ມາ​ຮູ້​ຈັກ ຄໍາວ່າ “ແຫຼວ” ຄວາມໝາຍໃນພາສາລາວແມ່ນ​ຫຍັງ?

SA Game

DooDiDo

ອະທິບາຍຄໍາວ່າ “ແຫຼວ” ມີຄວາມໝາຍແນວໃດ?

​ຄໍາວ່າ “ແຫຼວ” ໝາຍເຖິງສັດມີປີກຈໍາພວກນົກ ໂດຍລວມແມ່ນມັກຈັບສັດອື່ນເພື່ອເປັນອາຫານ, ເປັນສັດກິນຊີ້ນ ຫຼື ຊາກສັດຕາຍ ມີຫຼາຍແນວເຊັ່ນ: ແຫຼວຕັງບີ້, ແຫຼວນົກເຂົາ, ແຫຼວຮຸ້ງ, ແຫຼວແດງຄໍກ່ານ.

ຄໍາວ່າ “ແຫຼວ” ຍັງໝາຍເຖິງ ສິ່ງທີ່ມີນໍ້າປົນ, ບໍ່ແຂ້ນ ເຊັ່ນ: ທາດແຫຼວ, ປັ່ນໝາກໄມ້ໃຫ້ແຫຼວ, ຫຸງເຂົ້າຈ້າວ ໃສ່ນໍ້າຫຼາຍເກີນໄປເລີຍ ແຫຼວ, ນວດເຂົ້າແປ້ງແຫຼວໂພດແລ້ວ ແລະ ອື່ນໆ. ນອກຈາກນັ້ນ, ຍັງນີຍົມເວົ້າ ແລະ ໃຫ້ຄວາມໝາຍ ເປັນແນວອື່ນອິກເຊັ່ນ: ທໍາຄວາມເຂົ້າໃຈໃຫ້ແຫຼວແຫຼກ ໝາຍເຖິງທໍາຄວາມເຂົ້າໃຈ ດີໆກ່ອນ, ຖຶກສ້ອມ ຈົນແຫຼວໝາຍເຖິງຖືກຕີຈົນບວມຈົນຊໍ້າ, ສະພາບການບໍລິສັດເປື່ອຍເຍື່ອຍແຫຼວແຫຼກ ໝາຍເຖິງບໍລິສັດ ເຮັດວຽກບໍ່ເປັນລະບົບ ບໍ່ໜ້າເຊື່ອຖື ຫຼຸບທຶນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ແຫຼວ”.

“ແຫຼວ” (1. ຄໍານາມ) ສັດມີປີກຈໍານວນນົກ ນັບວ່າເປັນສັດຮ້າຍໃນຈໍາພວກນົກ ມີຫຼາຍແນວຄື: ແຫຼວຕັງ ບີ້ໂຕນ້ອຍ, ແຫຼວນົກເຂົາ ຕົວຂະໜາດນົກເຂົາ, ແຫຼວແດງຄໍກ່ານ ຫຼື ແຫຼວແດງຕົວຂະໜາດກາ ຂົນສີ ແດງບ່ອນຄໍມີຂົນຂາວ, ແຫຼວພານໂຕນໂຕໃຫຍ່, ແຫຼວຄວາຍນ້ອຍ ໂຕໃຫຍ່ຂົນສີມຸມ ຮ້ອງຄືສຽງຄວາຍ ນ້ອຍລາງແຫ່ງເອີ້ນ ຮຸ້ງ ຫຼື ແຫຼວຮຸ້ງ. (2. ຄໍາກິລິຍາ) ບໍ່ແຂ້ນ, ມີນໍ້າປົນ.

ຕົວ­ຢ່າງ:

  • ໂຕແຫຼວ ບີນເຈີດລົງຄຸບເອົາໂຕໄກ່ຂ້ອຍ ແລ້ວບີນຂຶ້ນໄປຈັບງ່າໄມ້ ເພື່ອກິນເປັນອາຫານ ເຫັນແລ້ວ ເສຍດາຍຊ່ອຍກໍຊ່ອຍບໍ່ໄດ້.
  • ນິທານນາກ ກັບ ແຫຼວ ເປັນນິທານພື້ນບ້ານທີ່ຟັງແລ້ວມ່ວນ ແລະ ໃຫ້ຂໍ້ຄິດຫຼາຍຢ່າງ ຟັງເທົ່າໃດ ເທື່ອກໍບໍ່ເບື່ອ.
  • ນໍ້າເປັນຂອງແຫຼວທີ່ຄົນເຮົາຂາດບໍ່ໄດ້ ຖ້າຫາກຂາດນໍ້າແມ່ນອາດເຖິງຕາຍໄດ້. ນໍ້າຖ້ານໍາໄປຕົ້ມແມ່ນ ຈະລະເຫີຍອາຍ ແລະ ໃສ່ຖາດແຂງໃນຕູ້ເຢັນແມ່ນຈະແຂງເປັນກ້ອນ.

ສະຫຼຸບ.

ຄໍາວ່າ “ແຫຼວ”​ ໝາຍເຖິງສັດມີປີກຈໍາພວກນົກ ມັກຈັບສັດອື່ນເພື່ອກິນເປັນອາຫານ, ເປັນສັດກິນຊີ້ນ ຫຼື ຊາກສັດຕາຍມີຫຼາຍແນວ. (2. ຄໍາກິລິຍາ) ບໍ່ແຂງ, ບໍ່ແຂ້ນ ສາມາດປ່ຽນຮູບຮ່າງໄດ້ງ່າຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo