ມາຮູ້ຈັກ! ປະຫວັດຫຍໍ້ “ພຣະມ່ານ” ທີ່ວັດຊຽງທອງ ນະຄອນຫຼວງພະບາງ

SA Game

ອິນ​ໄຊ​ລາວ.

ປະຫວັດຂອງ “ພຣະມ່ານ” ຂອງວັດຊຽງທອງ ນະຄອນຫຼວງພະບາງ.

ໃນ​ທຸກໆ​ປີ​ຈະ​ມີ​ການ​ອັນ​ເຊີນ​ລົງ​ມາ​ຫົດ​ສົງ​ນ້ຳ​ພະ​ໃນ​ຊ່ວງ​ເທດ​ສະ​ການ​ປີ​ໃໝ່​ລາວ, ພຣະມ່ານ ຖືວ່າເປັນ 1 ໃນ 3 ຂອງພຣະພຸດທະຮູບທີ່ສັກສິດຂອງຊາວຫຼວງພະບາງ (ອີກ 2 ອົງ ແມ່ນ ພຣະບາງ ແລະ ພຣະເຈົ້າອົງແສນ) ເຊີ່ງຫຼັງຈາກທີ່ອັງເຊີນພຣະບາງຂຶ້ນຫໍພຣະບາງແລ້ວ, ກໍຈະໄດ້ມີພິທີອັງເຊີນເອົາພຣະມ່ານ ລົງຈາກຫໍພຣະມ່ານ ສູ່ວັດຊຽງທອງ ເພື່ອຫົດສົງໃນໂອກາດສະເຫຼີມສະຫຼອງປີໃຫມ່ລາວຂອງທຸກໆປີ

ເຊີ່ງຊາວຫຼວງພະບາງ ມີຄວາມເຊື່ອວ່າ ໃຜທີ່ມາຂໍລູກກັບພຣະມ່ານ ກໍຈະປະສົບຜົນສຳເລັດທຸກຄົນ, ອົງພຣະມ່ານ ເປັນປາງປະທານອະໄພຄືກັບພຣະບາງ ມີຄວາມສູງສອງສອກ ເຈັດນິ້ວ. ຈົນຫລາຍຄົນເຂົ້າໃຈຜິດຄິດວ່າເປັນອົງດຽວກັນ. ຄຳວ່າ ພຣະມ່ານ ນັ້ນແມ່ນພ້ຽນມາຈາກ ພະມ້າ

SA Game
ອິນ​ໄຊ​ລາວ.

ໂດຍຕາມປະຫວັດກ່າວກັນມາວ່າ, ເມື່ອ 700 ກວ່າປີທີ່ແລ້ວ, ພະມ້າໄດ້ສ້າງອົງພຣະຈາກທອງຄຳເນື້ອນົບພະເກົ້າ (ຄຳເນື້ອເກົ້າຄຳທີ່ງົດງາມ ແລະອສູງຄ່າທີ່ສຸດ) ປະດັບດ້ວຍອັນຍະມະນີນົບພະເກົ້ານ້ຳດີທີ່ສຸດທັ້ງ 9 ສີ ບໍລິເວນເຂັມຂັດສ້ອຍສັງວານ ຊາຍໄຫວ ແລະ ເຄື່ອງຊົງທັງອົງ ພະມ້າໄດ້ສ້າງຫຼັງຈາກແລ້ວຈື່ງນຳຂື້ນແພລ່ອງແມ່ນ້ຳຂອງເພື່ອກັບພະມ້າ

ພໍໃກ້ຮອດບໍລິເວນເມືອງຫຼວງພະບາງ ອົງພຣະໄດ້ຢຸດ ແລະ ມຸນວົນນ້ຳ ເຮັດແບບໃດກໍ່ບໍ່ສາມາດດືງແພໄປຕໍ່ໄດ້ ທະຫານພະມ້າໄດ້ດືງຢູ່ຫຼາຍທິວາຣາຕຣີກໍບໍ່ເກີດຜົນ ຜູ້ອັນເຊີນໄດ້ເຮັດການສັກກະລະແລະຕັ້ງຈິດອະທິຖານວ່າ “ຫາກອົງພຣະມິກັບສູ່ຫົງສາວະດີ ກໍ່ຂໍໃຫ້ທ່ານເລືອກວັດທີ່ຈະຢູ່ເຖີດ (ໃນຂະນະນັ້ນຢູ່ຫຼວງພະບາງມີຫຼາຍກວ່າ 100 ວັດ

ເຈົ້າອາວາດທຸກວັດໄດ້ມາອັນເຊີນ ມາອຸ້ມຂື້ນຈາກແມ່ນ້ຳຂອງ ແຕ່ກໍບໍ່ມີວັດໃດສາມາດຍົກຂື້ນໄດ້ ຜ່ານໄປຫຼາຍມື້. ເຈົ້າອາວາດວັດຊຽງທອງ. ເຈົ້າອາວາດຕັ້ງຈິດອະທິຖານວ່າທັນໃດນັ້ນສິ່ງທີ່ບໍ່ຄາດຝັນກໍ່ເກີດຂື້ນ ທ່ານອຸ້ມອົງພຣະຂື້ນຈາກນ້ຳໄດ້ຢ່າງປະຕິຫານ ແລະ ໄດ້ອັນເຊີນເຂົ້າວັດແລະເຮັດການສົມໂພດຢ່າງຍິ່ງໃຫຍ່ ຝົນກໍ່ຕົກລົງຢ່າງບໍ່ມີທີທ່າວ່າຈະຢຸດ ທ່ານຈື່ງທຳການສ້າງ “ຫໍພຣະມ່ານ” ແລະ ເກັບລ໋ອກຄວາມງົດງາມໄວ້ພາຍໃນ 365 ວັນຈຶ່ງນຳອອກມາພຽງ 3ຫາ7ວັນ ເທົ່ານັ້ນ.

ແຕ່ຍາມໃດຝົນບໍ່ຕົກບ້ານເມືອງແຫ້ງແລ້ງ ຈະທຳການອັນເຊີນອົງພຣະມ່ານ ມາສົງນ້ຳ ຝົນກໍ່ຈະຕົກຄືກັບປາຕິຫານ ອົງພຣະຫ້າມຜູ້ໃດແຕະຕ້ອງທ່ານແລະຫ້າມຄົນຂື້ນໄປຫໍພຣະມ່ານເດັດຂາດ “ນອກຈາກເຈົ້າອາວາດ ແລະເລືອດຂັນຕິຍາຜູ້ຄອງເມືອງເທົ່ານັ້ນ”

ແນວໃດກໍຕາມ, ຫໍໄຫວ້ພຣະມ່ານນີ້ຈະປິດຕະຫຼອດເວລາ ແຕ່ທາງວັດຈະເຈາະຮູນ້ອຍໆ ທີ່ປະຕູສຳລັບສ່ອງພຣະມ່ານທີ່ປະດິດຖານທາງດ້ານໃນ ແລະ ສາເຫດທີ່ຕ້ອງປິດຕະຫຼອດເວລາ ຍ້ອນວ່າ ມີຄວາມເຊື່ອກັນວ່າຖ້າປະຕູເປີດຫຼືອັນເຊີນພຣະມ່ານອອກມາເມື່ອໃດຝົນຈະຕົກທັນທີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈ​ແຫລ່ງ​ທີ່​ມາ: ອີນ​ໄຊ​ລາວ.