ມາຮູ້ຈັກຄວາມໝາຍຂອງຄຳວ່າ “ສິນ” ໃນ​ພາ​ສາ​ລາວ.

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ໝາຍ​ຂອງ​ຄຳ​ວ່າ ສິນ ໃນ​ພາ​ສາ​ລາວ.

​ຫລາຍໆ​ທ່ານ​ຄົງ​ເຄີຍ​ໄດ້​ຍິນ​ມາ​ຢູ່​ແລ້ວ, ບໍ່​ວ່າ​ຈະ​ເປັນ​ທາງ ສ​ປ​ປ ລາວ ແລະ ທາງ​ປະ​ເທດ​ໄທເຮົາ ທີ່​ມີ​ຄວາມ​ຄ້າຍ​ຄື​ກັນ​ໃນ​ດ້ານ​ພາ​ສາ ແລະ ຄຳ​ເວົ້າ, ​ໂດຍ​ສະ​ເພາະ​ແມ່ນ​ເຮົາ​ມີ​ທັງ​ວັດ​ທະ​ນາ​ທຳຄຳ​ສັບທີ່​ຄ້າຍ​ຄື​ກັນ  ແລະ ສາ​ສະ​ໜາ ພຸດ ແລະ ອື່ນໆ.

ເຊິງ​ຄຳ​ວ່າ​ສິນ​ເປັນ​ຄຳ​ທີ​ໃຊ້​ຫລາຍ​ໂດຍ​ສະ​ເພາະ​ແມ່ນ​ທາງ​ດ້ານ​ຮີດ​ຄອງ​ປະ​ເພ​ນີ​ທາງ​ດ້ານ​ສາດ​ສະ​ໜາ​ທີ​ໃຊ້​ເປັນ​ທຳ​ມະ​ເຂົ້າ​ໃນ​ການ​ຄວບ​ຄຸມ​ລະ​ງັບ​ອາ​ລົມ​ເພື່ອ​ໃຫ້​ຈະ​ເລີນ​ສະ​ຕິ​ປັນ​ຍາ​ຂອງ​ຄົນ​ລາວ​ເຮົາ​ ແລະ ໄດ້​ປະ​ຕິ​ບັດ​ສືບ​ຖອ​ດ​ກັນ​ມາ​ແຕ່​ດົນ​ນານ ແລະ ຄິດ​ວ່າ​ໃນ​ທ​ົວ​ປະ​ເທດ​ລາວ​ສ່ວນ​ຫລາຍ​ລ້ວນ​ແລ້ວ​ແຕ່​ເຄີຍ​ໄປ​ເຮັດ​ບູນ​ເຮັດ​ສິນ​ກັນ​ເກືອບ​ທັງ​ໝົດ.

SA Game
DooDiDo

ຄຳ​ວ່າ ສິນ ມີ​ຫລາຍ​ຄວາມ​ໝາຍ.

  1. ສິນ: ໝາຍ ເຖິງສົມບັດທາງວັດຖຸ ເງິນ; ຄໍາ ຂອງໃຊ້ທີ່ມີຄ່າ ເປັນສິນຄ້າ ທີ່ສາມາດແລກປ່ຽນຊື້ຂາຍຕາມທ້ອງຕະຫຼາດ ແລະ ສະຖານທີ່ທົ່ວໄປ; ສິນສາມາດແປໄດ້ຫຼາຍຄວາມໝາຍຂຶ້ນກັບຄໍາເວົ້າທີ່ຈະເອົາມາປະສົມໃສ່ທາງໜ້າຫຼືທາງຫຼັງຂອງຄໍາວ່າ ສິນ ເຊັ່ນຄໍາວ່າ: ສິນສົມສ້າງ ໝາຍເຖິງສັບສິນທີ່ຜົວເມຍຫາມາໄດ້ຫຼັງແຕ່ງງານທີ່ສະສົມຮ່ວມກັນມາ; ສິນສອດແມ່ນເງິນຄ່າດອງທີ່ຜູ້ຊາຍມາມອບໃຫ້ຝ່າຍຍິງກ່ອນ ຫຼື ຫຼັງການແຕ່ງດອງ; ສິນບົນ ແມ່ນເງິນວ່າຈ້າງຜູ້ອື່ນທໍາຜົນປະໂຫຍດໃຫ້ຕົນໂດຍບໍ່ຖືກຕ້ອງຕາມກົດໝາຍ; ສິນເຊື່ອ ໝາຍເຖິງການປ່ອຍເງິນໃຫ້ຜູ້ອື່ນກູ້ຢືມທີ່ມີດອກເບ້ຍ ມີລະບົບ ໃນການກູ້ຢືມຈະຕ້ອງມີສັນຍາທີ່ຜ່ານໄປຕາມຂະບວນການຍຸຕິທໍາ.
  2. ສິນ: ແມ່ນຂໍ້ປະຕິບັດຕາມຄໍາສອນຂອງຊາດສະໜາທີ່ຕົນນັບຖື ເພື່ອຝຶກແອບຈິດໃຈ ແລະ ຮ່າງກາຍໃຫ້ມີສໍາມະທິ ຫຼື ສະຕິໃນການໃຊ້ຊີວິດ ໃຫ້ມີສິນລະທໍາເຊັ່ນ: ສິນຫ້າຄືຫຼັກການປະຕິບັດ 5 ຢ່າງສໍາລັບຄົນທໍາມະດາທົ່ວໄປເພື່ອຢູ່ແບບສະຫງົບສຸກບໍ່ບຽດບຽນໃຜຄື: ບໍ່ລັກ; ບໍ່ຕົວະ; ບໍ່ຂ້າ; ບໍ່ເສບສິ່ງມືນເມົາ ແລະ ບໍ່ລ່ວງເກີນທາງປະເວນີກັບຍິງອື່ນ, ດັ່ງນັ້ນ;ຈຶ່ງມີວັນສິນ ວັນພຣະ ໃຫ້ເຮົາປະຕິບັດມາຈົນເທົ່າທຸກມື້ນີ້.
  3. ສິນ: ໝາຍເຖິງ ວາດ;ແບບ;ຄວາມຮູ້; ແບບແຜນອັນດີງາມ ໃຊ້ປະສົມກັບຄໍາອື່ນເຊັ່ນ: ວາຕະສິນ ໝາຍເຖິງການຟ້ອນງາມ; ວາທະສິນ ໝາຍເຖິງການ ເວົ້າຈາມ່ວນຫູ; ວິຈິດສິນ ໝາຍເຖິງການສະແດງອອກໃນດ້ານຄຸນນະພາບຂອງຄວາມງາມຫຼາຍກວ່າປະໂຫຍດໃຊ້ສອຍເຊັ່ນ: ການຄວັດເຈາະທີ່ມີລວດລາຍງົດງາມ; ແຕ້ມຮູບງາມ; ການປັ້ນງາມ…

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo