ມາສົມທຽບສອງຄຳໃນ​ພາ​ສາ​ລາວທີ່ໃກ້ຄຽງກັນເຊັ່ນ ຫ່າ ກັບ ຮ່າ

SA Game

DooDiDo

ອະທິບາຍຄວາມໝາຍຂອງຄຳວ່າ ຫ່າ ກັບ ຮ່າ ໃນ​ພາ​ສາ​ລາວ.

ທັງສອງຄຳສັບນີ້ມີການອອກສຽງທີ່ໃກ້ຄຽງກັນທີ່ສຸດແຕ່ການຂຽນມີຄວາມແຕກຕ່າງທາງດ້ານພະຍັນຊະນະ ເພາະພະຍັນຊະນະ ແມ່ນພະຍັນຊະນະສຽງສູງ ສ່ວນ ເປັນພະຍັນຊະນະສຽງຕ່ຳ ຫ່າ ກັບ ຮ່າ ເປັນຄຳສັບທີ່ມີຄວາມໝາຍແຕກຕ່າງກັນກັນແຕ່ຫຼາຍຄົນອາດຈະສັບສົນໃນການຂຽນຜິດໆຖືກ ໆ.

ດັ່ງນັ້ນໃນບົດນີ້ຈະ ຄຳສັບຄຳວ່າ ຫ່າ ກັບ ຮ່າ ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄໍານີ້ ເຮົາຂໍນໍາເອົາຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງໄວ້​ຈ່ຳ​ນວນ​ໜຶ່ງ,ເພື່ອບໍ່ໃຫ້ສັບສົນໃນການຂຽນ ແລະ ການແປຄຳສັບທັງສອງຄຳນີ້ ເພື່ອມາອະທິບາຍຄວາມໝາຍຄໍາສັບດັ່ງກ່າວໃຫ້ມີຄວາມກະຈ່າງແຈ້ງຂຶ້ນ ດັ່ງນີ້:

SA Game
DooDiDo

ຄຳວ່າ ຫ່າ.

ຄືສິ່ງທີ່ຕົກລົງມາເປັນເມັດເປັນສາຍຢ່າງຫຼວງຫຼາຍ ສ່ວນໃຫຍ່ໃຊ້ກັບສາຍຝົນທີ່ຕົກລົງມາວ່າຫ່າຝົນ ຝົນຕົກລົງມາຫ່າໜຶ່ງເທົ່າກັບໜຶ່ງຄັ້ງຂອງຝົນທີ່ຕົກ ຄຳວ່າຫ່າໝາຍເຖິງຈຳນວນຫຼວງຫຼາຍທີ່ບໍ່ສາມາດນັບໄດ້ ແລະ ຫາກໄປຕົກຢູ່ທ່າມກາງຫ່າຝົນກໍ່ບໍ່ມີຄວາມສາມາດທີ່ຈະລອດເມັດຝົນໄດ້ເພາະມັນມີໄລຍະຖີ່ ແລະ ເປັນຈຳນວນຫຼວງຫຼາຍຍ້ອນແບບນີ້ຈຶ່ງເອີ້ນວ່າຫ່າ.

ຕົວ­ຢ່າງ:

-ໄປກ້ານກົບເມື່ອຝົນຕົກຫ່າທີ່ແລ້ວ

-ຝົນຕົກຫ່າທຳອິດກໍ່ເກີດໄພນໍ້າຖ້ວມ

-ຈັກກະພັດອາເມລິກາໄດ້ຍິງທະຫຼົ່ມລູກປືນໃສ່ເຂດທີ່ໝັ້ນຂອງຜູ້ນຳລາວປານຫ່າຝົນ

-ປີນີ້ຕາມອຸຕຸນິຍົມແຈ້ງວ່າຈະມີຝົນຕົກ500ຫ່າ

ຄຳວ່າ ຮ່າ.

ຄືພະຍາດຕິດຕໍ່ຊະນິດໜຶ່ງທີ່ຕິດກັນໄປເປັນຝູງຕາຍກັນໄປເປັນໝູ່ ເຊັ່ນ: ອະຫິວາໝູ,ອະຫິວາໄກ່ ຫຼື ທັງຄົນທັງສັດກໍ່ອາດເກີດຂຶ້ນໄດ້ເຊິ່ງຄົນເຮົາມັກເວົ້າວ່າ:ຕາຍຮ່າ

ຕົວ­ຢ່າງ: 

-ໄກ່ຕາຍຮ່າ, ໝູຕ່າຮ່າ… ໝາຍເຖິງໄກ່;ໝູ ທີ່ຕາຍເປັນໝູ່ ເປັນຝູງຍ້ອນການແພ່ລະບາດຂອງເຊື້ອພະຍາດຕິດຕໍ່

ແຕ່ຍັງມີບາງຄຳສັບທີ່ຄົນລາວມັກເວົ້າ ຢອກ ຫຼື ປ້ອຍດ່າກັນ ເຊັ່ນ: ບັກຮ່າກິນຫົວມຶງ,ຮ່າຂົ້ວ, ຮ່າກິນຕັບຮ່າກິນປອດ …

ສະຫຼຸບ.

ຄຳວ່າຫ່າໝາຍເຖິງຈຳນວນຫຼວງຫຼາຍທີ່ບໍ່ສາມາດນັບໄດ້ ແລະ ຫາກໄປຕົກຢູ່ທ່າມກາງຫ່າຝົນກໍ່ບໍ່ມີຄວາມສາມາດທີ່ຈະລອດເມັດຝົນໄດ້ເພາະມັນມີໄລຍະຖີ່ ແລະ ເປັນຈຳນວນຫຼວງຫຼາຍຍ້ອນແບບນີ້ຈຶ່ງເອີ້ນວ່າຫ່າ.

ຮ່າ ຄືພະຍາດຕິດຕໍ່ຊະນິດໜຶ່ງທີ່ຕິດກັນໄປເປັນຝູງຕາຍກັນໄປເປັນໝູ່ ຄືພະຍາດລະບາດທີ່ຮ້າຍແຮງທີ່ເປັນໜ້າຢ້ານກົວເພາະເປັນການສູນເສຍທາງດ້ານຊີວິດ ແລະ ສັບສິນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo