ມາຮູ້ຈັກຄໍາວ່າ ວຸ່ນ ແລະ ວຸ້ນ ມີຄວາມໝາຍແນວໃດ?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ໝາຍ​ພາ​ສາ​ລາວ​ຂອງ​ຄຳ​ວ່າ ວຸ່ນ ແລະ ວຸ້ນ.

ໃນ​ພາ​ສາ​ລາວການ​ໃຊ້​ວັນ​ນະ​ຍຸດ​ກັບ​ຄຳ​ຕ່າງໆ​ສ່ວນ​ຫລາຍ​ຈະ​ເຮັດ​ໃຫ້​ຄວາມ​ໝາຍ​ຂອງ​ຄຳ​ດັ່ງ​ກ່າວ​ປ່ຽນ​ໄປ ອາດ​ຈະ​ຫລາຍ​ ຫລື​ ນ້ອຍແລ້ວ​ແຕ່​ຄຳ​ສັບ​ນັ້ນໆ​ເຊິງ​ໃນ​ນັ້ນ​ອາດ​ຈະ​ຂື້ນ​ກັບ​ຕົວ​ອັກ​ສອນ​ແດ່​ເພາະ​ອັກ​ສອນ​ບາງ​ຕົວ​ກໍ​ບໍ່​ສາ​ມາດ​ປ່ຽນ​ສຽງ​ໄດ້​ຈາກ​ການ​ໃສ່​ວັນ​ນະ​ຍຸດ​ໃຫ້​ມັນ.

ບົດ​ນີ້​ຈະ​ຍົກ​ເອົາ​ຄຳ​ວ່າ ວຸ່ນ ແລະ ວຸ້ນ ມາ​ອະ​ທິ​ບາຍ, ເຊິງ​ສອງ​ຄຳ​ນີ້ອ່ານ​ອອກ​ສຽງ​ທີ່​ໃກ້​ຄຽງ​ກັນແຕ່ວັນນະຍຸດຕ່າງກັນ ແຕ່ຄົນຕ່າງຊາດກໍ່ຍັງຈຳແນກສຽງອອກຍາກຢູ່ດີ ເພາະພາສາ ສາກົນບໍ່ມີວັນນະຍຸດສ່ວນຫຼາຍຈະອ່ານອອກສຽງກາງທີ່ບໍ່ມີສຽງ ເອກ-ໂທ ຄືພາສາລາວ ກັບ ພາສາໄທ. ແຕ່ໃນນີ້ຈະຕ້ອງເນັ້ນໜັກໃນການອອກສຽງ ຄໍາວ່າ: ວຸ່ນ ແລະ ວຸ້ນ ມັນມີຄວາມໝາຍໄປຄົນລະຢ່າງກັນ ແລະ ແຕ່ລະຄໍາກໍ່ມີຄວາມໝາຍໄປອີກຫຼາຍຢ່າງ.

SA Game
DooDiDo

ຄຳ​ວ່າ ວຸ່ນ.

ມີ​ຄວາມ​ໝາຍ​ວ່າ ຄວາມ​ສັບ​ສົນ, ບໍ່​ສະ​ຫ​ງົບ, ສົນ​ລະ​ວົນ, ຄວາມ​ໂກ​ລາ​ຫົນ, ສະ​ພາບ​ຫຍຸ້ງ​ເຫຍີງ, ຄວາມ​ວຸ່ນ​ວາຍອົນ​ອ​ວາຍຕ່າງໆ.

ຕົວ​ຢ່າງ:

  • ໂອຍ​ເດັກ​ນ້ອຍ​ກຸ່ມ​ນີ້​ຄື​ມາ​ວຸ່ນ​ວາຍ​ແທ້​ເດ​ນໍ
  • ​ຈັງ​ແມ່ນ​ອຸກ​ໃຈ​ແຕ່​ລະ​ມື້​ມີ​ແຕ່​ແນວ​ມາ​ໃຫ້​ຄິດ​ວຸ່ນ​ວາຍ​ສະ​ໝອງ.

ຄຳ​ວ່າ ວຸ້ນ.

ມີ​ຄວາມ​ໝາຍ​ວ່າ ເປັນ​ຂອງ​ຂຸ້ນໆ, ບໍ່​ເປັນ​ນ້ຳ​ແຕ່​ເປັນ​ຂອງ​ເຫລວໆ ຫລື ໝາຍ​ເຖິງຂອງ​ຫວານ​ຊະ​ນິດ​ໜຶ່ງ​ທີ່​ເຮັດ​ຈາກ​ແປ້ງ​ມັນ​ຕົ້ນ ຫລື ແປ້ງ​ອື່ນໆ ທີ່​ຕົ້ມ​ກັບ​ກະ​ທິ​ໝາກ​ພ້າວ​ເປັນ​ແຜ່ນ​ແຂ້ນ​ຄື​ເຂົ້າ​ປາດ​ແຕ່​ມີ​ລັກ​ສະ​ນ​ະ​ໃສ, ວຸ້ນ​ໝາກ​ພ້າວ, ວຸ້ນ​ກະ​ທິ, ວຸ້ນ​ໃນ​ລຳ​ໄມ້​ໄຜ່​ເປັນ​ຕົ້ນ.

ຕົວ​ຢ່າງ:

  • ​ຂອງ​ຫວານ​ມື້​ນີ້​ມີ​ວຸ້ນ​ໝາກ​ພ້າວ​ເດີ.
  • ມາ​ເດີ​ທາງ​ຮ້ານ​ເຮົາ​ມີ​ເບຍ​ວຸ້ນ.
  • ແກງ​ຕີນ​ໝູ​ແຊ​ຕູ້​ເຢັນ​ດົນ​ຫລາຍ​ກາຍ​ເປັນ​ວຸ້ນ.

ສະ​ຫ​ລຸບ.

ຄຳ​ວ່າ ວຸ່ນ ມີ​ຄວາມ​ໝາຍ​ວ່າ ຄວາມ​ສັບ​ສົນ, ບໍ່​ສະ​ຫ​ງົບ, ສົນ​ລະ​ວົນ, ຄວາມ​ໂກ​ລາ​ຫົນ, ສະ​ພາບ​ຫຍຸ້ງ​ເຫຍີງ, ຄວາມ​ວຸ່ນ​ວາຍອົນ​ອ​ວາຍຕ່າງໆ, ສ່ວນ ​ວຸ້ນ ມີ​ຄວາມ​ໝາຍ​ວ່າ ເປັນ​ຂອງ​ຂຸ້ນໆ, ບໍ່​ເປັນ​ນ້ຳ​ແຕ່​ເປັນ​ຂອງ​ເຫລວໆ ຫລື ໝາຍ​ເຖິງຂອງ​ຫວານ​ຊະ​ນິດ​ໜຶ່ງ​ທີ່​ເຮັດ​ຈາກ​ແປ້ງ​ມັນ​ຕົ້ນ ຫລື ແປ້ງ​ອື່ນໆ ທີ່​ຕົ້ມ​ກັບ​ກະ​ທິ​ໝາກ​ພ້າວ​ເປັນ​ແຜ່ນ​ແຂ້ນ​ຄື​ເຂົ້າ​ປາດ​ແຕ່​ມີ​ລັກ​ສະ​ນ​ະ​ໃສ, ວຸ້ນ​ໝາກ​ພ້າວ, ວຸ້ນ​ກະ​ທິ, ວຸ້ນ​ໃນ​ລຳ​ໄມ້​ໄຜ່​ເປັນ​ຕົ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo