ມາ​ຮູ້​ຈັກ​ກັບ ປະຫວັດຄວາມເປັນມາຂອງເມືອງແປກແຂວງ​ຊຽງ​ຂວາງ

SA Game

ອິນ​ໄຊ​ລາວ.

ປະ​ຫວັດໂດຍ​ຫຍໍ້​ກ່ອນ​ຈະ​ມາ​ເປັນເມືອງແປກ​​ຂອງແຂວງ​ຊຽງ​ຂວາງ.

ໃນເມື່ອກອ່ນ ເມືອງແປກຂອງພວກເຮົາ ມີກຸ່ມຄົນບໍ່ດີສ້າງຄວາມວຸ່ນວາຍຂຶ້ນຢູ່ທິດຕ່າງໆຂອງເມືອງ, ເພື່ອສະ ດວກໃນການປົກຄອງ ແລະ ປົກປັກຮັກສາລະບອບໃໝ່ຂອງຊາດ. ດັ່ງນັ້ນ, ພາຍຫຼັງໄດ້ຮັບການປົດປ່ອຍສະຖາ ປານາ ສປປ ລາວ ວັນທີ 2 ທັນວາ  1975 ມາໃນປີ 1986 ຂັ້ນເທິງໄດ້ແບ່ງອອກເປັນ 4 ຕາແສງຄື:

ຕາແສງທ້າຍ, ຕາແສງເຄິງ, ຕາແສງເສັງ ແລະ ຕາແສງສຸຍ ອອກຕັ້ງຊື່ເປັນ ເມືອງພູກູດ. ມາຮອດວັນທີ 5 ກຸມພາ 1992 ໄດ້ແບ່ງ 2 ຕາແສງຄື: ຕາແສງກາງແສນ ແລະ ຕາແສງແສນອຸດົມ ອອກຕັ້ງຊື່ເປັນເມືອງຜາໄຊ.

ດິນແດນເມືອງແປກ ແຂວງຊຽງຂວາງ ໃນເມື່ອກ່ອນ ມີຂອບເຂດຊາຍແດນຕິດກັບບັນດາແຂວງ ແລະ ເມືອງອື່ນໆຄື: ທິດເໜືອຕິດກັບແຂວງຫົວພັນ, ທິດໃຕ້ຕິດກັບແຂວງວຽງຈັນ, ທິດຕາເວັນອອກສ່ຽງເໜືອ ຕິດກັບເມືອງຄຳ, ທິດຕາເວັນອອກສ່ຽງໃຕ້ຕິດ ກັບເມືອງຄູນ, ທິດຕາເວັນຕົກສ່ຽງເໜືອຕິດ ກັບແຂວງຫຼວງພະບາງ, ທິດຕາເວັນຕົກສ່ຽງໃຕ້ ຕິດກັບແຂວງວຽງຈັນ.

SA Game
ອິນ​ໄຊ​ລາວ.

ນັບຕັ້ງແຕ່ປະເທດຊາດ ໄດ້ຮັບການປົດປ່ອຍເມືອງແປກ ໄດ້ກາຍເປັນເມືອງເທດສະບານ ຂອງແຂວງຊຽງຂວາງ.

ໃນສະໄໝບູຮານ ພົງສາວະດານລາວໄດ້ຂຽນໄວ້ວ່າ: ໄດ້ມີຫຼາຍເຜົ່າຊົນໄດ້ຍົກຍ້າຍ ແລະ ຜັນປ່ຽ່ນກັນມາອາໄສຢູ່ຜືນແຜ່ນດິນຂອງເມືອງນີ້ ຫຼາຍເຊັ່ນຄົນ, ໄດ້ສ້າງບ້ານແປງເມືອງ ໃຫ້ຈະເລີນຮຸ່ງເຮືອງ ຄືດັ່ງທີ່ພວກເຮົາເຫັນໃນປັດຈຸບັນເຊັ່ນວ່າ: ໄຫຫີນຊາວເຈືອງ.

ດັ່ງນັ້ນ, ຈຶ່ງກາຍເປັນຈຸດສົນໃຈຂອງບັນດານັກຄົ້ນຄວ້າວິໄຈ ທາງດ້ານປະຫວັດສາດບູຮານຄະດີ. ຊົນເຜົ່າທີ່ອາ ໃສຢູ່ດິນແດນຕອນນີ້ໃນເມື່ອກ່ອນ ແມ່ນກຸ່ມຄົນຢູ່ໃນຕະກຸນໂອສະໂຕເນຊ່ຽນ ເຜົ່າມະເລ-ຈ່າມ ເຊື້ອຊາດຄົນຜິວເຫຼືອງ ເຊິ່ງຕຳນານລາວເອີ້ນວ່າ: ຂ້າ, ຂອມ ຫຼື ເຜົາເກິມຸ, ຕໍ່ມາຈຶ່ງມີເຜົ່າ ທີ່ໃຊ້ພາສາໄຕ ຫຼື ໄຕລາວຕະກຸນຂຸນບູລົມ ມາຈາກເມືອງແຖນ ຫຼື ແຖ່ງ ( ຕຽນບຽນຟູ ) ຍົກຍ້າຍມາຢູ່.

ຕາມຈົດໝາຍເຫດຈີນ ໃນສະໄໝລາຊະວົງຖັງ ສະຕະວັດທີ VIII ຂຽນໄວ້ວ່າ: ຢູ່ທິດເໜືອແມ່ນອານາຈັກໂພລຽວ ມີອານາຈັກໜຶ່ງຊື່ວ່າ: ອານາຈັກລາວມົງ, ຊົນເຜົ່າດັ້ງເດີມທີ່ອາໄສຢູ່ແມ່ນ ມາເລ – ຈ່າມ ຕໍ່ມາຈຶ່ງມີເຜົ່າໄຕລາວ – ໄຕພວນ ທີ່ສືບທອດກັນມາແຕ່ລາຊະວົງຂຸນບູລົມ ເມືອງແຖນ ຫຼື ເມືອງແຖ່ງ ( ດຽນບຽນຟູ ) ຍ້າຍມາຢູ່ ຈຶ່ງເຮັດໃຫ້ມີບົດບາດ ທາງດ້ານການເມືອງ ຢູ່ດິນແດນແຫ່ງນີ້.

ໃນປຶ້ມປະຫວັດສາດເມືອງພວນ ຂອງ ທ່ານ ພູມີ ວົງວິຈິດ ໄດ້ກ່າວໄວ້ວ່າ:

ເບິ່ງລວມແລ້ວແຂວງຊຽງຂວາງເປັນແຂວງ ທີ່ມີຊົນເຜົ່າພວນເປັນຈຳນວນຫຼວງຫຼາຍ ຢູ່ປະປົນກັບຊົນເຜົ່າກຶມມຸ ທີ່ໄດ້ເປັນເຈົ້າຂອງດິນແດນແຫ່ງນີ້ ໃນເມື່ອກ່ອນ ແລະ ຕໍ່ມາກໍ່ໄດ້ມີຊົນເຜົ່າມົ້ງ ເຊິ່ງເຂົ້າມາໃນທ້າຍສະຕະວັດທີ XIX.

ຕາມໜັງສືຜູກ ຂຸນບູລົມ ເລື່ອງທ້າວຮຸ່ງ ທ້າວເຈືອງ ໃນເມື່ອກ່ອນ ເມືອງແປກ ມີຊື່ວ່າ: ເມືອງພະກັນ ຫຼື ເມືອງປະກັນ ເຊິ່ງເມືອງແປກ ເປັນເມືອງທີ່ ຂຸນເຈືອງ ໄດ້ສ້າງໄຫຫີນ ເຊິ່ງກາຍເປັນປູສະນີຍະສະຖານ.

ສັງລວມແລ້ວ ຖ້າປຽບທຽບຕາມພົງສາວະດານລາວ ທີ່ໄດ້ກ່າວໄວ້ວ່າ ຂຸນເຈືອງ ເປັນຜູ້ສ້າງໄຫຫີນ ເພື່ອໃສ່ເຫຼົ້າໃນການຮັບໃຊ້ສະຫຼອງໄຊຊນະນະ ຂອງບັນດາຂຸນລີພົນຂອງຂຸນເຈືອງ ປັດຈຸບັນປະເພນີດັ່ງກ່າວ ຍັງເຫຼືອຄ້າງຢູ່ນຳເຜົ່າລາວຈຳນວນໜຶ່ງ ເປັນຕົ້ນແມ່ນເຜົ່າເກິມຸ ກໍ່ຄືການເຮັດເຫຼົ້າໃສ່ໄຫ.

ດັ່ງນັ້ນ, ເມືອສົມທຽບຫຼາຍທິດສະດີສັງລວມເຂົ້າກັນແລ້ວ ຈຶ່ງສັນນິຖານໄວ້ວ່າ ມັນແມ່ນມູນຄວາມຈິງ ທີ່ພົງສາວະດານລາວໄດ້ຂຽນໄວ້. ຕາມການຄົ້ນຄວ້າຂອງນັກບູຮານຄະດີ ໄດ້ຢັ້ງຢືນອາຍຸຂອງໄຫຫີນເມືອງແປກ ແມ່ນມີອາຍຸປະມານ 2500 – 3000 ປີ ເຊິ່ງແມ່ນສະໄໝນໍາໃຊ້ໂລຫະປະກົດຕົວ ໂດຍສະເພາະ ແມ່ນສະໄໝເຫຼັກຢູ່ລາວ ຈົນເຮັດໃຫ້ໄຫຫີນຂອງຊາວເຈືອງ ໄດ້ກາຍມາເປັນປູລິຍະສະຖານມິ່ງຂວັນເມືອງ ທີ່ເກົ່າແກ່ ຂອງປະຊາຊົນລາວ ບັນດາເຜົ່າ ໃນເມືອງແປກ ກໍ່ຄືແຂວງຊຽງຂວາງໃນປັດຈຸບັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອິນ​ໄຊ​ລາວ.