ມິດ​ຈີ່​ຫລີ່! ຕະ​ຫລາດ​ປາກ​ຊັນ​ມິດ​ງຽບ​ເນື່ອງ​ຈາກ​ການ​ໂຄວິດ-19

SA Game

ພາບ: ໜັງສືພິມບໍລິຄຳໄຊ

ແມ່​ຄ້າ​ເກັບ​ຕົວ​ຢູ່​ເຮືອນຕະຫຼາດປາກຊັນງຽບ​ເຫງົາທຸກຄົນຕື່ນຕົວເຝົ້າລະວັງໂຄວິດ.

ຄວາມ​ຄຶກ​ຄື້ນ​ຂອງ​ຕະຫຼາດປາກຊັນງຽບ​ເຫງົາ​ລົງ​ຢ່າງ​ໜ້າ​ຕົກ​ໃຈ ຈາກ​ທີ່​ຕະ​ຫລາດແຂວງບໍລິຄຳໄຊທີ່ເຄີຍຊື້ຂາຍຄືກຄື້ນ ດຽວນີ້ມີແຕ່ຄົນຂາຍບໍມີຄົນມາຊື້ ເຊິ່ງໃນທາງການຄ້າຂາຍແມ່ນບໍ່ດີແນ່ນອນ ແຕ່ຂໍ້ດີຄືປະຊາຊົນມີຄວາມຕື່ນຕົວສູງໃນການຮັກສາໄລຍະຫ່າງທາງສັງຄົມ ບໍ່ອອກໄປຈັບຈ່າຍໃຊ້ສອຍຄືປົກກະຕິທີ່​ຜ່ານ​ມາ.

ໃນວັນທີ 4 ພຶດສະພານີ້ ຢູ່ຕະຫຼາດປາກຊັນໃໝ່ ທ່ານ ຄອນສະຫວັນ ສຸກຂະເສີມ ຮອງຫົວໜ້າພະແນກອຸດສະຫະກຳ-ການຄ້າແຂວງ ພ້ອມດ້ວຍຫົວໜ້າຂະແໜງການຄ້າພາຍໃນ ແລະ ເຈົ້າໜ້າທີ່ກວດກາສິນຄ້າແຂວງ-ເມືອງປາກຊັນ ໄດ້ລົງຕິດຕາມການເໜັງຕີງຂອງລາຄາສິນຄ້າປະເພດຕ່າງໆຢູ່ຕະຫຼາດ, ທ່ານ ຄອນສະຫວັນ ສຸກຂະເສີມ ໄດ້ໃຫ້ຮູ້ວ່າ:

SA Game
ພາບ: ໜັງສືພິມບໍລິຄຳໄຊ

ໃນໄລຍະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ-19 ທາງຄະນະສະເພາະກິດຂອງຂະແໜງການຄ້າ ໄດ້ລົງເຄື່ອນໄຫວໂຄສະນາໃຫ້ບັນດາຮ້ານຄ້າ, ຮ້ານຂາຍເຄື່ອງໃນຂອບເຂດເທດສະບານແຂວງເອົາໃຈໃສ່ປະຕິບັດຕາມມະຕິຄຳສັ່ງ, ແຈ້ງການຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ຕ້ານການລະບາດພະຍາດໂຄວິດ-19, ໂດຍສະເພາະໄດ້ລົງເຜີຍແຜ່ແຈ້ງການດ່ວນຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ ໃຫ້ເພີ່ມທະວີຄວາມເຂັ້ມງວດ ໃນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວໃນຂອບເຂດທົ່ວແຂວງ.

ເພື່ອເປັນການຜັນຂະຫຍາຍເນື້ອໃນຈິດໃຈແຈ້ງການຂອງລັດຖະບານ, ກະຊວງ ແລະ ຂອງແຂວງວາງອອກ ໂດຍສະເພາະຄຸ້ມຄອງລາຄາສິນຄ້າ ແນະນຳໃຫ້ແມ່ຄ້າຊາວຂາຍ, ຮ້ານຄ້າຕ່າງໆ ໃຫ້ມີຈຸດບໍລິການເຈວລ້າງມື, ໃສ່ຜ້າອັດປາກ-ດັງພ້ອມນີ້ ຍັງເປັນການລົງຕິດຕາມລາຄາສິນຄ້າ, ປະລິມານສິນຄ້າຕາມທ້ອງຕະຫຼາດ ບໍ່ໃຫ້ມີການເໜັງຕີງຈາກລາຄາເດີມ.

ພາຍຫຼັງອອກແຈ້ງການແລ້ວ ກໍໄດ້ລົງແຈກຢາຍຕາມຮ້ານຄ້າຕ່າງໆ ແລະ ເຜີຍແຜ່ລຸລ່ວງໃຫ້ຮັບຮູ້ຢ່າງທົ່ວເຖິງ, ພະແນກ ອຸດສາຫະກຳ ແລະການຄ້າ ແຂວງ ໄດ້ສົບທົບກັບຫ້ອງການອຸດສາຫະກຳ ແລະການຄ້າເມືອງ ລົງຕິດຕາມກວດກາສະພາບລາຄາສິນຄ້າຢູ່ຕະຫຼາດຢ່າງໃກ້ຊິດ ໃນນັ້ນມາຮອດປະຈຸບັນເຫັນໄດ້ວ່າການຊື່-ຂາຍຢູ່ໃນທ້ອງຕະຫຼາດລຸດລົງ 70%, ສາເຫດຍ້ອນປະຊາຊົນປະຕິບັດຕາມແຈ້ງການປິດບ້ານ, ປິດເມືອງ, ປິດແຂວງໃນຂອບເຂດທົ່ວປະເທດ ແລະ ບັນດາຮ້ານຄ້າສ່ວນຫຼາຍແມ່ນໄດ້ປິດໃຫ້ບໍລິການ, ເຊິ່ງສ່ວນໃຫຍ່ປະຊາຊົນຈະອອກມາຊື້ພຽງແຕ່ສິນຄ້າເຄື່ອງໃຊ້ທີ່ຈຳເປັນເທົ່ານັ້ນ ກໍເລີຍເຮັດໃຫ້ບັນຍາກາດການຊື້-ຂາຍໃນໄລຍະການລັອກດາວບໍ່ຄຶກຄື້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ໜັງສືພິມບໍລິຄຳໄຊ