ມາຮູ້ຈັກກັບຕໍານານ ໂຮງນາງສີດາ ຜາສາດຫີນວັດພູຈໍາປາສັກ

SA Game

Sourioudong Sundara

ໂຮງນາສີດາ ຕຳນານນິທານເລົ່າຂານທີ່ຜາສາດຫີນວັດພູຈຳປາສັກ

ສະຖານທີ່ບູຮານສະຖານທີ່ໃກ້ຄຽງກັບຜາສາດຫີນວັດພູແຂວງຈຳປາສັກ, ຍັງມີອີກສອງສະຖານບູຮານທີ່ໜ້າສົນໃຈນັ້ນຄື: ໂຮງທ້າວເຕົ່າ ຫ່າງຈາກວັດພູປະມານ 2 ກມ ແລະ ໂຮງນາງສີດາປະມານ 1 ກມ ໄປທາງທິດໃຕ້ ເຊິ່ງເປັນສະຖານບູຮານທີ່ສຳຄັນອີກແຫ່ງທີ່ນອນຢູ່ໃນເຂດ 4 ເຂດຄຸ້ມຄອງສະຖານບູຮານຂອງພື້ນທີ່ມໍລະດົກໂລກວັດພູຈຳປາສັກ.

ໂຮງນາງສີດາ ແມ່ນຊື່ຕາມນິທານເກົ່າແກ່ຂອງລາວ, ນາງສີດາ ລູກສາວພະຍາ ກຳມະທາ ຖືກນໍາມາຂັງໄວ້ໃນການປ່າໂຮງແຫ່ງນີ້ເພື່ອໃຫ້ເປັນເຫືຍຂອງຍັກທີ່ກີນມາມະນຸດໃນໄລຍະທີ່ອານາຈັກວຸ້ນວາຍໄປກັບການສູນເສຍຊີວິດຂອງມະນຸດຢູ່ນັ້ນ ນາງສີດາໄດ້ຂັນອາສາອອກໄປໃຫ້ຍັກກີນ ຕອນທີ່ຖືກຂັງຢູ່ກາງປ່າ ມີອົງຊາຍຄັດທະນາມ ຊາຍໜຸ່ມຜູ້ມີຄາຖາອາຄົມເກັ່ງກ້າໄດ້ມາຊ່ວຍຕໍ່ສູ້ປາບຍັກຈົນສໍາເລັດຜົນ  ແລະ ສາມາດຊ່ວຍໃຫ້ອົງຍິງລອດພົ້ນຈາກຄວາມຕາຍໄດ້ ສຳລັບອົງຊາຍດັ່ງກ່າວນີ້ແມ່ນຜູ້ເປັນເຊື້ອສາຍຂອງເທບພະເຈົ້າ ພະອົງເປັນໂອຣົດຂອງແມ່ນລ້ຽງ ເຈົ້າຊີວິດແຫ່ງສີສະເກດ ແລະ ມີຊ້າງວິເສດຊົງພະລັງມະຫາສານດປັນພາຫະນະຄູ່ໃຈພະອົງ

SA Game
Sourioudong Sundara

ໂຮງແຫ່ງນີ້ໄດ້ສ້າງຂື້ນລະຫວ່າງສັດຕະວັດທີ 10 ຫາຕົ້ນສັດຕະວັດທີ 11 ແຫ່ງຄສ ເຊິ່ງຕັ້ງຢູ່ໃຈກາງເມືອງ ອົງຄະປູລະ ຕົວເມືອງມີການຈັດວາງເປັນຮູບເຄິ່ງສີຫຼ່ຽມ ບໍ່ສະເໝີກັນ ແຕ່ອ້ອມຂ້າງດ້ວຍກຳແພງດີນ  ແລະ ສົ້ນແຕ່ລະເບື້ອງຕໍ່ໃສ່ເສັ້ນທາງໃຫຍ່ ບູຮານທີ່ນັ່ງຈາກວັດພູໄປຫາອັງກໍວັດ (ປະເທດກໍາປູເຈຍປັດຈຸບັນ)  ສູນກາງຕົວເມືອງນີ້ ຕາມການສະແດງອອກທາງວັດຖຸບູຮານທີ່ຖືຄົ້ນພົບສັນນີຖານວ່າສ້າງຂື້ນໃນສັດຕະວັດທີ 9  ໂດຍຢູ່ດ້ານໜ້າຂອງໂຮງເພິ່ນໄດ້ສ້າງທາງກຽມຕິຍົດທີ່ປະດັບໄປດ້ວຍຫຼັກເສົາເຮັດດ້ວຍຫີນຊາຍ ສໍາລັບໂຕໂຮງເອງປະກອບດ້ວຍຊານໜ້າທີ່ສ້າງຢອງຢູ່ເທິງເສົ້າຫີນມີປະຕູທາງເຂົ້າ (ໂກປູຣະ), ຫ້ອງໂຖ (ມັນຄະປະ) ແລະ ມີທາງຍ່າງຊົ່ວໃກ້(ອັນຕະລາຣາ) ເຂົ້າໄປຫາຫ້ອງທໍພິທີກຳ ແລະ ຢູ່ເບື້ອງໜ້າຂອງໂຮງແມ່ນຫໍສະມຸດທີ່ກໍ່ດ້ວຍດີນຈີ່ເປັນບ່ອນເກັບຮັກສາເຄື່ອງຂອງບູຊາເທບພະເຈົ້າ.

