ມາ​ຮູ້​ຈັກຄວາມເປັນມາ ບຸນເດືອນຫົກ ຫລື ບຸນ​ບັ້ງ​ໄຟ ຂອງ ສ​ປ​ປ ລາວ

SA Game

ອິນ​ໄຊ​ລາວ.

ປະ​ຫວັດຄວາມເປັນມາ ແລະ ຄວາມສຳຄັນຂອງບຸນບັ້ງໄຟຂອງ​ຄົນ​ລາວ.

ໃນ​ຄວາມເຊື່ອຖືຂອງຄົນບູຮານຈົນມາເຖິງຍຸກສະໄຫມປະຈຸບັນ ນີ້ການເຮັດບຸນບັ້ງໄຟມີຄວາມເຊື່ອຖືວ່າ ຢູ່ເທິງຟ້ານັ້ນມີຜີຟ້າ ຜີແຖນ ເປັນເຈົ້າໃນການແຕ່ງຝົນ ດັ່ງນັ້ນຮອດລະດູເດືອນ 6 ເຊິ່ງເປັນໄລຍະ ລະດູການຜະລິດ ຊາວພຸດລາວເຮົາຈຶ່ງພາກັນເຮັດບຸນບັ້ງໄຟເພື່ອຈູດ ບູຊາ ແລະໄປຂໍນໍຝົນຟ້າແຖນ, ຖ້າປີໃດບັ້ງໄຟຂຶ້ນດີຖືວ່າປີນັ້ນຝົນຕົກຫລາຍການເຮັດໄຮ່ທໍານາກໍ່ໄດ້ຮັບຜົນຜະລິດສູງ. ດັ່ງນັ້ນປະຊາຊົນລາວເຮົາຈຶ່ງເຮັດບຸນບັ້ງໄຟຂຶ້ນໃນທຸກໆປີ. ອີກຢ່າງຫນຶ່ງກໍເປັນປະ ເພນີຂອງຊາວລາວຫລາຍບ້ານໄດ້ມາພົບຫນ້າພໍ້ຕາກັນ.

ບຸນບັ້ງໄຟ ຄຳວ່າ ”ບັ້ງ” ຄືໄມ້ໄຜ່ທີ່ຖືກຕັດເປັນທ່ອນຫຼືກະບອກໄມ້ໄຜ່ນັ້ນເອງ ສ່ວນ ຄຳວ່າ ”ໄຟ” ຄົງບໍ່ຕ້ອງອະທິບາຍ ເພາະມີຄວາມຊັດເຈນໃນຕົວແລ້ວ ເມື່ອເອົາຄຳສອງຄຳມາລວມກັນເປັນ ບັ້ງໄຟ ໝາຍເຖິງກະບອກໄມ້ໄຜ່ທີ່ຂ້າງໃນອັດແຫນ້ນດ້ວຍ ”ຫມື້” (ຂີ້ເຈຍຂົ້ວປະສົມກັບຖ່ານຕຳໃຫ້ລະ ອຽດກ່ອນນຳໄປອັດໃຫ້ແໜ້ນໃນກະບອກໄມ້ໄຜ່).

SA Game
ອິນ​ໄຊ​ລາວ.

ການເຮັດບຸນບັ້ງໄຟນັ້ນ ຕາມຄວາມເຊື່ອທີ່ວ່າ ເທິງຟ້າມີສິ່ງສັກສິດຫຼືມີຊາວ ພຸດເອີ້ນວ່າ ”ພະຍາແຖນ” ເຊິ່ງຄວາມເປັນມາຂອງບຸນບັ້ງໄຟນັ້ນມີຜູ້ເຖົ້າຜູ້ແກ່ ເລົ່າໃຫ້ຟັງວ່າ: ກາລະຄັ້ງຫນຶ່ງນານມາແລ້ວ ບ້ານເມືອງເກີດເດືອດຮ້ອນ ເພາະຝົນຟ້າ ບໍ່ຕົກຕາມລະດູການ ບັນດາຄົນສັດພືດຕ່າງໄດ້ຮັບຄວາມເດືອດຮ້ອນໄປຕາມໆກັນ ຍັງມີພະຍາຄັນຄາກທີ່ມີອິດທິລິດ ເປັນສັດວິເສດປົກຄອງຢູ່ພື້ນດິນ ຈຶ່ງອອກໄປກວດກາຫາສາຍເຫດວ່າ ຝົນຟ້າບໍ່ຕົກລົງມາ ກໍຮູ້ຄວາມຈິງວ່າ ເປັນພະຍາແຖນບໍ່ສົງຝົນລົງມາ

SA Game
ອິນ​ໄຊ​ລາວ.

ພະຍາຄັນຄາກຮູ້ຢ່າງນັ້ນ ຈຶ່ງຂໍອາສາສູ້ກັບພະຍາແຖນ ໂດຍເອົາຝົນຟ້າເປັນເດີມພັນ ຫາກພະຍາຄັນຄາກ ຊະນະ ພະຍາແຖນຕ້ອງເຮັດ ໃຫ້ຝົນຕົກລົງມາໃຫ້ຄົນ ພະຍາແຖນ ແລະ ພະຍາຄັນຄາກ ຕໍ່ສູ້ກັນ ຜົນປະກົດວ່າ ພະຍາຄັນຄາກຊະນະ ພະຍາແຖນຕ້ອງສົ່ງຟ້າຝົນໃຫ້ຕົກລົງມາໃນໂລກມະນຸດ ແຕ່ມີຂໍ້ຕົກລົງວ່າ ຊາວໂລກຈະຕ້ອງເຮັດບຸນບັ້ງໄຟ ແລ້ວຈູດຂື້ນ ເພື່ອໄປບອກດ້ວຍວ່າ ຕ້ອງການຝົນເມື່ອໃດ ເວລາໃດ ຍາມໃດ ດັ່ງນັ້ນ ເມື່ອເຖິງລະດູການເຮັດນາ ຊາວນາຕ້ອງການຝົນ ກໍຕ້ອງເຮັດບຸນບັ້ງໄຟ ເພື່ອຈູດບັ້ງໄຟຂື້ນເມືອບອກພະຍາແຖນ ເປັນສັນຍານໃຫ້ຮູ້ ເພື່ອໃຫ້ພະຍາ ແຖນເຮັດຝົນຕົກລົງມາ ດ້ວຍເຫດຄວາມເຊື່ອ ທີ່ກ່າວມານີ້ ຈຶ່ງໄດ້ມີການເຮັດບຸນບັ້ງໄຟ ຈົນເຖິງປັດຈຸບັນນີ້ ແລະ ໃນເດືອນຫົກນີ້ ຍັງມີບຸນອີກຫຼາຍບຸນເຊັ່ນ: ວິສາຂະບູຊາ, ສົມໂພດພຣະ, ຫົດສົງ ພຣະເຖຣະ.

SA Game
ອິນ​ໄຊ​ລາວ.

ເຖິງວ່າປີນີ້, ເຮົາຈະບໍ່ໄດ້ຫຼີ້ນບຸນບັ້ງໄຟ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ແຕ່ເຮົາກໍ່ສາມາດເອົາຮູບເກົ່າ ມາແບ່ງປັນກັນເບີ່ງໄດ້ເດີ້

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອິນ​ໄຊ​ລາວ.