ຢ້ຽມຢາມໂຄງການປູກກາເຟພາກເໜືອຂອງປະເທດລາວ

SA Game

ຂປລ

ໂຄງການປູກກາເຟແຂວງພາກເໜືອຂອງປະເທດລາວຕ້ອນ​ຮັບການ​ຢ້ຽມ​ຢາມ​ຈາກຄະນະຜູ້ແທນຈາກເອີຣົບ

ຄະນະທູດຈາກ 6 ປະເທດເອີຣົບ ໄດ້ລົງຢ້ຽມຢາມໂຄງການປູກກາເຟ ຢູ່ທີ່ແຂວງຊຽງຂວາງ ແລະ ຫົວພັນ ເພື່ອຢັ້ງຢືນເຖິງຄວາມມຸ່ງໝັ້ນອັນເຂັ້ມແຂງຂອງທີມເອີຣົບ ຕໍ່ກັບການເຮັດວຽກຮ່ວມກັນ ພາຍໃຕ້ຂອບການເຮັດວຽກຍຸດທະສາດຂອງທີມເອີຣົບຕໍ່ກັບປະເທດລາວ 2021-2025 ໃນວັນທີ 16 ມັງກອນ 2023 ນີ້

ໂດຍສະເພາະ ການສະໜັບສະໜູນການປູກກາເຟ ຢູ່ພາກເໜືອຂອງປະເທດລາວ ເພື່ອໃຫ້ສອດຄ່ອງກັບຂົງ ເຂດບູລິມະສິດ ແລະ ຍຸດຖະສາດການຮ່ວມມື ເສດຖະກິດທີ່ເປັນມິດຕໍ່ສິ່ງແວດລ້ອມ.

ປັດຈຸບັນ ແນວໂນ້ມຂອງຕະຫລາດສະແດງໃຫ້ເຫັນເຖິງຄວາມຕ້ອງການທີ່ເພິ່ມຂຶ້ນຂອງກາເຟ ໃນລະດັບທ້ອງຖິ່ນ, ລະດັບພາກພື້ນ, ແລະ ລະດັບໂລກ ໂດຍສະເພາະແມ່ນກາເຟຊະນິດພິເສດ ແລະ ກາເຟທີ່ມີຄວາມຍືນຍົງ ແລະ ຕະຫລາດກາເຟທີ່ໃຫຍ່ທີ່ສຸດ ແມ່ນສະຫະພາບເອີຣົບ, ໂດຍຄິດເປັນ 50% ຂອງການນໍາເຂົ້າກາເຟທັງໝົດໃນທົ່ວໂລກ. ສ່ວນແບ່ງການນຳເຂົ້າກາເຟ ຂອງສະຫະພາບເອີຣົບຈາກປະເທດລາວ ແມ່ນຍັງໜ້ອຍແຕ່ກຳລັງຂະຫຍາຍເພີ່ມຂຶ້ນ.

SA Game
ຂປລ

ໃນສອງປີທີ່ຜ່ານມາ, ຈາກສະຖິຕິການສົ່ງອອກກາເຟ ແລະ ຊາ ຈາກປະເທດລາວໄປຍັງສະຫະພາບເອີຣົບແມ່ນມີຈຳນວນເພີ່ມຂຶ້ນຈາກ 21 ລ້ານເອີໂຣ ມາເປັນ 42 ລ້ານເອີໂຣ. ດັ່ງນັ້ນ, ທີມເອີຣົບ ກຳລັງເຮັດວຽກຮ່ວມກັບລັດຖະບານແຫ່ງ ສປປ ລາວ ເພື່ອດໍາເນີນການຕາມຍຸດທະສາດກາເຟລາວ 2025 ເພື່ອສົ່ງເສີມການພັດທະນາຄຸນນະພາບຂອງກາເຟ ໂດຍການເຄົາລົບສິ່ງແວດລ້ອມ ແລະ ສ້າງຫລັກປະກັນດ້ານຄວາມຍືນຍົງ ແລະ ການສ້າງລາຍໄດ້ທີ່ທຽບເທົ່າຜູ້ຜະລິດລາຍຍ່ອຍ ເພື່ອຫລຸດຜ່ອນຄວາມທຸກຍາກໃນຂົງເຂດຫ່າງໄກ.

ການຢ້ຽມຢາມຄັ້ງນີ້, ນຳໂດຍ ທ່ານ ນາງ ອີນາ ມາຈູລີໂອນີແຕ ເອກອັກຄະລັດຖະທູດ ສະຫະພາບເອີຣົບປະຈຳລາວ, ມີເອກອັກຄະລັດຖະທູດຝຣັ່ງປະຈຳລາວ, ເອກອັກຄະລັດຖະທູດເຢຍລະມັນ ປະຈຳລາວ, ອຸປະທູດຮົງກາຣີ ປະຈຳລາວ, ຜູ້ອຳນວຍການພາກພື້ນແມ່ນ້ຳຂອງ, ອົງການ ສະວິດ ພັດທະນາ ແລະ ຮ່ວມມື (SDC) ແລະ ເຈົ້າໜ້າທີ່ຝ່າຍການຮ່ວມມືພັດທະນາ, ສະຖານທູດລຸກຊໍາບວກ

SA Game
ຂປລ

ມີຕາງໜ້າຈາກກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າເຂົ້າຮ່ວມ ເຊິ່ງການຢ້ຽມຢາມ ແມ່ນເລີ່ມຈາກເມືອງຄູນ ແຂວງຊຽງຂວາງ ໂດຍໄດ້ມີການຢ້ຽມຢາມໂຄງການ ການບໍລິການໃຫ້ຄຳປຶກສາໃນຂົງເຂດຊົນນະບົດຢູ່ທີ່ສູງ ທີ່ສະໜັບສະໜູນໂດຍ ປະເທດສະວິດເຊີແລນ (LURAS III); ຢ້ຽມຢາມ ໂຄງການສົ່ງເສີມຄວາມອາດສາມາດດ້ານການຄ້າສໍາລັບການປູກກາເຟໃນພາກເໜືອ (PRCC) ສະໜັບສະໜູນໂດຍ ປະເທດຝຣັ່ງ ແລະ ສະຫະພາບເອີຣົບເອງກໍຈະໄດ້ຮ່ວມໃຫ້ທຶນ ເພື່ອສະໜັບສະໜູນໂຄງການພາຍໃຕ້ຂົງເຂດການຮ່ວມມືຂອງທີມເອີຣົບ ແລະ ປະເທດລາວ ເພື່ອເປັນການຍົກບົດບາດການຄ້າທີ່ຍືນຍົງ ແລະ ການຄ້າແບບກວມລວມ, ການລົງທຶນ ແລະ ການສ້າງສາຍສຳພັນ ໃນຂົງເຂດການກະສິກຳ ແລະ ປ່າໄມ້ (TICAF).

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.