SA Game
Sourioudong Sundara

ແລະ ໂຮງນາງສີດາ, ຈຸດທີ່ຕັ້ງທີ່ໄດ້ມີການຄົ້ນພົບວັດຖຸບູຮານເກົ່າແກ່ປະເມີນຄ່າບໍ່ໄດ້ຈຳນວນ 237 ຕົວຢ່າງ​, ຖືກຝັງໄວ້ໃຕ້ດິນ ພາຍໃນຂອບມໍຣະດົກໂລກ ຜາສາດຫີນວັດພູຈໍາປະສັກ ເມືອງຈຳປາສັກ ແຂວງຈຳປາສັກ.

SA Game
Sourioudong Sundara
  • ຄະນະນັກສຳຫລວດບູຮານຄະດີປະເທດເກົາຫຼີໃຕ້ ເດີນທາງເຂົ້າມາຊ່ວຍ ສປປລາວ ບູຣະນະປະຕິສັງຂອນຜາສາດຫີນວັດພູ.
  • ໂຮງນາງສີດາ ແມ່ນໜື່ງໃນສາສະນະສະຖານຂອງສາດສະໜາຮິນດູ ທີ່ຄົ້ນພົບໃນເຂດຕັ້ງຈາກວັດພູໄປທາງທິດໃຕ້ປະມານ 01 km ແລະ ສັນນິຖານວ່າໄດ້ຮັບການກໍ່ສ້າງຂື້ນໃນລະຫວ່າງທ້າຍສະຕະວັດທີ 11 ຫາ ຕົ້ນສະຕະວັດທີ່ 12
  • ດ້ານໜ້າມີເສັ້ນທາງພິທີກໍາທີ່ປະດັບໄປດ້ວຍເສົາເສມາ ທີ່ມີການຕັ້ງລຽນຕາມສອງຂອບທາງ ແລະ ພາຍໃນໂຮງປະກອບມີຊານທີ່ຄໍ້າດ້ວຍເສົາຫີນຢູ່ທາງດ້ານໜ້າມີການເຊື່ອມຕໍ່ປະຕູທາງເຂົ້າໄປຫາຫ້ອງນ້ອຍ,ຫ້ອງໂຖງ ແລະ ຫ້ອງລະບຽງແຄບທີ່ນຳເຂົາສູ່ຫ້ອງບູຊາດ້ານໃນ
  • ສ່ວນທິດໃຕ້ມີໂຄງສ້າງເຮັດດ້ວຍດິນຈີ່ໂດຍທົ່ວໄປເອີ້ນວ່າ “ຫໍສະໝຸດ” ແລະ ສ່ວນຍອດຫຼັງຄາຖືກເພພັງລົງ ແຕ່ຍັງຄົງເຫຼືອສວນລຸ່ມທີ່ຍັງສາມາດເບີ່ງເຫັນໄດ້ຈາກການຖືກທັບຖົມດ້ວຍກອງຫີນຂະໜາດໃຫຍ່ໃນສະໄໝບູຮານ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: muan.sanook.com ແລະ ເຟສບຸກທ່ານ Sourioudong Sundara