ມາ​ຮູ້​ຈັກ ຄໍາວ່າ “ຄົດ” ຄວາມໝາຍໃນພາສາລາວແມ່ນ​ແນວ​ໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ຄົດ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຄົດ” ໝາຍເຖິງບໍ່ຊື່ ທາງຄົດລ້ຽວ, ຕົ້ນໄມ້ຄົດ, ຄົນຫຼັງຄົດ, ແຂນຄົດ, ຂາຄົດ, ທໍ່ເຫຼັກຄົດ ເປັນຕົ້ນ. ພ້ອມນັ້ນ, ຍັງໝາຍເຖິງ “ກົ່ງ” ໄດ້ອີກ ເຊັ່ນ ຄິ້ວກົ່ງ (ຄົດກົ່ງ), ໄມ້ກົ່ງ (ໄມ້ຄົດກົ່ງ), ໄມ້ຄົດລົງ (ໄມ້ຄົດກົ່ງລົງ), ຂາກົ່ງ (ຂາຄົດກົ່ງ), ແຂນກົ່ງ (ແຂນຄົດກົ່ງ), ໄມ້ແບບຮັບນໍ້າໜັກຫຼາຍເຮັດໃຫ້ຄົດກົ່ງ. ອີກຢ່າງນຶ່ງທີ່ຄວາມໝາຍຄືກັນແມ່ນ “ງໍ” ເຊັ່ນ ຄົນຄົດງໍ, ໄມ້ຄົດງໍ, ກ່ຽວຄົດງໍ, ງໍແຂນ ງໍຂາ, ງໍຕີນ ງໍມື ແລະ ອື່ນໆ.

ນອກຈາກນັ້ນ, ຍັງມີຄວາມໝາຍວ່າ ບໍ່ຊືສັດ ຫຼື ຄົດໂກງ ຫຼື ຂີ້ໂກງ ຫຼື ຄົດລ້ຽວ ຫຼື ທໍລະຍົດ ອີກດ້ວຍ ເຊັ່ນ: ເປັນຄົນບໍ່ຊື່ສັດ, ເປັນຄົນຄົດໂກງ, ເປັນຄົນຂີ້ໂກງ, ເປັນຄົນຄົດລ້ຽວ, ເປັນຄົນໃຈຄົດ ທໍລະຍົດຊາດ, ເປັນຄົນໜ້າຊື່ໃຈຄົດ ຮູ້ນ້າບໍ່ຮູ້ໃຈ ເປັນຕົ້ນ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຄົດ

“ຄົດ” (1. ຄໍາກິລິຍາ) ບໍ່ຊື່. ກົ່ງ, ກົ່ງລົງ. ງໍ. ບໍ່ສັດຊື່, ຄົດໂກງ, ຂີ້ໂກງ.

ຕົວ­ຢ່າງ: 

  • ເສັ້ນທາງຫຼວງພະບາງ-ວຽງຈັນ ແມ່ນເປັນທາງຄົດລ້ຽວກວມເປັນສ່ວນໃຫຍ່ ແລະ ຂຶ້ນພູລົງພູຕະ ຫຼອດທາງ ສະນັ້ນການໄປການມາຕ້ອງໄດ້ກວດກາເຕັກນິກລົດໃຫ້ຮັບປະກັນ ແລະ ຕ້ອງມີສະຕິສູງ ໃນການເດີນທາງ.
  • ເວລາມະນຸດເຮົາອາຍຸຫຼາຍ ແລະ ເຖົ້າແກ່ຊະລາ ຫຼັງຈະຄົດ, ຜົມຂາວ, ໜັງຫ່ຽວ ແລະ ມັກຕາບໍ່ ເຫັນແຈ້ງ ຊຶ່ງເປັນໄປຕາມກົດເກນຂອງທໍາມະຊາດ.
  • ມື້ນີ້ທ້ອງຟ້າມືດຄື້ມ ມີລົມແຮງ ພັດໄມ້ໃຜ່ຂ້າງຮົ້ວຄົດເນີ້ງ ເອນໄປເອນມາຄ້າຍຈະຫັກ ແຕ່ສຸດທ້າຍກໍ ບໍ່ເປັນຫຍັງ.
  • ນັກກາຍຍະສິນສາມາດງໍໂຕກັບຫຼັງ ເອົາຫົວລອດຫວ່າງຂາໄດ້ແບບສະບາຍ.
  • ໃນສະພາບທຸກມື້ນີ້ ສັງຄົມເປັນຕາຢ້ານຂຶ້ນເລື້ອຍໆ ເພາະມີແຕ່ຄົນໜ້າຊື່ໃຈຄົດ ຮູ້ນ້າບໍ່ຮູ້ໃຈ ຫັກຫຼັງ ກັນເປັນແຖວ ເຫັນອອກຂ່າວເລື່ອງ ຄົດໂກງກັນທຸກມື້.

ສະຫຼຸບ.

ຄໍາວ່າ “ຄົດ”​ ໝາຍເຖິງສິ່ງບໍ່ຊື່, ກົ່ງ , ງໍ ນອກຈາກນັ້ນ, ຍັງມີຄວາມໝາຍວ່າ ບໍ່ສັດຊື່ ຫຼື ເປັນຄົນຄົດ ໂກງ ຫຼື ຂີ້ໂກງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo