ມາ​ເວົ້າ​ລະ​ອຽດຄໍາວ່າ ສັນຍາ ມີ​ຄວາມ​ໝາຍ​ໃນ​ພາ​ສາ​ລາວ​ແນວ​ໃດ?

SA Game

DooDiDo

ອະ​ທິ​ບາຍຄວາມ​ໝາຍຄໍາວ່າ ສັນຍາ ແບບ​ລະ​ອຽດ​ໃນ​ພາ​ສາ​ລາວ.

ໃນ​ການ​ຈະ​ຕົກ​ລົງ​ກັນ​ໃນ​ເລື່ອງ​ສຳ​ຄັນ​ອັນ​ໃດ​ໜຶ່ງ ຫລື ການ​ເຮັດ​ທຸ​ລະ​ກິດ​ຕ່າງໆ​ເພື່ອ​ໃຫ້​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ແຕ່​ລະ​ບຸກ​ຄົນ ຫລື ແຕ່​ລະຝ່າຍ ຫລື ອາດ​ຈະແມ່ນຂໍ້ຕົກລົງຝ່າຍ (ກ) ແລະ ຝ່າຍ (ຂ) ວ່າຈະເຮັດຍ່າງໃດຍ່າງໜຶ່ງ ຫຼື  ຂໍ້ຕົກລົງໃຫ້ຄຳໝັ້ນສັນຍາກັນໄວ້ເພື່ອເປັນລາຍລັກອັກສອນໄວ້ຖ້າໃຜຜິດຄຳສັນຍາກໍ່ຈະເອົາໃບເຊັ່ນສັນຍານີ້ອອກມາປະຕິບັດໄດ້.

ກ່ອນທີ່ເຮົາຈະຕົກລົງສັນຍາກັບບຸກຄົນໃດຫນື່ງຕ້ອງມີລາຍລັກອັກສອນ, ມີຂໍ້ຕົກລົງ, ຂໍ້ຫ້າມ, ຂໍ້ບັງຄັບໃດຫນື່ງຂອງທັງສອງຝ່າຍເພື່ອໃຫ້ສັນຍານັ້ນມີຫຼັກຖານທີພຽງພໍເພື່ອວ່າບຸກຄົນໃດຫນື່ງເຮັດຜິດສັນຍາເພື່ອອີງໃສ່ຂໍ້ມູນຫຼັກຖານນັ້ນ.

ຕາມຫຼັກໄວຍາກອນຂອງພາສາລາວສ່ວນຫຼາຍການທີ່ຈະໃຊ້ຄຳທີມີຄວາມໝາຍເຊັ່ນຄຳວ່າ ”ສັນຍາ” ແລະເພື່ອທຳຄວາມເຂົ້າໃຈຢ່າງເລິກເຊີ່ງກ່ຽວກັບຄຳນີ້ເຮົາຈະນຳເອົາຂໍ້ມູນເພື່ອເປັນບ່ອນອ້າງອີງໃນການອະທິບາຍຄຳດັ່ງກ່າວ.

SA Game
DooDiDo

ຄຳວ່າ ສັນຍາ.

ແມ່ນຂໍ້ຕົກລົງທີ່ມີລາຍລັກອັກສອນຂໍ້ຫ້າມໄວ້ເປັນຫຼັກຖານຂໍ້ພູກມັດໄວ້ເປັນເຄື່ອງໝາຍໄວ້ເພາະເປັນຄວາມຍິນຍອມພ້ອມໃຈກັນທັງສອງຝ່າຍເປັນຄຳເວົ້າເພື່ອໃຫ້ປະຕິບັດຕາມໂດຍບໍ່ມີການຍົກເວັ້ນໄດ້.

ຄຳວ່າ”ສັນຍາ” ເປັນຄຳທີ່ມາຈາກ ພາສາ ປາລີໝາຍເຖີ່ງ ຄວາມ ເຂົ້າໃຈ, ສັງເກດ, ຂໍ້ຕົກລົງທີທັງສອງຝ່າຍຍິນຍອມໃຫ້ກັນໃນການເຮັດ ຫຼື ປະຕິບັດໂດຍເຮັດຂໍ້ກຳນົດທີເປັນລາຍລັກອັກສອນ ຫຼື ຄຳເວົ້າເພື່ອໃຫ້ປະຕິບັດຕາມສ່ວນຫລາຍຈະໃຊ້ໃນກຸ່ມໄວລຸ້ນໜຸ່ມສາວ ແລະ ອື່ນໆ.

ຕົວຢ່າງ:

  1. ຂ້ອຍໄດ້ເຊັນສັນຍາ: ເຊົ່າຮ້ານນີ້ເປັນເວລາ 2 ປີ
  2. ຂ້ອຍສັນຍາວ່າຈະຮັກ ແລະ ຊື່ສັດກັບເຈົ້າພຽງຄົນດຽວ
  3. ຂ້ອຍໄດ້ເຊັ່ນສັນຍາກັບບໍລິສັດລ້ານຊ້າງຈະເປັນພະນັກງານອາສາສະໝັກຈົນກ່ວາຈະໄດ້ເຂົ້າເປັນລັດຖະກອນສົມບູນ.

ສະຫຼຸບ.

ຄຳວ່າ”ສັນຍາ” ເປັນຄຳທີ່ມາຈາກ ພາສາ ປາລີໝາຍເຖີ່ງ ຄວາມ ເຂົ້າໃຈ, ສັງເກດ,  ແມ່ນຂໍ້ຕົກລົງທີ່ມີລາຍລັກອັກສອນຂໍ້ຫ້າມໄວ້ເປັນຫຼັກຖານຂໍ້ພູກມັດໄວ້ເປັນເຄື່ອງໝາຍໄວ້ເພາະເປັນຄວາມຍິນຍອມພ້ອມໃຈກັນທັງສອງຝ່າຍເປັນຄຳເວົ້າເພື່ອໃຫ້ປະຕິບັດຕາມໂດຍບໍ່ມີການຍົກເວັ້ນໄດ້.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo