ມາຮູ້ຈັກກັບ ຜາທໍ່ໜໍ່ຄໍາ ບ້ານນາຖົ່ວ ເມືອງເຟືອງ ແຂວງວຽງຈັນ

SA Game

PhuphaMedia.com

ປະ​ຫວັດ​ຂອງ ສາມໝື່ນ ເມືອງເຟືອງຜາທໍ່ໜໍ່ຄໍາ ແຂວງວຽງຈັນ

ຜາທໍ່ໜໍ່ຄໍາ ຕັ້ງຢູ່ບ້ານນາຖົ່ວ ເມືອງເຟືອງ ແຂວງວຽງຈັນ ຫ່າງຈາກເທດສະບານເມືອງ 3.5 Km ເປັນຜາທີ່ມີປະຫວັດມາດົນນານຕັ້ງແຕ່ດຶກດຳບັນ ເມືອງເອີ່ຍເຖິງເມືອງເຟືອງກໍ່ຈະໄດ້ຍິນຄຳວ່າ :

ຜາທໍ່ໜໍ່ຄຳ ແລະ ສາມໝື່ນ-ຕູບເຟືອງ ( ສາມໝື່ນເມືອງເຟືອງ), ລັກສະນະຂອງຜາທໍ່ໜໍ່ຄຳ ເປັນຜາຕິດກັນ ຜູ້ເຖົ້າແຖວນັ້ນເວົ້າວ່າ ຄົນມີບຸນເທົ່ານັ້ນຈຶ່ງຈະເຫັນແສງເຫລື້ອມ ຂອງຄຳໃນເວລາແສງແດງສ່ອງໃສ່ຜາທໍ້ ຈະສະທ້ອນອອກມາໃຫ້ເຫັນ ໃຜຈະແມ່ນຄົນມາບຸນ ກໍ່ຕ້ອງໄປເບິ່ງເອົາເອງວ່າແມ່ນຄຳເວົ້າທີ່ຖືກຕ້ອງແທ້ບໍ່ ? .

ປະ​ຫວັດ​ຂອງຄຳທີ່ວ່າ ສາມໝື່ນ ເມືອງເຟືອງ ເປັນເມືອງໜື່ງທີ່ຂື້ນກັບ ແຂວງວຽງຈັນ ມີປະຫວັດທີ່ເລົ່າສຶບມາກັນວ່າ: ສາມໝື່ນຕູບເຟືອງ ທີ່ມາຂອງສາມໝື່ນ ເມືອງເຟືອງມີຄື : ໃນສະໄໝບູຮານຂົງເຂດນີ້ແມ່ນ ໄດ້ມີສຽງບໍ່ລືຂອງຄົນ ແຕ່ເໜືອຮອດໃຕ້ ເວົ້າວ່າ: ຜາທໍ່ໜໍ່ຄຳ ໃນຄາວນັ້ນບໍ່ມີໃຜຮູ້ວ່າ ຜາທໍ່ໜໍ່ຄຳ ຕັ້ງຢູ່ໃສ່ ? ບັງເອີນມີກຸ່ມຄົນຈຳນວນຫຼວງຫຼາຍເດີນທາງມາຊອກຄົ້ນຫາ ຜາທໍ່ໜໍ່ຄຳ ວ່າຕັ້ງຢູ່ແຫ່ງຫົນໃດແທ້ ການເດີນທາງແມ່່ນກຳນົດເອົາສາຍນ້ຳເປັນຫຼັກ, ເປັນແລວທາງບອກທິດໃນການຊອກຫາ

