ມາ​ຮູ້​ຈັກກັບ “ຜາຖີ່” ແຫຼ່ງທ່ອງທ່ຽວທາງປະຫວັດສາດທີ່ໜ້າທ່ຽວຊົມ

ຄົນມັກທ່ຽວ

“ຜາຖີ່” ແຫລ່ງ​ທ່ອງ​ທ່ຽວອີກແຫ່ງ​ໜຶ່ງ​ທີ່​ມີ​ປະ​ຫວັດ​ສາດ​ທີ​ໜ້າ​ສົນ​ໃຈ ແລະ ສວຍ​ງາມ

​ຖ້າ​ຈະ​ເວົ້າ​ເຖິງ​ທີ່​ໄປ​ທີ​ມາ​ຂອງ “ຜາຖີ່” ຫຼື Lima Site 85 ອາດີດເຣດ້າຕາທິບຂອງຖານທັບລັບ USA ໃນລາວ ແຫຼ່ງທ່ອງທ່ຽວທາງປະຫວັດສາດທີ່ໜ້າທ່ຽວຊົມ ແລະ ສຶກສາຮຽນຮູ້, ພູຜາຖີ່ ( Phou Pha Thi ) ຕັ້ງຢູ່ ບ້ານຫ້ວຍມ້າ ເມືອງຊໍາເໜືອ ແຂວງຫົວພັນ ຫ່າງຈາກເທດສະບານແຂວງຫົວພັນ 68 ກິ​ໂລ​ແມັດ, ໃນຊ່ວງສົງຄາມຫວຽດນາມ ແລະ ສົງຄາມລັບໃນລາວ “ຜາຖີ່” ເປັນທີ່ຕັ້ງຖານທັບລັບຂອງສະຫະລັດອາເມລິກາ ເຊິ່ງຮູ້ຈັກກັນໃນຊື່ລະຫັດ ລີມາ 85 ຫຼື LS-85 ( L = Lima = Laos; S=Site )

ຜາຖີ່ ມີຄວາມສູງປະມານ 1,786 ແມັດ ດ້ວຍຄວາມສູງຊັນຈຶ່ງຕ້ອງໃຊ້ຍົນເຮລີຄ໋ອບເຕີເທົ່ານັ້ນ ສໍາລັບລໍາລຽງອາວຸດຍຸດໂທປະກອນຕ່າງໆ ຂຶ້ນໄປຕິດຕັ້ງປະຈໍາການຢູ່ເທິງຜາຖີ່ ທີ່ມີລັກສະນະເປັນຜາສູງຊັນ, ມີກ້ອນຫີນຂະໜາດໃຫຍ່ປຽບດັ່ງປ້ອມປາການປ້ອງກັນທີ່ແຂງແກ່ນທີ່ມີຄວາມຍາວປະມານ 8 ກິໂລແມັດນອນໃນເຂດປ່າສະຫງວນນ້ຳແອດພູເລີຍ ດ້ານຕາເວັນຕົກເປັນຫນ້າຜາສູງຊັນເກືອບ 90 ອົງສາ,

