼາຍຢ່າງ ທັງບັນຫາທີ່ເກີດຈາກການລະບາດຂອງ ໂຄວິດ-19 ໃນການຈັດຕັງປະຕິບັດວຽກງານກໍ່ສ້າງສາຍສົ່ງທຸກຢ່າງ ແຕ່ວ່າກໍໄດ້ສຳເລັດໂຄງການທັງໝົດຢ່າງສົມບູນຕາມກຳນົດເວລາ.

ເພື່ອຮັບປະກັນການເຮັດວຽກໃຫ້ໂລ່ງລ່ຽນ, ວິສະວະກອນຂອງ WEEG ໄດ້ກຽມການທີ່ຍາກລຳບາກລວມເຖິງມາດຕະການປ້ອງກັນສຸຂະພາບທີ່ເຂັ້ມງວດ ແລະ ມາດຕະການດ້ານຄວາມປອດໄພໃນການຜະລິດ ນອກເໜືອຈາກແຜນການກໍ່ສ້າງ ໃນຂັ້ນຕອນທຳອິດຂອງການໃຊ້ງານເຄື່ອງກົນຈັກ ແລະ ວຽກງານໄຟຟ້າ ທີ່ເຮັດສັນຍາໃນລາວ. ສຳລັບທາງລົດໄຟ ບໍລິສັດ ໄດ້ສ້າງເສົາວິສະວະກຳແຫ່ງທຳອິດສຳລັບລະບົບຕິດຕໍ່ສາຍເໜືອໃນເດືອນ ມີນາ ເປັນຕົ້ນມາ.

ລົດໄຟໂດຍສານ ແລະ ຂົນສົ່ງສິນຄ້າໄຟຟ້ານີ້ ໄດ້ສ້າງຂຶ້ນຢ່າງສົມບູນ ຕາມມາດຕະຖານການຈັດການ ແລະ ເຕັກນິກຂອງ ຈີນ ຊຶ່ງທາງລົດໄຟ ມີໄລຍະທາງ 422 ກມ ຊຶ່ງມີອຸໂມງຄວາມຍາວ 198 ກມ ແລະ ຂົວລວມຄວາມຍາວ 62 ກມ ຈະແລ່ນຈາກປະຕູພົມແດນ ບໍ່ເຕນ ແຂວງຫຼວງນ້ຳທາ ຊຶ່ງມີຊາຍແດນຕິດກັບຈີນ ຫາ ນະຄອນຫຼວງວຽງຈັນ ດ້ວຍຄວາມໄວສູງສຸດ ໃນການເຮັດວຽກ 160 ກມ /ຊມ.

ປີ 2020 ມີຄວາມສຳຄັນຢ່າງຍິ່ງ ຕໍ່ຄວາມສຳເລັດດ້ານວິສະວະກຳຂອງໂຄງການທາງລົດໄຟທັງໝົດ. ຊຶ່ງໄດ້ເລີ່ມກໍ່ສ້າງໃນເດືອນທັນວາ 2016 ໂດຍມີກຳນົດໃຫ້ສຳເລັດ ແລະ ເປີດການໃຫ້ບໍລິການສັນຈອນໄດ້ໃນເດືອນ ທັນວາ 2021. China-Laos Railway ເປັນໂຄງການເຊື່ອມຕໍ່ທາງຍຸດທະສາດ ໃນຂອບໂຄງການ Belt and Road Initiative ທີ່ສະເໜີໂດຍຈີນ ແລະ ແຜນພັດທະນາຂອງປະເທດລາວ ເພື່ອປ່ຽນປະເທດທີ່ປິດກັ້ນທາງບົກ ໃຫ້ກາຍເປັນສູນກາງການເຊື່ອມໂຍງທາງບົກ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: targetlaos.com