SA Game
PhuphaMedia.com
ຜ້ຄົນແມ່ນເລາະລ່ອງຂື້ນມາ ຕາມສາຍແມ່ນ້ຳຂອງ ຕໍ່ໃສ່ສາຍນ້ຳງື່ມ-ນ້ຳລີກ, ເມື່ອຂະບວນເດີນທາງຮອດປາກນ້ຳບ່ອນໃດ ກໍ່ມີການພັກຜ່ອນດູມໍ, ສ່ຽງດູໄປພ້ອມ ແຕ່ລະບ່ອນຜ່ານມາເຫັນວ່າບໍ່ທັນມີບ່ອນໃດຖືກຕ້ອງຕາມຄວາມເຊື່ອເທື່ອ, ຈິ່ງສ່ຽງອີກເລີຍຈັບຕົງໄດ້, ເມື່ອມີການຈັບຕົງໄດ້ແລ້ວ ທັງໝົດແມ່ນເລາະຕາມນ້ຳຕົງ ນີ້ຂື້ນໄປຕ້ອງພົບ ຜາທໍ່ໜໍ່ຄຳ ຢ່າງແນ່ນອນ. ຂະບວນກໍ່ສືບຕໍ່ເຄື່ອນຍ້າຍ ບໍ່ພໍເທົ່າໃດກໍ່ພົບ ຜາທໍ່ໜໍ່ຄຳ ແທ້ຈິງ, ເມື່ອພົບແລ້ວກໍ່ພາກັນພັກຜ່ອນຢູ່ຕີນຜາ ຢູ່ເປັນກຸ່ມເປັນກອງຫຼາຍໆກຸ່ມ, ຊື່ງບ່ອນນັ້ນໄດ້ເອີ້ນວ່າ ຫາດຫີນກ້ອນ ຍ້ອນຄົນມາພັກເຊົາຢູ່ ເປັນຫຼາຍກຸ່ມຫຼາຍກອງ.
ຈາກນັ້ນ, ຫົວໜ້າຂະບວນການໄດ້ຊີ້ນຳວາງແຜນປຸກຕູບ ເພື່ອເປັນບ່ອນພັກພາອາໄສຢູ່ບໍລິເວນນັ້ນ ເປັນຈຳນວນ ສາມໝື່ນຕູບເຟືອງ ເພາະເອົາເຟືອງມາມຸງ ແຕ່ຈຳນວນຄົນແມ່ນບໍ່ຮູ້ວ່າມີນ້ອຍຫລາຍປານໃດ ແຕ່ບໍລິເວນແຫ່ງນີ້ ພັດມີ 3 ຜາຄ້າຍຄືກ້ອນເສົ້າ, ຕອນນັ້ນບໍ່ທັນຮູ້ວ່າໃສ່ຊື່ຜາ ແຕ່ລະໜ່ວຍແນວໃດ, ບັງເອີນ ມີນົກອິນຊີໃຫຍ່ໂຕໜື່ງ ບິນມາຈັບຜາໜ່ວຍທຳອິດເຮັດໃຫ້ ໜ່ວຍຜາເດື່ອງໄປເດື່ອງມາຄືຊິລົ້ມ ເລີຍໃສ່ຊື່ຜາໜ່ວຍທຳອິດວ່າຜາເດື່ອງ , ແຕ່ດຽວນີ້ເອີ້ນວ່າ : ຜາເລືອງ , ນົກອິນຊີບິນ ໄປຈັບຜາໜ່ວຍທີສອງ ໜັ້ນຕື້ງບໍ່ເໜັງບໍ່ສະເທືອນຫຍັງເລີຍ ຈຶ່ງພາກັນເອີ້ນວ່າ : ຜາຕື້ງ ເວລານົກອິນຊີໂຕນັ້ນ ບິນຈັບຜາຕື້ງຫາງກ່າຍຜາເລືອງ, ຈາກນັ້ນກໍ່ບິນມາຈັບຜາໜ່ວຍທີສາມ ຄືືວ່າທໍ່ໆກັນກັບຜາຕື້ງ ຈື່ງເອີ້ນວ່ າ: ຜາທໍ່ໜໍ່ຄຳ ເພາະວ່າມີສິ່ງປະຫຼາດຄ້າຍຄືກັບຄຳ ເປັນ 2 ໜໍ່ ມາໃຫ້ເຫັນຈົນຮອດມື້ນີ້.
ໃນໄລຍະທີ່ນົກອິນຊີບິນມາຈັບຜາແຕ່ລະໜ່ວຍນັ້ນ ໄດ້ສົ່ງສຽງຮ້ອງເປັນຕາອອນຊອນ ຟັງແລ້ວມ່ວນເບື່ອ ຫົວໜ້າຊຸມຊົນໃນຕອນນັ້ນ ຈື່ງມີຄຳເຫັນວ່າ ພວກເຮົາທຸກຄົນຄວນສ້າງສິ່ງໃດສິ່ງໜື່ງໄວ້ ເພື່ອເປັນສັນຍາລັກແທນໃຫ້ຄ້າຍຄືກັບສຽງນົກອິນຊີຕົວນັ້ນ ໄວ້ໃຫ້ລຸ້ນລູກລຸ້ນຫຼານໄດ້ອະນຸລັກຕໍ່ໄປພາຍໜ້າ, ຜູ້ທີ່ມີຫົວຄິດກໍ່ໄດ້ເຮັດເປັນປີ່, ເປັນຂຸ່ຍ, ກະຈັບປີ່ ແລະ ອື່ນໆນຳມາເປົ່າ, ເມື່ອມາເປົ່າກໍ່ບໍ່ມີສຽງຫຍັງຄ້າຍຄື, ອີກຜູ້ໜື່ງຈື່ງຄິດເຮັດແຄນຂື້ນມາ ເມື່ອນຳມາເປົ່າທຽບກັບສຽງນົກອິນຊີຮ້ອງ ເມື່ອຫຼາຍຄົນໄດ້ຟັງກໍ່ເວົ້າເປັນສຽງດຽວກັນວ່າ ອັນນີ້ແຄນ ຄ້າຍຄືສຽງນົກອິນຊີຮ້ອງຈື່ງໃສ່ຊື່ວ່າ ແຄນ ຈົນມາເຖິງປະຈຸບັນນີ້.
ເມື່ອຜູ້ຄົນມາພົບຜາທໍ່ໜໍ່ຄຳແລ້ວ ຜູ້ຄົນທັງຫລາຍກໍ່ມາປອງເອົາໜໍ່ຄຳ ມື້ນັບຫຼາຍຂື້ນ ມາທົ່ວສາລະທິດ ຕອນທຳອິດໜໍ່ຄຳແມ່ນຢູ່ລຸ່ມ, ມີພໍ່ເຖົ້າຜູ້ໜື່ງໄປອະທິຖານສັນຍາວ່າ ຈະເປັນຜູ້ບົວຜັດສີປົກປັກຮັກສາໜໍ່ຄຳໃຫ້ເຫຼືອງງາມ ຢູ່ຕະຫຼອດເວລາ, ແຕ່ລະເຊົ້າ ແລະ ແລງ ໄດ້ເອົາຫີນຊາມາຜັດຖູໜໍ່ຄຳ ເຮັດໃຫ້ຄຳນັ້ນຂຸລົ່ນອອກ ເທື່ອລະນ້ອຍ, ຍ້ອນຄວາມສັກສິດຂອງເຈົ້າພໍ່ ຜາທໍ່ໜໍ່ຄຳ ໃນປາງນັ້ນໜໍ່ຄຳໄດ້ຫາຍຕົວ, ຢູ່ຕໍ່ມາ ຈິ່ງໄດ້ເຫັນໜໍ່ຄຳພົ້ນຂື້ນຈອມຜາ ເຮັດໃຫ້ຄົນຂື້ນໄປບົວລະບັດຜັດສີ ຄືຜ່ານມາບໍ່ໄດ້.
SA Game
PhuphaMedia.com
ຫົວຫນ້າກຸ່ມຫລາຍກ້ອນທີ່ມາກໍ່ຕັ້ງໃຈ ຫວັງມາເອົາໜໍ່ຄຳໃຫ້ມັນໄດ້ ກໍ່ມີການວາງແຜນ ໃຫ້ສະມາຊິກທັງໝົດອອກແຮງຕັດໄມ້ໄຜ່ ເພື່ອສ້າງເປັນຂັ້ນໄດດົ່ງໄປຫາໜໍ່ຄຳ, ຈຸດທີ່ຕັ້ງຂັ້ນໄດ ໄປຫາໜໍ່ຄຳແມ່ນທົ່ງນາດົ່ງ ໃກ້ກັບບ້ານດອນ, ທຸກຄົນໄດ້ມີຄວາມສາມັກຄີກັນອອກແຮງ ຕັດໄມ້ໄຜ່ໃຫ້ໄດ້ຫຼາຍເຮັດຂັ້ນໄດໃຫ້ສຳເລັດ ເພື່ອຈຸດປະສົງເພື່ອເອົາໜໍ່ຄຳໃຫ້ໄດ້ ເພາະໜໍ່ຄຳເປັນຊັບສົມບັດອັນລ້ຳຄ່າ, ຫຼາຍມື້ຫຼາຍເດືອນຕໍ່ມາ ຂັ້ນໄດທີ່ສ້າງຂື້ນດົ່ງໄປຫາໜໍ່ຄຳເກືອບສຳເລັດ ເລີຍຄ່ຳກ່ອນ, ຫົວໜ້າຂະບວນເວົ້າຂື້ນວ່າ: ມື້ນີ້ພວກເຮົາພັກຜ່ອນກ່ອນ, ມື້ອື່ນເຊົ້າຈິ່ງພ້ອມກັນຂື້ນມາປັນເອົາໜໍ່ຄຳ, ຍ້ອນຜູ້ຄົນທີ່ມານີ້ແມ່ນມີແນວຄິດບໍ່ຄືກັນ ບາງຄົນມີແນວຄິດໂລບມາກ ໂລພາ ຢາກໄດ້ຫລາຍທີ່ສຸດ, ເມື່ອຕື່ນເຊົ້າມາຟ້າບໍ່ທັນແຈ້ງຄັກ ຕ່່າງຄົນຕ່າງຍາດຊິງກັນຂື້ນ ຢ້ານບໍ່ໄດ້ໜໍ່ຄຳນຳໝູ່ ເຮັດໃຫ້ຂັ້ນໄດ ຮັບນ້ຳໜັກບໍ່ລ້ອນ ໄມ້ໄຜ່ທີ່ນຳມາເຮັດຂັ້ນໄດນັ້ນຫຼາຍເດືອນມັນກໍ່ໂດກ, ເຄືອຫວາຍ ແລະ ເສັ້ນຕອກທີ່ເອົາມາມັດຂັ້ນໄດ ກໍ່ຂາດແລະຮັບນ້ຳໜັກບໍ່ໄດ້ ຈຶ່ງເກີດມີສິ່ງບໍ່ຄາດຄິດຄື: ຂອດຕອກ ເກີດເປັນຂີ້ເຂັບ, ແມງງອດ, ເປັນງູໄລ່ຕອດຄົນ, ຂັ້ນໄດໄດ້ຫັກລົງມາຍ້ອນຝູງຄົນຈັບພ້າໄລ່ຟັນແມງໄມ້ ຈຳນວນຄົນທີ່ຂື້ນຂັ້ນໄດໄດ້ຕົກລົງມາ, ແລ້ວມີຝົນຕົກ ເກີດມີນ້ຳຖ້ວມບໍລິເວນນັ້ນຈົນພັດເອົາຄົນຈຳນວນຫຼວງຫຼາຍ ໄຫຼໜີ ຍັງເຫຼືອແຕ່ສອງຄົນແມ່ໝາຍ ທີ່ບໍ່ໄດ້ຂື້ນຂັ້ນໄດຈິ່ງບໍ່ຕາຍ ຕໍ່ມາກໍ່ໄດ້ເປັນຜູ້ບຳເພັນກຸສົນ ກໍ່ທາດກວມກະດູກຈຳນວນໜື່ງໄວ້ແຄມນ້ຳຕົງ ( ໃກ້ກັບດິນສວນຂອງ ພໍ່ເຖົ້າສິວິໄລ ຈັນໂທ) ທຸກມື້ນີ້ຍັງມີຮອງຮອຍໃຫ້ເຫັນຢູ່ບ່ອນດັ່ງກ່າວນີ້.
ທີ່ມາຂອງຊື່ບ້ານໃນແຖວນີ້ ແມ່ນມີປະຫວັດກ່ຽວຂອງກັບ ຜາທໍ່ໜໍ່ຄຳ ເຊັ່ນ :
– ບ້ານນາທົ່ວແມ່ນຈຳນວນຄົນຕົກຢູ່ບໍລິເວນ ນັ້ນຈົນທົ່ວ,
– ບ້ານນາແຍງ ແມ່ນບ່ອນນັ່ງຊົມນັ່ງແຍງ ໜໍ່ຄຳທັງເຊົ້າຈົນແລງ,
– ບ້ານທ່າແມ່ນມີທ່ານ້ຳ ແລະ ເປັນບ່ອນນັດໝາຍ ເຕົ້າໂຮມລໍຖ້າກັນ,
– ບ້ານດອນ ແມ່ນເປັນດອນໜື່ງຂອງຈຸດເລີ່ມຕົ້ນຂອງການສ້າງຂັ້ນໄດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: PhuphaMedia.com