SA Game
ຄົນມັກທ່ຽວ

ສ່ວນທິດຕາເວັນ ອອກເປັນທົ່ງພຽງ ແຕ່ກໍ່ບໍ່ສາມາດຂຶ້ນໄປໄດ້, ເຣດ້າມີຄວາມສູງປະມານ 210 ແມັດ ( ເບິ່ງຈາກໜ້າຜາ ) Lima Site 85 ເປັນເຕັກໂນໂລຊີທີ່ລ້ຳສະໄໝທີ່ສຸດໃນເວລານັ້ນ ເນື່ອງຈາກສາມາດລະບຸພິກັດໄດ້ຢ່າງທ່ຽງຕົງແມ້ນຢຳ ໃນການບັນຊາການໂຈມຕີຝ່າຍກົງກັນຂ້າມທາງອາກາດ ເຄື່ອງມືນີ້ມີຊື່ເອີ້ນຢ່າງເປັນທາງການວ່າ TACAN (Tactical Air Control And Navigation) ແລະ ດ້ວຍຄວາມສຳຄັນທາງທີ່ຕັ້ງຍຸດທະສາດທາງການທະຫານທີ່ສຳຄັນສຸດຍອດນີ້ຈິ່ງເຮັດໃຫ້ ຜາຖີ່ ເປັນສະໝໍລະພູມສູ້ຮົບອັນດຸເດືອດທັງພາກພື້ນດີນ ແລະ ທາງອາກາດລະຫວ່າງກອງກຳລັງທັງ 2 ຝ່າຍ ໃນທີ່ສຸດມາຮອດວັນທີ 10-11/03/1968 ກໍາລັງປະຕິວັດລາວໄດ້ປີນຂື້ນຜາຖີ່ ທີ່ມີຄວາມສູງຊັນ 90 ອົງສາ ໄດ້ຢ່າງໜ້າອັດສະຈັນ ແລະ ໄດ້ຂຶ້ນໄປດັບສູນສັດຕູ, ທໍາລາຍຖານເຣດ້າ ແລະ ຄື້ນວິທະຍຸສື່ສານອັນສຳຄັນຂອງສັດຕູໄດ້ ແລະ ສາມາດຍືດເອົາ ຜາຖີ່ ໄດ້ໃນທີ່ສຸດ ອັນເປັນໄຊຊະນະທີ່ອົງອາດກ້າຫານ, ຍິ່ງໃຫຍ່, ດຸເດືອດທີ່ສຸດ ແລະ ເປັນບັ້ນຮົບທີ່ປະເທດຊາດຕ້ອງຈາລຶກໄວ້ໃນປະຫວັດສາດຊາດລາວຕະຫຼອດໄປ. ຜາທີ່ຖືກປົດປ່ອຍສົມບູນໃນວັນທີ 13/06/1968 ແລະ ມາຮອດປີ 2018 ພັກ ແລະ ລັດຖະບານລາວໄດ້ຈັດພິທີສະເຫຼີມສະຫຼອງ ວັນປົດປ່ອຍຜາຖີ່ ຄົບຮອບ 50 ປີ ແລະ ພັດທະນາພື້ນຖານໂຄ່ງລ່າງເຊັ່ນ:

ສ້າງເສັ້ນທາງປູຢາງ, ສ້າງຂັ້ນໄດເຫຼັກທີ່ມີຫຼາຍກວ່າ 1000 ຂັ້ນຂື້ນສູ່ຍອດ ຜາຖີ່ ເພື່ອເຮັດໃຫ້ ຜາຖີ່ ກາຍເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ທີ່ທຸກໆທ່ານສາມາດເດີນທາງມາສຳພັດ ແລະ ທ່ຽວຊົມໄດ້. ເສັ້ນທາງເຂົ້າເຖິງເປັນທາງປູຢາງສະດວກດີ ແລະ ມີໄລຍະທາງດີນແດງອັດແໜ້ນໄລຍະສັ້ນໆ ກ່ອນຂະຮອດຕີນຜາ ມີບ່ອນຈອດລົດ ມີຫ້ອງນ້ຳ ມີກຳລັງປ້ອງກັນຊາດປະຈຳການ ແລະ ອຳນວຍຄວາມສະດວກແກ່ນັກທ່ອງທ່ຽວ.

SA Game
ຄົນມັກທ່ຽວ

ສະໄໝກ່ອນ ຜາຖີ່ ເປັນສະຖານທີ່ສັກສິດຂອງຊົນເຜົ່າຂະມຸ, ມົ້ງ ແລະ ດາວ ເຊິ່ງເຊື່ອກັນຕາມຕຳນານວ່າ ພູຜາຖີ່ ເປັນຜາຫີນປູນມີຮູບຮ່າງແປກປະຫຼາດ ເປັນ່າດົງຕືບໜາ ເຊິ່ງເຊື່ອກັນວ່າເປັນບ່ອນອາໄສຂອງພວກຜີ, ປີສາດ ທີ່ມີຄວາມເຊື່ອມໂຍງທາງຄວາມເຊື່ອ ແລະ ສາດສະໜາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຄົນມັກທ່ຽວ