ມາຮູ້ຈັກພາສາລາວຄໍາວ່າ “ປະຕິເສດ” ແລະ “ປະຕິບັດ”

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ໝາຍ​ຂອງຄໍາວ່າ ປະຕິເສດ ແລະ ປະຕິບັດ.

ໃນ​ພາ​ສາ​ລາວ​ຫລາຍໆ​ຄຳ​ມີ​ຄວາມ​ໝາຍ​ແຕກ​ຕ່າງ​ກັນ ແລະ ຫລາຍໆ​ຄຳ​ກໍ​ມີ​ຄວາມ​ໝາຍ​ທີ່​ໃກ້​ຄຽງ​ກັນສະ​ນັ້ນ​ການ​ທີ່​ຈະ​ນຳ​ໃຊ້​ໃຫ້​ຖືກ​ຕ້ອງ​ແທ້​ກໍ​ຕ້ອງ​ໄດ້​ສືກ​ສາ​ລົງ​ເລີກ​ອີກກວ່າ​ປົກ​ກະ​ຕິ, ວ່າ​ເຮົາຄວນ​ໃຊ້​ຄຳ​ໃດ​ແທ້​​ໃນພາ​ສາ​ລາວ​ ​ຈິ່ງ​ຈະ​ເໝາະ​ສົມ ແລະ ຈະ​ສະ​ກົດ​ຄຳ​ແບບ​ໃດ​ໃຫ້​ຖືກ​ຕ້ອງ​ຕາມ​ຫລັກ​ໄວ​ຍາ​ກອນ​ຂອງ​ພາ​ສາ​ລາວ.

ໃນ​ພາ​ສາ​ລາວ​ຈະ​ມີ​ຫລາຍໆ​ຄຳ ຫລື ວະ​ລີ ທີ່​ເປັນ​ແບບ​ປິ້ນ​ຄວາມ​ໝາຍ​ເຊິງ​ກັນ ແລະ ກັນ, ຫລາຍໆ​ພາ​ສາ​ກໍ່​ມີ​ແບບ​ນີ້​ຄື​ກັນ ສະ​ນັ້ນໃນ​ບົດ​ນີ້​ຈະ​ຍົກ​ເອົາ​ຄຳ​ວ່າ ປະ​ຕິ​ເສດ ແລະ ຄຳ​ວ່າ ປະ​ຕິ​ບັດ ມາ​ອະ​ທິ​ບາຍ ແລະ  ​ເວົ້າ​ຄວາມ​ໝາຍ​ຂອງ​ສອງ​ຄຳ​ນີ້​ໄປ​ນຳ​ກັນ, ຖືກ​ຜິດ​ສາ​ມາດ​ຕ່ຳ​ນິ​ຕິ​ຊົມ​ໄດ້.

SA Game
DooDiDo

ຄໍາວ່າ: ປະຕິເສດ

ມີຄວສາມໝາຍວ່າ:

  1. ມີການກະທໍາຜິດໃນສິ່ງໃດສິ່ງໜຶ່ງຜ່ານມາໂດຍການເຈຕະນາ ຕໍ່ບຸກຄົນ ຫຼື ຄູ່ກໍລະນີ ເມື່ອຄູ່ກໍລະນີມີການຕອບໂຕ້ຄືນທາງການປາກເວົ້າ ແຕ່ຜູ້ກ່ຽວ ບໍ່ຍອມຮັບ; ບໍ່ຮັບຮູ້; ບໍ່ເຫັນດີນໍາ; ບໍ່ເອົາ; ບໍ່ໃຫ້;ປະຕິເສດຕໍ່ຄວາມເປັນຈິງທຸກປະການແບບປົກປິດຄວາມເປັນຈິງທັງໆທີ່ຮູ້ແກ່ໃຈຕົວເອງດີ ເຊິ່ງເຮົາເອີ້ນຄົນແບບນີ້ວ່າຄົນອະທໍາ ເຫັນແກ່ຕົວ ບໍ່ກ້າຍອມຮັບຄວາມຈິງແຕ່ສຸດທ້າຍກໍ່ໜີຄວາມຈິງບໍ່ໄດ້ ຕົວຢ່າງ: ເຂົາລັກເງິນເຮົາໂດຍທີ່ເຮົາເຫັນກັບຕາແຕ່ເຂົາວ່າບໍ່ໄດ້ລັກ…
  2. ບໍ່ໄດ້ມີການກະທໍາຜິດໃດໆ ແຕ່ມີຄົນມາໃສ່ຄວາມ ຫຼື ກ່າວຫາວ່າເຮົາໄດ້ມີເຈຕະນາກະທໍາຈິງຟາກໃຫ້ເຮົາຍອມຮັບຄວາມຈິງໃນສິ່ງທີ່ເຮົາບໍ່ໄດ້ເຮັດໄດ້ທໍາ ແຕ່ເຮົາຮັບບໍ່ໄດ້ເພາະເຮົາບໍ່ໄດ້ກະທໍາໃນສິ່ງນັ້ນຈຶ່ງຢືນຢັນແລະປະຕິເສດແລະບໍ່ຍອມຮັບຕໍ່ຂໍ້ກ່າວຫາໃດໆທັງສິ້ນແຕ່ສຸດທ້າຍກໍ່ເອົາຄວາມຜິດເຮົາບໍ່ໄດ້ເພາະຄວາມຈິງກໍ່ຄືຄວາມຈິງ ຕົວຢ່າງ: ເຂົາໃສ່ຄວາມວ່າເຮົາລັກເງິນເຂົາໂດຍທີ່ເຮົາບໍ່ໄດ້ລັກ…
  3. ບໍ່ຍອມເຮັດວຽກຕາມຄໍາສັ່ງຂອງຜູ້ບັງຄັບບັນຊາ ຫຼື ບຸກຄົນໃດໜຶ່ງກໍ່ເອີ້ນວ່າ ປະຕິເສດເຊັ່ນກັນ;ໄປສະໝັກວຽກເພິ່ນບໍ່ຮັບ ກໍ່ເອີ້ນວ່າການປະຕິເສດເຊັ່ນກັນ…

ຄວາມຈິງແລ້ວການປະຕິເສດ ຈະຂຶ້ນຕົ້ນດ້ວຍຄໍາວ່າ: ບໍ່

ຄໍາວ່າ ປະຕິບັດ.

ແມ່ນຄໍາກໍາມະ ໝາຍເຖິງການໄດ້ລົງມືເຮັດລົງມືທໍາເອງ; ການປະພຶດ; ບົວລະບັດ; ພາກປະຕິບັດ  ການຝຶກວຽກໃດໜຶ່ງຂອງນັກສຶກສາ ຫຼື ການຝຶກຫັດຕາມທີ່ໄດ້ຮຽນ ໃນພາກທິດສະດີເຊັ່ນ: ທົດລອງປູກຜັກ; ລົງຝຶກ ສອນຕົວຈິງຕາມທີ່ວິຊາຕົວເອງຮຽນມາໂດຍມີການວັດແລະປະເມີນຜົນ ສະຫຼຸບໃນການປະເມີນໃນພາກປະຕິບັດຕົວຈິງວ່າໄດ້ຈັກເປີເຊັນນັ້ນຄືການປະຕິບັດ ໝາຍເຖິງການລົງມືກະທໍາຕົວຈິງຕາມທິດສະດີທີ່ຮຽນມາ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo