ມາ​ເບິ່ງເຄື່ອງ​ມື​ຫາ​ປາ​ແບບ​ພູມ​ປັນ​ຍາ​ຊາວ​ບ້ານ​ຂອງ​ຄົນ​ລາວ​ດັ້ງ​ເດີມ

SA Game

ພາບ: ອິນ​ໄຊ​ລາວ.

ເຄື່ອງມືຫາປາພູມປັນຍາລາວດັ້ງເດີມທີ່​ເອີ້ນ​ວ່າເສືອນອນກິນ.

ດັ່ງ​ທີ່​ຫລາຍ​ຄົນ​ໄດ້​ຮູ້​ກັນ​ຢູ່​ແລ້ວ​ວ່າ​ການ​ດຳ​ລົງ​ຊິ​ວິດ​ຂອງ​ຄົນ​ລາວ ແລະ ວິຖີຊີວິດຂອງປະຊາຊົນຄົນລາວເຮົາ ຕິດພັນກັບການຫາປູຫາປາ ຕາມແມ່ນ້ຳລໍາເຊ ມາແຕ່ດົນນານແລ້ວ, ໂດຍແຕ່ລະທ້ອງຖິ່ນກໍ່ມີພູມປັນຍາ ການປະດິດຄິດສ້າງເຄື່ອງມືຫາປາອື່ນໆຢ່າງຫຼວງຫຼາຍ ເປັນຕົ້ນແມ່ນ ເຂິງ, ກະດຸ້ງ, ຕ້ອນ, ຫຼີ່, ສະຫວີງ ແລະ ທີ່ຫຼາຍຄົນອາດຈະຍັງບໍ່ຮູ້ ກໍ່ຄື “ເສືອນອນກິນ” ເຊິງ​ແມ່ນເຄື່ອງມືຫາປາປະເພດໜຶ່ງ ທີ່ຄົນລາວເຮົາປະດິດຄິດສ້າງຂື້ນມາແຕ່ຫຼາຍເຊັ່ນຄົນ.

ການໃສ່ ຫຼື ກາງເສືອນອນກິນ ເຮົາຈະເອົາໄປກາງໃສ່ບ່ອນປາກຂຶ້ນລ່ອງ ຫຼື ບ່ອນທີ່ມີເຮິະຫລາຍທີ່ມີປາອາໃສຢູ່, ເສືອນອນກິນແມ່ນເຮັດດ້ວຍເຊືອກນິລົງສີຂຽວ (ມາສານ) ເພາະມັນຈະສະດວກໃນເວລາເຄື່ອນຍ້າຍໄປມາສະບາຍບໍ່ໜັກຄືເອົາໄມ້ເຮັດທັງກຸ້ມດົນທົນທານ, ດັ່ງນັ້ນຄົນລາວຈິ່ງນິຍົມໃຊ້ສາຍນິລົງ ມາສານເຮັດເສືອນອນກິນ ແລະ ນຳໃຊ້ຈົນເຖິງປະຈຸບັນນີ້.

SA Game
ພາບ: ອິນ​ໄຊ​ລາວ.

ອຸປະກອນທີ່ໃຊ້ໃນການເຮັດ ເສືອນອນກິນປະກອບມີ: ເຊືອກນິລົງ, ໄມ້ຊ້າງ, ເຫຼັກຕະປູ ໂດຍວິທີເຮັດແມ່ນ ເອົາເຊືອກນິລົງມາສານໃຫ້ເປັນຕາໃຫ້ຈອດກັນແລ້ວເຮັດເປັນກົງ ເສັ້ນຜ່າກາງກວ້າງ 20-30 ຊມ ລວງຍາວຂອງເສືອນອນກິນຍາວ 95 ຊມ. ເອົາເຄືອຫວາຍດິນມາລອກເປືອກອອກ, ແລ້ວມາຂົດເຮັດ ເປັນກົງໃຫ້ໄດ້ 4ກົງ ກວ້າງໃຫ້ໄດ້ຕາມຂະຫນາດທີ່ຕ້ອງການເອົາໄມ້ ຊາງມາຜ່າເຮັດເປັນນິ້ວໃຫ້ໄດ້ 12 ນິ້ວ, ຍາວປະມານ 95 ຊມ ເອົາ ເຫລັກຕະປູ 3 ມາຕອກໃຫ້ແຫນ້ນ, ໃສ່ງາສອງງາ, ງານອກຢູ່ປາກ, ງາເຂົ້າຢູ່ໃນເຮົາເອີ້ນວ່າງາຂັງແລ້ວດກັ້ນໄວ້ໃຫ້ດີເພື່ອບໍ່ໃຫ້ປາອອກໄດ້

ຫຼັກການທີ່ສໍາຄັນ:

ຄໍາວ່າ: ” ເສືອ ” ແມ່ນໃສ່ໂດຍບໍ່ຕ້ອງມີເຫຍືອມາຕາມ

ຄໍາວ່າ: ” ນອນກິນ ” ແມ່ນນອນຢູ່ບ່ອນເກົ່າປາເຂົ້າມາເອງພຽງ ແຕ່ເອົາໄປແຊ່ນ້ໍາໄວ້ ເພາະປາຄິດວ່າຫລາມໄມ້ແລ້ວປາກໍເຂົ້າມາເອງ

ຄຸນປະໂຫຍດຂອງເສືອນອນກິນ

ເສືອນອນກິນແມ່ນເຄື່ອງມືຫາປາທີ່ງ່າຍດາຍທີ່ປະຊາຊົນເຮົາເຮັດ ເອົາເອງມັນມີຄຸນປະໂຫຍດຫລາຍ ເພາະວ່າມັນສະດວກສະບາຍໃນ ການໃສ, ໃສ່ຄືກັນກັບລອບ, ລັນ. ແຕ່ເສືອນອນກິນແມ່ນບໍ່ໄດ້ເຮັດ ລວງຄືລອບ, ພຽງແຕ່ເອົາໃສ່ຕາມແຄມຝັ່ງຕາມນນໍ້າທີ່ໄຫລ ຫລືນເວີນ ກໍໄດ້. ໃສ່ແລ້ວມື້ຫນ້າເຮົາຄ່ອຍໄປຢາມກໍໄດ້

ແນວໃດກໍ່ຕາມ, ປັດຈຸບັນ ການຫາປດ້ວຍເສືອນອນກິນ ແມ່ນພົບເຫັນໄດ້ໜ້ອຍແລ້ວ, ເຊີ່ງຈະພົບເຫັນຕາມເຂດນອກເທົ່ານັ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອີນ​ໄຊ​ລາວ.