ມາ​ຮູ້​ຈັກ​ອີກ​ຄຳ​ໜຶ່ງຄໍາວ່າ “ລົມ” ​ທີ່​ໃຊ້​ຫລາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລົມ” ມີຄວາມໝາຍແນວໃດ?

​ຄໍາວ່າ “ລົມ” ໝາຍເຖິງນຶງໃນທາດທັງສີ່ ລົມແມ່ນການໝູນວຽນ ຫຼື ການພັດໄປມາຂອງອາກາດ ຊຶ່ງແບ່ງຕາມຈຸດພິເສດ ແລະ ລັກສະນະຂອງມັນຄື: ລົມສຸລິຍະ, ລົມແດງ, ລົມພະຍຸ, ລົມໄຕ້ຝຸ່ນ, ລົມຫົວກຸດ, ລົມປັ່ນກິວ, ລົມຮ້ອນ, ລົມໜາວ, ລົມເຢັນ, ລົມແລ້ງ, ລົມທະເລ, ລົມພູເຂົາ, ລົມພັດ, ລົມອ່ອນໆ, ລົມແຮງ, ລົມເບົາໆ, ລົມຫາຍໃຈ.

ນອກຈາກນັ້ນ, “ລົມ” ຍັງໝາຍເຖິງການປາກເວົ້າ, ການສົນທະນາ, ວາຈາ ເຊັ່ນ: ລົມກັນ, ລົມສາວ, ລົມສາວ, ລົມໂທລະສັບ, ລົມມືຖື, ລົມວຽກລົມງານ, ລົມເລື່ອງການຮຽນ ແລະ ອື່ນໆ. ລົມຍັງມີການນໍາປະສົມຄໍາອື່ນເປັນສໍານວນເພື່ອໃຫ້ຄວາມໝາຍອື່ນອີກ ເຊັ່ນ: ລົມໆແລ້ງໆ (ລໍຄອຍແບບບໍ່ມີຄວາມຫວັງ ຫຼື ເລື່ອນໆລອຍໆ), ລົມຊັກບ້າໝູ (ໝາຍເຖິງການເປັນບ້າໝູ), ລົມປາກເປົ່າ (ໝາຍເຖິງບໍ່ມີຫຍັງ), ລົມຢູ່ເທິງຟ້າພຸ້ນ (ເວົ້າໃຫຍ່), ລົມສີໂບສີເບ (ເວົ້າບໍ່ມີຈຸດຢືນ) ເປັນຕົ້ນ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ລົມ”.

“ລົມ” (1. ຄໍານາມ) ທາດແນວນຶ່ງໃນທາດທັງສີ່ (ດິນ, ນໍ້າ, ລົມ ແລະ ໄຟ) ມີລັກສະນະພັດໄປມາ. (2. ຄໍາກິລິຍາ) ເວົ້າ, ລົມປາກ. ວາຈາ, ເຈລະຈາ, ບອກ, ສົນທະນາ. (3. ຄໍານາມ) ຄໍາເວົ້າ, ສີປາກ.

ຕົວ­ຢ່າງ: 

  • ຝົນຕົກຫົວປີແມ່ນອັນຕະລາຍຫຼາຍ ເພາະມັກຝົນຕົກໜັກ ມີລົມແຮງ ບາງເທື່ອກໍມີໝາກເຫັບ ມີຟ້າຮ້ອງຟ້າຜ່າ.
  • ປີ 2020 ພະຍຸໄຕ້ຝຸ່ນ ໂມລາເບ ຖະຫຼົ່ມປະເທດຟີລິບປີນ ດ້ວຍຄວາມໄວລົມຫຼາຍຮ້ອຍກິໂລແມັດຕໍ່ຊົ່ວໂມງ ເຮັດໃຫ້ຕົ້ນໄມ້ຫັກໂຄ່ນ, ເຮືອນເພພັງ ແລະ ມີລາຍງານຜູ້ເສຍຊີວິດ 9 ຄົນ ຫາຍສາບສູນ 13 ຄົນ ພ້ອມທັງມີຜູ້ອົບພະຍົບໜີໄພຮອດ 150,000 ຄົນ.
  • ຕີນລົດລາວຮົ່ວທັງສອງຕີນ ບໍ່ມີລົມຈັກນ້ອຍ ລາວສົງໃສຄົນລັກປ່ອຍລົມລົດລາວ ວ່າຊັ້ນ.
  • ລາວແລ່ນເຕະບານໄວແບບບໍ່ພັກຫຼາຍນາທີ ຟັງສຽງລົມຫາຍໃຈດັງ ຟູ່ໆ ເບີ່ງລາວຄືຊິເມື່ອຍ.
  • ພໍ່ຕູ້ສາ ເປັນຄົນລົມມ່ວນ ແລະ ມີສາລະ ເຮັດໃຫ້ຫຼາຍຄົນມັກສົນທະນາກັບລາວ ຕ່າງຜູ້ເຖົ້າຫຼາຍຄົນ ລົມບໍ່ມີສາລະ.
  • ລາວເປັນດີຫຼາຍ ແຕ່ພັດເປັນຄົນລົມສາວບໍ່ເກັ່ງ ດັ່ງນັ້ນຈິ່ງເຮັດໃຫ້ລາວຍັງເປັນໂສດຮອດປະຈຸບັນ.
  • ຄວາມລົມຂອງລາວ ແມ່ນຢູ່ເທິງຟ້າພຸ້ນ ບາດການປະຕິບັດຕົວຈິງແມ່ນ ບໍ່ມີຫຍັງເປັນຕາພໍໃຈ.

ສະຫຼຸບ.

ຄໍາວ່າ “ລົມ”​ ໝາຍເຖິງການພັດໄປພັດມາຂອງອາກາດ ຫຼື ການໄຫຼວຽນຂອງອາກາດ. ພ້ອມກັນນັ້ນ, ຍັງໝາຍເຖິງການສົນທະນາ ຫຼື ເວົ້າຈາ ແລະ ສົນທະນາກັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo